Sunday, April 13, 2025
Homeບຸນປະເພນີບຸນປີໃໝ່ລາວ ເປັນຮີດຄອງປະເພນີອັນດີງາມຂອງຊາວພຸດ

ບຸນປີໃໝ່ລາວ ເປັນຮີດຄອງປະເພນີອັນດີງາມຂອງຊາວພຸດ

ບຸນປີໃໝ່ລາວ ຫຼື ບຸນກຸດສົງການ ຖືເປັນບຸນປາງໃຫຍ່ປະຈຳຊາດ ປະຈຳປີທີ່ມີຄວາມໝາຍ-ຄວາມສຳຄັນ ເປັນຮີດຄອງປະເພນີອັນດີງາມຂອງຊາວພຸດ ທີ່ເຄີຍປະຕິບັດສືບທອດກັນມາແຕ່ບູຮານຈົນຮອດປັດຈຸບັນ ແລະ ຍັງເປັນງານບຸນທີ່ນອນຢູ່ໃນຮີດ 12 ຄອງ 14 ປະເພນີລາວ. ການສະເຫຼີມສະຫຼອງປີໃໝ່ລາວໄດ້ກຳນົດເປັນເວລາ 3 ວັນຄືທຸກໆປີ, ປີນີ້ແມ່ນກົງກັບວັນທີ 14-15-16 ເດືອນເມສາ 2025 (ມື້ຂຶ້ນ 2 ຄໍ່າ, 3 ຄໍ່າ ແລະ 4 ຄໍ່າເດືອນ 5 ພ.ສ 2568 ລາວ).

ເນື່ອງໃນໂອກາດປີໃໝ່ລາວ ພສ 2568 ຫຼື ປີໃໝ່ກຸດສົງການໃກ້ຈະມາເຖິງນີ້, ພະອາຈານ ສິງໄຊ ທໍາມະວົງ (ອະຣິຍະໂພທິ) ຄະນະກຳມາທິການ ການຕ່າງປະເທດ ສູນກາງອົງການພຸດທະສາສະໜາສຳພັນລາວ (ອພສ) ທັງເປັນເຈົ້າອະທິການວັດໂພນທອງ ເມືອງໄຊເສດຖາ ນະຄອນຫຼວງວຽງຈັນໄດ້ໃຫ້ສຳພາດຕໍ່ນັກຂ່າວໜັງສືພິມປະຊາຊົນກ່ຽວປະຫວັດຄວາມເປັນມາ, ຄວາມໝາຍ-ຄວາມສຳຄັນວັນບຸນປີໃໝ່ລາວໃນວັນທີ 8 ເມສານີ້ວ່າ: ເມື່ອລະດູເດືອນເຄື່ອນມາເຖິງເດືອນ 5 ອາກາດຮ້ອນອົບເອົ້າຜິດປົກກະຕິເຮັດໃຫ້ຄົນງຸດງິດ ອຶດອັດອາລົມຮ້າຍງ່າຍຈົນບາງຄັ້ງພາໃຫ້ເຈັບໄຂ້ໄດ້ປ່ວຍກໍມີ. ສະນັ້ນ, ການອາບນໍ້າຊໍາລະຮ່າງກາຍເປັນອຸບາຍວິທີແກ້ຮ້ອນຜ່ອນຄາຍອາລົມໃຫ້ໄດ້ຮັບຄວາມສຸກ ເຢັນກາຍເຢັນໃຈ ແລະ ຄົນບູຮານ, ເຫຼົ່ານັກປາດຜູ້ສະຫຼາດຈຶ່ງໄດ້ກຳນົດໃຫ້ມີການເຮັດບຸນກຸດສົງການ (ປີໃໝ່ລາວ) ຫຼື ບຸນແຫ່ງການຫົດສົງນໍ້າໃຫ້ມີຢູ່ໃນຮີດ 12 ຂອງລາວເຮົາໃນເດືອນ 5 ລາວຂອງທຸກໆປີ ແລະ ງານບຸນດັ່ງກ່າວຍັງມີປະຫວັດຄວາມເປັນມາ ຊຶ່ງມີເລື່ອງເລົ່າຢູ່ວ່າ: ເມື່ອຕົ້ນພັດທະກັບມີເສດຖີຄົນໜຶ່ງມີຊັບສົມບັດຫຼາຍແຕ່ບໍ່ມີບຸດ ມື້ໜຶ່ງນັກເລງສຸລາເຂົ້າໄປໃນບ້ານເສດຖີ ແລ້ວດ່າເສດຖີວ່າ ທ່ານມີເງິນຄຳແຕ່ບໍ່ມີບຸດ ຊີວິດທ່ານບໍ່ມີຄວາມໝາຍ ທ່ານຕາຍໄປກໍໍບໍ່ມີຄົນສືບຕະກຸນ ຊັບສິນທ່ານກໍຈະສູນຫາຍເປົ່າ ເວົ້າແລ້ວນັກເລງສຸລາກໍໜີໄປ ເສດຖີຄິດຄຳນຶງເຖິງຄຳເວົ້າຂອງນັກເລງສຸລາ ກໍເຫັນວ່າແມ່ນຄວາມຈິງຈຶ່ງໄດ້ຈັດເຄື່ອງໄປບວງສວງພະອາທິດ ແລະ ພະຈັນເພື່ອຂໍບຸດ ເວລາລ່ວງເລີຍມາສາມປີກໍຍັງບໍ່ໄດ້ບຸດ ຈຶ່ງໄປຂໍບຸດກັບຕົ້ນໄຊອີກ, ເທວະດາຢູ່ຕົ້ນໄຊສົງສານຈຶ່ງໄດ້ໄປຂໍບຸດນໍາພະອິນ, ພະອິນເລີຍໃຫ້ທໍາມະບານກຸມມານມາເກີດໃນທ້ອງພັນລະຍາເສດຖີ. ຕໍ່ມາເມື່ອທໍາມະບານປະສູດແລ້ວຈຶ່ງປຸກຜາສາດຂຶ້ນໃຫ້ກຸມມານຢູ່ໃຕ້ຕົ້ນໄຊຮິມຝັ່ງແມ່ນໍ້ານັ້ນ ເມື່ອຈະເລີນໄວຂຶ້ນມາກໍຮູ້ພາສາສັດ (ມີນົກ ເປັນຕົ້ນ) ແລະ ໄດ້ຮຽນຈົບໄຕເພດໃນໄວອາຍຸພຽງ 8 ປີ ພ້ອມທັງໄດ້ເປັນອາຈານສອນມຸງຄຸນຕ່າງໆໃຫ້ແກ່ຄົນທັງຫຼາຍ ຊຶ່ງໃນຍຸກນັ້ນໂລກທັງຫຼາຍນັບຖືທ້າວມະຫາພົມ ແລະ ກະບິນລະພົມອົງໜຶ່ງທີ່ໄດ້ສອນມຸງຄຸນແກ່ຄົນທັງປວງ.

ເມື່ອກະບິນລະພົມຮູ້ວ່າທໍາມະບານກຸມມານເປັນຜູ້ມີຊື່ສຽງ ເປັນທີ່ນັບຖືຂອງຊາວໂລກ ຈຶ່ງລົງມາຖາມບັນຫາກັບທໍາມະບານກຸມມານຢູ່ 3 ຂໍ້ຄື: 1. ເວລາເຊົ້າສີລິ ຫຼື ລາສີຢູ່ບ່ອນໃດ? 2. ເວລາທ່ຽງສີລິ ຫຼື ລາສີຢູ່ບ່ອນໃດ? 3. ເວລາຄໍ່າສີລິ ຫຼື ລາສີຢູ່ບ່ອນໃດ? ແລະ ສັນຍາວ່າຖ້າທ່ານແກ້ບັນຫາ 3 ຂໍ້ນີ້ໄດ້ເຮົາຈະຕັດຫົວ (ສີສະ) ເຮົາບູຊາທ່ານ ຖ້າທ່ານແກ້ບໍ່ໄດ້ເຮົາຈະຕັດສີສະທ່ານເສຍທໍາມະບານກຸມມານຮັບສັນຍາແຕ່ຂໍເວລາແກ້ບັນຫາອອກໄປ 7 ວັນ, ກະບິນລະພົມກໍກັບໄປຍັງພົມມະໂລກ. ສ່ວນທໍາມະບານກຸມມານພິຈາລະນາບັນຫານັ້ນລ່ວງໄປໄດ້ 6 ວັນແລ້ວຍັງບໍ່ເຫັນອຸບາຍທີ່ຈະແກ້ບັນຫາໄດ້ຈຶ່ງຄິດວ່າຮຸ່ງເຊົ້ານີ້ແລ້ວໜໍ ເຮົາຈະຕ້ອງຕາຍດ້ວຍຄຳສັນຍາຂອງທ້າວກະບິນລະພົມ ເຮົາບໍ່ຕ້ອງການຕາຍຈຳຕ້ອງໜີໄປລີ້ຊ້ອນຕົນເສຍດີກວ່າ ເມື່ອຄິດແລ້ວຈຶ່ງລົງຈາກຜາສາດໜີໄປນອນຢູ່ກ້ອງຕົ້ນຕານ 2 ຕົ້ນ ຊຶ່ງມີນົກອິນຊີ 2 ຜົວເມຍເຮັດຮັງຢູ່ເທິງຕົ້ນຕານນັ້ນ. ຂະນະທີ່ທໍາມະບານກຸມມານນອນຢູ່ກ້ອງຕົ້ນຕານນັ້ນ ກໍໄດ້ຍິນສຽງນາງນົກອິນຊີຖາມຜົວວ່າຮຸ່ງເຊົ້ານີ້ຈະໄປຫາອາຫານອັນໃດກິນອ້າຍ, ນົກອິນຊີຜູ້ຜົວຕອບວ່າຮຸ່ງເຊົ້ານີ້ຄົບ 7 ວັນ ທີ່ທ້າວກະບິນລະພົມຖາມບັນຫາແກ່ທໍາມະບານກຸມມານ ແຕ່ທໍາມະບານກຸມມານອາດແກ້ບໍ່ໄດ້ທ້າວກະບິນລະພົມ ຈະຕ້ອງຕັດຄໍຕາມສັນຍາແລ້ວເຮົາທັງ 2 ຈະໄດ້ກິນຊີ້ນມະນຸດຄືທໍາມະບານກຸມມານນັ້ນເປັນອາຫານ. ນາງນົກອິນຊີຖາມວ່າ: ແລ້ວອ້າຍເດຮູ້ບັນຫາຫຼືບໍ່? ຜູ້ຜົວຕອບວ່າ: ກໍຮູ້ລະນໍ ແລ້ວກໍເລົ່າໃຫ້ນາງເມຍຟັງຕັ້ງແຕ່ຕົ້ນຈົນຈົບວ່າ:

1. ເວລາເຊົ້າລາສີຢູ່ທີ່ໜ້າ ຄົນທັງຫຼາຍຈຶ່ງເອົານໍ້າລ້າງໜ້າ.

2. ເວລາທ່ຽງລາສີຢູ່ທີ່ເອິກ ຄົນທັງຫຼາຍຈຶ່ງເອົານໍ້າລູບເອິກ

3. ເວລາຄໍ່າລາສີຢູ່ທີ່ຕີນ ຄົນທັງຫຼາຍຈຶ່ງເອົານໍ້າລ້າງຕີນ.

ທໍາມະບານກຸມມານນອນຢູ່ກ້ອງຕົ້ນໄມ້ ກໍໄດ້ຍິນການສົນທະນາຂອງນົກອິນຊີທັງ 2 ກໍເລີຍຈື່ຈໍາໄດ້ຈຶ່ງມີຄວາມປິຕິຍິນດີ ດີໃຈວ່າເຮົາຈະບໍ່ຕາຍແລ້ວ ທຳມະບານກຸມມານຈຶ່ງກັບມາສູ່ຜາສາດຂອງຕົນ. ຄັນເມື່ອເຖິງວາລະຄົບ 7 ວັນຕາມສັນຍາ ທ້າວກະບິນລະພົມ ກໍລົງມາຖາມບັນຫາທັງ 3 ຂໍ້ຕາມທີ່ນັດໝາຍກັນໄວ້, ທໍາມະບານກຸມມານກໍແກ້ບັນຫາທັງ 3 ຂໍ້ຕາມທີ່ໄດ້ຟັງມາຈາກນົກອິນຊີນັ້ນ ເປັນເຫດໃຫ້ທ້າວກະບິນລະພົມຍອມແພ້, ປະລາໄຊແກ່ທ້າວທໍາມະບານກຸມມານ ແລ້ວຈຶ່ງຈຳຕ້ອງຕັດຄໍຂອງຕົນບູຊາຕາມທີ່ສັນຍາໄວ້. ແຕ່ວ່າກ່ອນຈະຕັດຄໍໄດ້ເອີ້ນທິດາທັງ 7 ນາງມາສັ່ງວ່າ ພໍ່ຈະໄດ້ຕັດຄໍເອົາຫົວບູຊາທໍາມະບານກຸມມານ ແຕ່ວ່າຫົວຂອງພໍ່ນີ້ຖ້າຕົກໃສ່ແຜ່ນດິນກໍຈະເກີດເປັນໄຟໄໝ້ໂລກນີ້ໝົດ, ຖ້າຈະໂຍນຂຶ້ນໄປເທິງອາກາດກໍຈະເຮັດໃຫ້ຟ້າຝົນແລ້ງ, ຖ້າຈະໂຍນລົງໃນມະຫາສະໝຸດ ນ້ຳກໍຈະບົກແຫ້ງໝົດ. ດັ່ງນັ້ນ, ຈຶ່ງໃຫ້ລູກເອົາພາພານມາຮອງຫົວພໍ່ໄວ້ ແລ້ວເອົາໄປຕັ້ງໄວ້ໃນມົນດົບ (ຫໍນ້ອຍໆ ຫຼື ຫໍຜີ) ໃນນ້ຳຄັນທຸມາລີທີ່ພູເຂົາໄກຍະລາດພຸ້ນ ຄັນສັ່ງແລ້ວກໍຈັດການຕາມທີ່ໄດ້ສັນຍາໄວ້ ລູກສາວກໍເອົາພາພານມາຮັບຫົວຂອງພໍ່ໄວ້ ແລ້ວເອົາໄປບັນຈຸໄວ້ໃນຖ້ຳທີ່ພູ ເຂົາໄກຍະລາດ ຄັນເຖິງຂວບວັນສ້ຽງປີ (ວັນສັງຂານລ່ວງ) ລູກສາວທັງ 7 ຄົນນັ້ນກໍປ່ຽນຜຽນກັນໄປເຊີນເອົາຫົວຂອງພໍ່ມາຫົດສົງອາບລ້າງ ແລະ ແຫ່ອ້ອມເຂົາສະເມນ (ເຂົາສຸເມຣຸ) ປີລະຄົນເປັນລໍາດັບຂອງທຸກໆປີ ແລ້ວກໍເຊີນໄປຕັ້ງໄວ້ບ່ອນເກົ່າ.

ພະອາຈານ ສິງໄຊ ທຳມະວົງ ກ່າວຕື່ມວ່າ: ສະທາ ໂສດຖີ ພະວັນຕຸ ເຕ ຂໍຄວາມສຸກສະຫວັດດີຈົ່ງມີແກ່ທ່ານທຸກເມື່ອ ສໍາລັບປີໃໝ່ລາວປີນີ້, ທາງວັດໂພນທອງ ບ້ານໂພນທອງ ເມືອງໄຊເສດຖາ ນະຄອນຫຼວງວຽງຈັນ ກໍມີກິດຈະກຳທາງດ້ານສາສະໜາ ແລະ ປະເພນີລາວເຮົາຄື ໃນວັນເສົາວັນທີ 13 ເມສາ 2025 ມີພິທີຄາຣະວະສົມມາຂໍພອນນຳຄູບາອາຈານພະສົງສາມະເນນພາຍໃນວັດໂພນທອງ. ຫຼັງຈາກນັ້ນ, ກໍມີພິທີບາ ສີສູ່ຂວັນໃຫ້ຄະນະພໍ່ອອກ-ແມ່ອອກ ພ້ອມທັງຍາດໂຍມຂໍຫົດສົງຂໍສິນຂໍພອນ ພະສົງສາມະເນນພາຍໃນວັດ ແລະ ກໍມີການເອົາພະພຸດທະຮູບລົງໃຫ້ຍາດໂຍມມາຫົດສົງນ້ຳໃນລະຫວ່າງວັນ ວັນທີ 14-16 ເມສາ 2025 ເວລາ 7:30–19:00 ໂມງຂອງທຸກໆວັນ. ພິເສດທາງວັດໂພນທອງຂອງພວກເຮົາຈະໄດ້ມີພິທີຕົບພະທາດເຈດີຊາຍ (ກໍ່ຊາຍເປັນເຈດີບູຊາພະຣັດຕະນະໄຕ) ໃນວັນພະຫັດວັນທີ 17 ເມສາ 2025 ເວລາ 15:00 ໂມງເປັນຕົ້ນໄປ.

ໃນໂອກາດປີໃໝ່ລາວ ພສ 2568 ໃກ້ຈະມາເຖິງນີ້, ພະອາຈານ ສິງໄຊ ທຳມະວົງ ຍັງໄດ້ຝາກເຖິງທຸກທ່ານຈົ່ງຕັ້ງຢູ່ໃນຄວາມບໍ່ປະໝາດ ຄືຫຼິ້ນບຸນກຸດສົງການດ້ວຍສະຕິ, ປາສະຈາກສິ່ງມຶນເມົາ ທີ່ສໍາຄັນຍາດໂຍມຢ່າລືມຄາຣະວະສົມມາຂໍພອນນຳແມ່-ພໍ່ກ່ອນຈະໄປຫຼິ້ນ ຫຼື ໄປສົງນ້ຳພະພຸດທະຮູບຢູ່ວັດຕ່າງໆ ຊີວິດຈະໄດ້ມີແຕ່ຄວາມໂຊກດີຕະຫຼອດປີ ແລະ ຂໍອວຍພອນໄຊອັນປະເສີດໃຫ້ທຸກທ່ານຈົ່ງມີຄວາມສຸກ, ສຸຂະພາບແຂງແຮງ ພ້ອມທັງສົມບູນດ້ວຍຮູບສົມບັດ, ສິຣິສົມບັດ, ອາຍຸສົມບັດ, ຍົດສົມບັດ, ໂພຄະສົມບັດ, ປະຣິວານສົມບັດ, ປັນຍາສົມບັດ ຂໍໃຫ້ທ່ານປະສົບຜົນສຳເລັດໃນຊີວິດຂອງຕົນດັ່ງທີ່ປາຖະນາທຸກປະການດ້ວຍເທີ້ນ.

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments