Wednesday, April 2, 2025
Homeຂ່າວໜ້າໜຶ່ງສະຫຼຸບການສ້າງນິຕິກຳຂອງ ຄປຈສພຊ ແລະ ຄູ່ມືການຕິດຕາມກວດກາການປະເມີນຜົນການປະຕິບັດຂໍ້ຕົກລົງ

ສະຫຼຸບການສ້າງນິຕິກຳຂອງ ຄປຈສພຊ ແລະ ຄູ່ມືການຕິດຕາມກວດກາການປະເມີນຜົນການປະຕິບັດຂໍ້ຕົກລົງ

ວັນທີ 31 ມີນານີ້ ທີ່ນະຄອນຫຼວງວຽງຈັນ ໄດ້ມີກອງປະຊຸມສະຫຼຸບຜົນສໍາເລັດການສ້າງນິຕິກໍາຂອງຄະນະປະຈໍາສະພາແຫ່ງຊາດ (ຄປຈສພຊ) ແລະ ຄູ່ມືການຕິດຕາມກວດກາການປະເມີນຜົນການຈັດຕັ້ງປະຕິບັດຂໍ້ຕົກລົງຂອງປະທານຄະນະກໍາມະການປົກຄອງນະຄອນຫຼວງ, ແຂວງ ໂດຍການເປັນປະທານຂອງທ່ານ ຄໍາແພງ ວິລະພັນ ຄະນະປະຈໍາສະພາແຫ່ງຊາດ ປະທານກໍາມາທິການກົດໝາຍ; ມີທ່ານຮອງປະທານກໍາມາທິການກົດໝາຍ, ບັນດາທ່ານເລຂາທິການ ແລະ ປະທານຄະນະກໍາມະການຍຸຕິທໍາ ແລະ ປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ຂອງສະພາປະຊາຊົນຂັ້ນແຂວງ (ສພຂ) ທົ່ວປະເທດ ພ້ອມດ້ວຍພະນັກງານທີ່ກ່ຽວຂ້ອງຈາກ ສພຊ, ສພຂ ແລະ ແຂກທີ່ຖືກເຊີນ ເຂົ້າຮ່ວມຫຼາຍກວ່າ 50 ທ່ານ.

ກອງປະຊຸມຄັ້ງນີ້ ເປັນການຫຼຸບຜົນການຄົ້ນຄວ້າສ້າງນິຕິກໍາຂອງຄະນະປະຈໍາສະພາແຫ່ງຊາດ ແລະ ເຜີຍແຜ່ຄູ່ມືກ່ຽວກັບການຕິດຕາມກວດກາການປະເມີນຜົນການຈັດຕັ້ງປະຕິບັດຂໍ້ຕົກລົງຂອງປະທານຄະນະກໍາມະການປົກຄອງນະຄອນຫຼວງ, ແຂວງ ເພື່ອເຮັດໃຫ້ລັດຖະກອນຂອງສະພາປະຊາຊົນຂັ້ນແຂວງ ໄດ້ຮັບຮູ້, ເຊື່ອມຊຶມ ແລະ ເຂົ້າໃຈກ່ຽວກັບການຕິດຕາມກວດກາການຈັດຕັ້ງປະຕິບັດຂໍ້ຕົກລົງຂອງປະທານຄະນະກໍາມະການປົກຄອງນະຄອນຫຼວງ, ແຂວງ ໃນການເປັນເສນາທິການທາງດ້ານວຽກງານດັ່ງກ່າວ ຢ່າງມີປະສິດທິພາບ ແລະ ເປັນເອກະພາບ, ຕອບສະໜອງຄວາມຮຽກຮ້ອງຕ້ອງການໃນການປະຕິບັດໜ້າທີ່ວຽກງານຕົວຈິງ.

ການຕິດຕາມກວດກາການປະເມີນຜົນການຈັດຕັ້ງປະຕິບັດຂໍ້ຕົກລົງຂອງປະທານຄະນະກຳມະການປົກຄອງນະຄອນຫຼວງ, ແຂວງ ແມ່ນວຽກງານໜຶ່ງທີ່ສຳຄັນ ຊຶ່ງໄລຍະຜ່ານມາໄດ້ຈັດກອງປະຊຸມຄົ້ນຄວ້າສ້າງນິຕິກຳຂອງສະພາແຫ່ງຊາດ ແລະ ຄູ່ມືກ່ຽວກັບການຕິດຕາມກວດກາການປະເມີນຜົນການຈັດຕັ້ງປະຕິບັດຂໍ້ຕົກລົງຂອງຄະນະກຳມະການປົກຄອງນະຄອນຫຼວງ, ແຂວງ ແລະ ໄດ້ຈັດກອງປະຊຸມທາບທາມຄໍາເຫັນໃນຂອບເຂດທົ່ວປະເທດ; ນອກຈາກນັ້ນ, ຍັງໄດ້ຈັດກອງປະຊຸມທົດລອງນໍາໃຊ້ຄູ່ມືດັ່ງກ່າວຢູ່ແຂວງຄໍາມ່ວນ, ແຂວງວຽງຈັນ ແລະ ແຂວງເຊກອງ.

ໃນກອງປະຊຸມ ໄດ້ຮັບຟັງການສະຫຼຸບ, ຖອດຖອນບົດຮຽນການສ້າງນິຕິກຳຂອງຄະນະປະຈຳສະພາແຫ່ງຊາດ ແລະ ຄູ່ມືການຕິດຕາມກວດກາການປະເມີນຜົນການຈັດຕັ້ງປະຕິບັດຂໍ້ຕົກລົງຂອງປະທານຄະນະກຳມະການປົກຄອງນະຄອນຫຼວງ, ແຂວງ; ເຜີຍແຜ່ຄຳແນະນຳຂອງຄະນະປະຈຳສະພາແຫ່ງຊາດ ກ່ຽວກັບການຕິດຕາມກວດກາການປະເມີນຜົນການຈັດຕັ້ງປະຕິບັດຂໍ້ຕົກລົງຂອງປະທານຄະນະກຳມະການປົກຄອງນະຄອນຫຼວງ, ແຂວງ; ບົດສະເໜີການຕິດຕາມກວດກາການປະເມີນຜົນການຈັດຕັ້ງປະຕິບັດຂໍ້ຕົກລົງຂອງ ແຂວງຄຳມ່ວນ ແລະ ເຜີຍແຜ່ຄູ່ມືການຕິດຕາມກວດກາການປະເມີນຜົນການຈັດຕັ້ງປະຕິບັດຂໍ້ຕົກລົງຂອງປະທານຄະນະກຳມະການປົກຄອງນະຄອນຫຼວງ. ຈາກນັ້ນ, ຜູ້ເຂົ້າຮ່ວມໄດ້ພ້ອມກັນປະກອບຄຳຄິດຄໍາເຫັນ ແລະ ສົນທະນາແລກປ່ຽນບົດຮຽນເຊິ່ງກັນແລະກັນຢ່າງສ້າງສັນ ແລະ ກົງໄປກົງມາ.

(ຂ່າວ: ສອນສັກ ວັນວິໄຊ)

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments