Saturday, April 12, 2025
Homeສຶກສານັກຮຽນເກັ່ງຂັ້ນມັດທະຍົມສຶກສາ ເຂົ້າຮ່ວມສອບເສັງແຂ່ງຂັນນັກຮຽນເກັ່ງລະດັບຊາດ

ນັກຮຽນເກັ່ງຂັ້ນມັດທະຍົມສຶກສາ ເຂົ້າຮ່ວມສອບເສັງແຂ່ງຂັນນັກຮຽນເກັ່ງລະດັບຊາດ

ການສອບເສັງນັກຮຽນເກັ່ງຂັ້ນມັດທະຍົມສຶກສາ ປະຈຳສົກຮຽນ 2024-2025 ເຊິ່ງມີຕົວແທນນັກຮຽນເກັ່ງທົ່ວປະເທດ ເຂົ້າຮ່ວມສອບເສັງແຂ່ງຂັນທັງໝົດ 288 ຄົນ ເປັນຍິງ 162 ຄົນ ປີນີ້ພິເສດກວ່າທຸກປີຜ່ານມາ ເພາະເອົາຕົວແທນນັກຮຽນເກັ່ງອັນດັບທີ 1 ແລະ 2 ຂອງແຕ່ລະວິຊາ ຂອງຂັ້ນ ມ4 ແລະ ມ7 ທົ່ວປະເທດເຂົ້າຮ່ວມການສອບເສັງຄັ້ງນີ້.

ກະຊວງສຶກສາທິການ ແລະ ກິລາ (ສສກ) ຈັດພິທີເປີດການສອບເສັງແຂ່ງຂັນນັກຮຽນເກັ່ງລະດັບຊາດ ຄັ້ງນີ້ຂຶ້ນໃນວັນທີ 8 ເມສາ 2025 ທີ່ນະຄອນຫຼວງວຽງຈັນ ໂດຍມີທ່ານ ຮສ ປອ ພຸດ ສິມມາລາວົງ ລັດຖະມົນຕີກະຊວງ ສສກ ທ່ານ ບັນດິດ ສຈ ບໍ່ວຽງຄໍາ ວົງດາລາ ລັດຖະມົນຕີ ກະຊວງເຕັກໂນໂລຊີ ແລະ ການສື່ສານ ແລະ ທ່ານ ໂພໄຊ ໄຊຍະສອນ ລັດຖະມົນຕີກະຊວງພະລັງງານ ແລະ ບໍ່ແຮ່ ມີຮອງລັດຖະມົນຕີ ຫົວໜ້າ-ຮອງຫົວໜ້າກົມ ພະແນກ ຄະນະບໍດີ ສະມາຄົມການສຶກສາພາກເອກະຊົນ ຂະແໜງ ຄູ-ອາຈານ ນັກຮຽນ ແລະ ຄະນະຮັບຜິດຊອບວຽກງານກ່ຽວຂ້ອງ ເຂົ້າຮ່ວມ.

ທ່ານ ນາງ ນວມຄໍາ ຈັນທະບູລີ ວ່າການແທນຫົວໜ້າກົມສາມັນສຶກສາ ກະຊວງ ສສກ ກ່າວໃຫ້ຮູ້ວ່າ: ສໍາລັບສົກຮຽນ 2024-2025 ແມ່ນຄັດເລືອກເອົານັກຮຽນມັດທະຍົມສຶກສາຜູ້ທີ່ສອບເສັງໄດ້ ອັນດັບທີ 1-2 ລະດັບແຂວງ ແລະ ນະຄອນຫຼວງ ເຂົ້າຮ່ວມການສອບເສັງ ຄັ້ງນີ້ ມີຈໍານວນ 228 ຄົນ ຍິງ 162 ຄົນ ໃນນັ້ນ ຊັ້ນມັດທະຍົມສຶກສາຕອນຕົ້ນ (ມ4) ມີ 144 ຄົນ ຍິງ 92 ຄົນ ແລະ ຊັ້ນມັດທະຍົມສຶກສາຕອນປາຍ (ມ7) ມີ 144 ຄົນ ຍິງ 52 ຄົນ ໃນນັ້ນ ສາມະເນນ 5 ອົງພະ 1 ອົງ ກວມເອົາ 22 ເຜົ່າ 4 ກຸ່ມພາສາ ໂດຍໄດ້ສອບເສັງ 4 ວິຊາ ຄື: ຄະນິດສາດ ພາສາລາວ-ວັນນະຄະດີ ຟີຊິກສາດ ແລະ ເຄມີສາດ ນອກຈາກນີ້ ຍັງໄດ້ຈັດໃຫ້ມີການແຂ່ງຂັນ ຖາມ-ຕອບ ວິທະຍາສາດ ເປັນເວລາ 1 ວັນ ແລະ ຍັງຈະໄດ້ນໍາພາຕົວແທນນັກຮຽນເກັ່ງ ໄປທັດສະນະສຶກສາທີ່ຫໍພິພິທະພັນປະຫວັດສາດ ແລະ ວິທະຍາໄລເຕັກນິກການລົດໄຟອີກດ້ວຍ.

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments