Monday, April 14, 2025
Homeຂ່າວຕ່າງປະເທດມາດຕະການເພີ່ມພາສີຂອງ ສະຫະລັດ ອາເມຣິກາຈະສົ່ງຜົນກະທົບຕໍ່ທຸກປະເທດ

ມາດຕະການເພີ່ມພາສີຂອງ ສະຫະລັດ ອາເມຣິກາຈະສົ່ງຜົນກະທົບຕໍ່ທຸກປະເທດ

ຂ່າວສານຊີອາໄອ ລາຍງານໃນວັນທີ 6 ເມສາ ຜ່ານມາ, ທ່ານນາງ ເອີຊູລາ ວັນເດີເລເຢນ ປະທານຄະນະກຳມາທິການສະຫະພາບເອີຣົບກ່າວວ່າ:ມາດຕະການເພີ່ມພາສີທີ່ລັດຖະບານ ສະຫະລັດ ອາເມຣິກາປະກາດໃນວັນທີ 2 ເມສາ ຜ່ານມາ ຈະສົ່ງຜົນກະທົບຕໍ່ທຸກໆປະເທດທັງທາງກົງ ແລະ ທາງອ້ອມ ຊຶ່ງລວມທັງປະເທດທຸກຍາກທີ່ສຸດໃນໂລກ.

ທ່ານນາງວອນເດີເລເຢນກ່າວຕື່ມວ່າ:ມາດຕະການເພີ່ມພາສີເຫຼົ່ານີ້ເປັນຂີດໝາຍຂອງຈຸດຫັນປ່ຽນທີ່ສຳຄັນໃນນະໂຍບາຍຂອງ ສະຫະລັດ ອາເມຣິກາ. ເຖິງວ່າສະຫະພາບເອີຣົບຍັງຄົງສຸມທຸກຄວາມພະຍາຍາມໃນການເຈລະຈາກັບ ສະຫະລັດ ອາເມຣິກາກໍຕາມ, ແຕ່ຖ້າຫາກມີຄວາມຈຳເປັນ, ສະຫະພາບເອີຣົບໄດ້ກຽມພ້ອມແລ້ວທີ່ຈະໃຊ້ມາດຕະການຕອບໂຕ້ຄືນເພື່ອປົກປ້ອງຜົນປະໂຫຍດຂອງຕົນ.

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments