Thursday, April 17, 2025
Homeຂ່າວຕ່າງປະເທດຣັດເຊຍ-ສ.ອາເມລິກາ ອາດຈະເຊື່ອມຕໍ່ການພົບປະສອງຝ່າຍໃນອາທິດນີ້

ຣັດເຊຍ-ສ.ອາເມລິກາ ອາດຈະເຊື່ອມຕໍ່ການພົບປະສອງຝ່າຍໃນອາທິດນີ້

ວິທະຍຸກະຈາຍສຽງຫວຽດນາມ, ທ່ານ ກີຣີລ ເດີມິດທຣິຟ (Kirill Dmitriev), ຜູ້ຕາງໜ້າພິເສດຂອງ ທ່ານ ປະທານາທິບໍດີ ຣັດເຊຍ ກ່ຽວກັບການລົງທຶນ ແລະ ຮ່ວມມືເສດຖະກິດ ກັບຕ່າງປະເທດ ແລະ ເປັນຫົວໜ້າກອງທຶນລົງທຶນໂດຍກົງຣັດເຊຍ (RDIF) ໃຫ້ຮູ້ວ່າ: ຣັດເຊຍ ແລະ ສ.ອາເມລິກາ ອາດຈະເຊື່ອມຕໍ່ ບັນດາການພົບປະ ສອງຝ່າຍ ໃນເວລາ ໄວທີ່ສຸດ ແມ່ນໃນອາທິດນີ້. ພາຍຫລັງການຕອບສຳພາດຕໍ່ຊ່ອງໂທລະພາບ Channel One ຂອງ ຣັດເຊຍ. ທ່ານ ກີຣີລ ເດີມິດທຣິຟ ແມ່ນຜູ້ສວມບົດບາດສຳຄັນໃນວິວັດທະນາການສ້າງການພົວພັນ ລະຫວ່າງ ຣັດເຊຍ ແລະ ສ.ອາເມລິກາ ເປັນປົກກະຕິ. ກ່ອນໜ້ານັ້ນ, ທ່ານ ກີຣີລ ເດີມິດທຣິຟ ໄດ້ມີການພົບປະກັບບັນດາເຈົ້າໜ້າທີ່ຫລັກແຫລ່ງໃນອຳນາດການປົກຄອງຂອງ ສ.ອາເມລິກາ ຢູ່ນະຄອນຫລວງວໍຊິງຕັນ, ສ.ອາເມລິກາ. ບັນດາການພົບປະ ແລກປ່ຽນ ເຈລະຈາ, 2 ຝ່າຍໄດ້ປຶກສາຫາລື ກ່ຽວກັບ ການຟື້ນຟູ ການພົວພັນ 2 ຝ່າຍ, ລວມທັງ ການຮ່ວມມື ດ້ານເສດຖະກິດ, ກໍຄື ເຊື່ອມຕໍ່ ບັນດາຖ້ຽວບິນ ໂດຍກົງຂຶ້ນໃໝ່. ນີ້ແມ່ນເຈົ້າໜ້າທີ່ ຂັ້ນສູງ ທ່ານ ທຳອິດຂອງ ຣັດເຊຍ ໄປ ສ.ອາເມລິກາ, ນັບແຕ່ເມື່ອຣັດເຊຍ ເລີ່ມດຳເນີນບັ້ນການທະຫານພິເສດຢູ່ອູແກຣນ ໃນປີ 2022.

(ບັນນາທິການຂ່າວ: ຕ່າງປະເທດ)

ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments