ເມື່ອບໍ່ດົນມານີ້, ທ່ານ ພົງສະຫວັນ ສີສຸລາດ ຮອງລັດຖະມົນຕີ ກະຊວງການຕ່າງປະເທດ, ປະທານຄະນະອະນຸກໍາມະການເຕັກນິກຊາຍແດນຮ່ວມ ລາວ-ກໍາປູເຈຍ ພ້ອມດ້ວຍຄະນະ ໄດ້ຕາງໜ້າຈາກພາກສ່ວນກ່ຽວຂ້ອງຂອງສູນກາງ ແລະ ທ້ອງຖິ່ນ ໄດ້ລົງເຄື່ອນໄຫວວຽກງານຊາຍແດນ ຢູ່ເມືອງໂຂງ ແຂວງຈໍາປາສັກ ໂດຍໄດ້ລົງກວດກາບໍລິເວນຊາຍແດນ ລາວ-ກໍາປູເຈຍ ໂດຍສະເພາະພື້ນທີ່ບໍລິເວນຫລັກໝາຍຊາຍແດນ ເລກທີ 033 (ດ່ານສາກົນໜອງນົກຂຽນ) ທີ່ສອງຝ່າຍມີແຜນພັດທະນາຫລັກໝາຍດັ່ງກ່າວ, ໃຫ້ເປັນສັນຍາລັກແຫ່ງການຄົບຮອບ 30 ປີ ຂອງວຽກງານສໍາຫລວດ ແລະ ປັກຫລັກໝາຍຊາຍແດນ ລາວ-ກໍາປູເຈຍ; ຫລັກໝາຍຊາຍແດນ ເລກທີ 033-034; ບໍລິເວນລະຫວ່າງຫລັກໝາຍຊາຍແດນ ເລກທີ 031-031/1 ແລະ ບໍລິເວນລະຫວ່າງຫລັກໝາຍຊາຍແດນ ເລກທີ 032-032/6 ແລະ ຫລັກໝາຍຊາຍແດນ ເລກທີ 030 (ນໍ້າຂອງ).
ໃນໂອກາດລົງເຄື່ອນໄຫວຄັ້ງນີ້, ທ່ານຮອງລັດຖະມົນຕີ ພົບປະໂອ້ລົມ ວິຊາການ ປະຈຳຢູ່ກອງສໍາຫລວດ ແລະ ປັກຫລັກໝາຍຊາຍແດນ ລາວ-ກໍາປູເຈຍ ໂດຍເນັ້ນໃຫ້ ກຳໄດ້ທາງດ້ານການເມືອງແນວຄິດ, ລົງເລິກເອົາໃຈໃສ່ດ້ານວຽກວິຊາສະເພາະ, ມີຄວາມສາມັກຄີຊ່ວຍເຫລືອເຊິ່ງກັນ ແລະ ກັນ ເພື່ອເຮັດໃຫ້ການປະຕິບັດໜ້າທີ່ວຽກງານມີປະສິດທິພາບ ແລະ ປະສິດທິຜົນ.

ການດຳເນີນວຽກງານ ລາວ-ກຳປູເຈຍ ໃນປັດຈຸບັນ ກໍຄື ການຜັນຂະຫຍາຍສົນທິສັນຍາ ວ່າດ້ວຍການກຳນົດຊາຍແດນປະເທດ ລະຫວ່າງ ສປປ ລາວ ແລະ ຣາຊະອານາຈັກກຳປູເຈຍ ທີ່ສອງຝ່າຍໄດ້ລົງນາມຮ່ວມກັນໃນປີ 2023 ຜ່ານມາ, ສອງຝ່າຍໄດ້ຮ່ວມກັນກຳນົດຈຸດ ແລະ ກໍ່ສ້າງຫລັກໝາຍຊາຍແດນແບບໃໝ່ປ່ຽນແທນຫລັກເກົ່າ ແຕ່ເດືອນພຶດສະພາ 2023 ຈົນເຖິງປັດຈຸບັນ ຊຶ່ງສາມາດກຳນົດຈຸດທີ່ຕັ້ງເພື່ອປັກຫລັກໝາຍຊາຍແດນໄດ້ທັງໝົດ 209 ຈຸດ(ຫລັກໝາຍ) ຫລື ເທົ່າກັບ 40% ໃນຈຳນວນທີ່ຕັ້ງທັງໝົດ 510 ຈຸດ ທີ່ສອງຝ່າຍໄດ້ເປັນເອກະພາບກັນ. ສຳເລັດການກໍ່ສ້າງຫລັກໝາຍ ຈຳນວນ 172 ຫລັກໝາຍ ຫລື ເທົ່າກັບ 33,7% ຂອງຈຳນວນທີ່ໄດ້ເປັນເອກະພາບກັນທັງໝົດ 510 ຫລັກໝາຍ. ວຽກງານສ້າງຕາໜ່າງເຄົ້າພິກັດພື້ນຖານ ຈີພີເອັດສ໌ (GPS) ສອງຝ່າຍໄດ້ສຳເລັດການກໍ່ສ້າງບ໋ອກເຄົ້າພິກັດພື້ນຖານ (ຂັ້ນ 0, ຈຳນວນ 4 ຫລັກ (ຢູ່ເບື້ອງລາວ 2 ຫລັກ, ກຳປູເຈຍ 2 ຫລັກ) ແລະ ໄດ້ຮ່ວມກັນວັດແທກຄ່າພິກັດສຳເລັດ ເຊື່ອມໂຍງກັບສູນວັດແທກ ອາຊີປາຊີຟິກ 2024; ໄດ້ສຳເລັດການກໍ່ສ້າງຫລັກບ໋ອກເຄົ້າພິກັດພື້ນຖານ ຂັ້ນ 1 (ຢູ່ເບື້ອງລາວ 10 ຫລັກ, ກຳປູເຈຍ 10 ຫລັກ) ແລະ ໄດ້ສຳເລັດການວັດແທກຄ່າພິກັດຫລັກບ໋ອກດັ່ງກ່າວ ໂດຍນຳໃຊ້ເຄື່ອງວັດແທກລະບົບສອງຄື້ນ ເພື່ອກະກຽມໃຫ້ແກ່ວຽກງານວັດແທກຄ່າພິກັດຫລັກໝາຍຊາຍແດນແບບໃໝ່; ໄດ້ສຳເລັດການກໍ່ສ້າງຫລັກບ໋ອກເຄົ້າພິກັດພື້ນຖານຂັ້ນ 2 ລຽບຕາມຊາຍແດນ ລາວ-ກຳປູເຈຍ ຈຳນວນ 28 ຫລັກ ແລະ ປັດຈຸບັນ ສອງຝ່າຍພວມດຳເນີນການວັດແທກຄ່າພິກັດ ເພື່ອໃຫ້ສຳເລັດ ແລະ ນຳໃຊ້ເຂົ້າໃນການສຳຫລວດເກັບກຳຂໍ້ມູນລາຍລະອຽດພູມີປະເທດຕົວຈິງບໍລິເວນຊາຍແດນ.

ພ້ອມກັນນີ້, ທ່ານຮອງລັດຖະມົນຕີ ຍັງໄດ້ ເຜີຍແຜ່ເອກະສານສຳຄັນຂອງພັກ-ລັດ ເພື່ອໃຫ້ອ້າຍນ້ອງວິຊາການປະຈຳກອງສໍາຫລວດ ແລະ ປັກຫລັກໝາຍຊາຍແດນ ລາວ-ກໍາປູເຈຍ ເຊື່ອມຊຶມ ແລະ ກຳແໜ້ນມູນເຊື້ອການນຳພາຂອງພັກ ຕື່ມອີກ.
ຂ່າວ-ພາບ: ກຕທ