ວິທະຍຸສາກົນແຫ່ງ ສປ ຈີນ, ລັດຖະບານ ສ.ເກົາຫລີ ມີແຜນຈະຈັດການເລືອກຕັ້ງໃຫຍ່ຊຸດໃໝ່ ໃນວັນທີ 3 ມິຖຸນາ 2025. ຫລັງຈາກສານລັດຖະທຳມະນູນ ສ.ເກົາຫລີ ໄດ້ປະກາດໃຫ້ ທ່ານ ຢຸນຊອກຢອນ ອອກຈາກຕຳແໜ່ງປະທານາທິບໍດີ ສ.ເກົາຫລີ. ອີງຕາມ ກົດໝາຍ ຂອງ ສ.ເກົາຫລີ, ຫລັງຈາກ ຕຳແໜ່ງ ປະທານາທິບໍດີ ວ່າງລົງແລ້ວ, ຕ້ອງຈັດ ການເລືອກຕັ້ງ ປະທານາທິບໍດີ ຄົນໃໝ່ ພາຍໃນ 60 ວັນ.
(ບັນນາທິການຂ່າວ: ຕ່າງປະເທດ)
ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ