ຂ່າວສານຊີອາໄອລາຍງານວ່າ: ໃນທ້າຍອາທິດຜ່ານມາ ຢູ່ສໍານັກງານໃຫຍ່ອົງການສະຫະປະຊາຊາດທີ່ນະຄອນນິວຢອກ ຂອງ ສະຫະລັດ ອາເມຣິກາ, ທ່ານ ອັນໂຕນີໂອ ກູເຕີເຣັສ ເລຂາທິການໃຫຍ່ອົງການສະຫະປະຊາຊາດໄດ້ສະແດງຄວາມເປັນຫ່ວງຕໍ່ເຫດການແຜ່ນດິນໄຫວໃນມຽນມາ, ພ້ອມທັງສະແດງຄວາມເຫັນໃຈຕໍ່ລັດຖະບານ ແລະ ປະຊາຊົນທີ່ໄດ້ຮັບຜົນກະທົບຈາກແຜ່ນດິນໄຫວຄັ້ງນີ້ໃນພາກພື້ນອາຊີຕາເວັນອອກສ່ຽງໃຕ້. ທ່ານ ກູເຕີເຣັສ ຢືນຢັນວ່າ: ພາກສ່ວນຕ່າງໆຂອງອົງການສະຫະປະຊາຊາດໄດ້ປຸກລະດົມການເຄື່ອນໄຫວຕ່າງໆ ແລະ ພ້ອມທີ່ຈະໃຫ້ການຊ່ວຍເຫຼືອຕໍ່ປະເທດ ແລະ ປະຊາຊົນທີ່ມີຄວາມຕ້ອງການ.
ທ່ານ ທອມ ເຟຣັດເຊີ ຮອງເລຂາທິການໃຫຍ່ທີ່ຮັບຜິດຊອບວຽກງານມະນຸດສະທໍາ ທັງເປັນຜູ້ປະສານງານວຽກງານບັນເທົາທຸກສຸກເສີນຂອງອົງການສະຫະປະຊາຊາດໄດ້ຢືນຢັນຜ່ານສື່ສັງຄົມອອນໄລວ່າ: ພາຍໃຕ້ການສະໜັບສະໜູນຈາກເຄືອຂ່າຍກູ້ໄພສຸກເສີນຂ້າມປະເທດ, ຄະນະແກ້ໄຂວິກິດການຂອງອົງການສະຫະປະຊາຊາດຢູ່ມຽນມາພວມຮັບມືກັບແຜ່ນດິນໄຫວຮຸນແຮງຄັ້ງນີ້ຢ່າງວ່ອງໄວ. ຖ້າມີຄວາມຕ້ອງການ, ອົງການສະຫະປະຊາຊາດຈະນໍາໃຊ້ກອງທຶນສຸກເສີນສູນກາງເພື່ອສະໜັບສະໜູນການກູ້ໄພ.