ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ໄດ້ໃຫ້ກຽດໂອ້ລົມຕໍ່ກອງປະຊຸມວຽກງານພະລັງງານ ແລະ ບໍ່ແຮ່ (ພບ) ທົ່ວປະເທດປະຈຳປີ 2024 ໃນວັນທີ 31 ມີນານີ້ ທີ່ຫໍປະຊຸມແຫ່ງຊາດ ໂດຍ ມີທ່ານ ໂພໄຊ ໄຊຍະສອນ ລັດຖະມົນຕີກະຊວງພະລັງງານ ແລະ ບໍ່ແຮ່ ແລະ ພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ.
ກອງປະຊຸມຄັ້ງນີ້ ໄດ້ສະຫຼຸບສະພາບການປະຕິບັດວຽກງານນະໂຍບາຍພະລັງງານ ແລະ ວຽກງານການຈັດຕັ້ງປະຕິບັດໃນຂົງເຂດ ແຮ່ທາດ, ການຄຸ້ມຄອງໂຄງການ ສໍາລັບປີ 2024 ແລະ ທິດທາງໃນຕໍ່ໜ້າ, ໜ້າທີ່ ແລະ ລະດັບຄາດໝາຍ ສໍາລັບປີ 2025, ລາຍງານກ່ຽວກັບສະພາບການເຄື່ອນໄຫວຂອງບັນດາກົມ, ຫ້ອງການ, ສະຖາບັນ ແລະ ວິສາຫະກິດ ທີ່ຂຶ້ນກັບກະຊວງພະລັງງານ ແລະ ບໍ່ແຮ່ ກ່ຽວກັບການເຮັດບົດບາດ ແລະ ໜ້າທີ່ເປັນເສນາທິການທາງດ້ານວິຊາການ ແລະ ການປະຕິບັດແຜນງານປິ່ນອ້ອມການປະຕິບັດແຜນພັດທະນາຂະແໜງການໃນໜຶ່ງປີທີ່ຜ່ານມາ, ຮັບຟັງການປະກອບຄໍາເຫັນຂອງຜູ້ຕາງໜ້າບັນດາກະຊວງ, ການປະກອບຄໍາເຫັນຂອງຮອງເຈົ້າຄອງນະຄອນຫຼວງ, ຮອງເຈົ້າແຂວງ ແລະ ພະແນກພະລັງງານ ແລະ ບໍ່ແຮ່ແຂວງ ແລະ ນະຄອນຫຼວງວຽງຈັນ.

ໃນໂອກາດດັ່ງກ່າວ, ທ່ານ ສອນໄຊ ສີພັັນດອນ ໄດ້ສະແດງຄວາມຍ້ອງຍໍຊົມເຊີຍຕໍ່ຂະແໜງການພັດທະນາວຽກງານພະລັງງານ ແລະ ບໍ່ແຮ່ ທີ່ຍາດຜົນງານເດັ່ນມາໄດ້ໃນ ປີ 2024 ທີ່ຜ່ານມາ ແລະ ໄດ້ເນັ້ນຕື່ມໂດຍສະເພາະໃນການຄາດຄະເນທິດທາງ ແລະ ໜ້າທີ່ລວມໃນການພັດທະນາຂະແໜງການດັ່ງ ກ່າວ ສໍາລັບ ໄລຍະ 2026-2030 ແມ່ນຕ້ອງສູ້ຊົນເຮັດໃຫ້ຂະແໜງພະລັງງານ ແລະ ບໍ່ແຮ່ ກາຍເປັນຂະແໜງເສດຖະກິດທີ່ເອື້ອອໍານວຍໃຫ້ແກ່ການພັດທະນາເສດຖະກິດ-ສັງຄົມຂອງຊາດ ທັງສະເພາະໜ້າ ແລະ ໄລຍະຍາວ, ສ້າງໃຫ້ກາຍເປັນປັດໄຈພື້ນຖານສໍາລັບການພັດທະນາຂະແໜງການອື່ນໆ. ເອົາໃຈໃສ່ເປັນພິເສດ, ການປະກອບສ່ວນຢ່າງຕັ້ງໜ້າ ເຂົ້າໃນການພັດທະນາຊົນນະບົດ ແລະ ການແກ້ໄຂຄວາມທຸກຍາກຂອງປະຊາຊົນບັນດາເຜົ່າ, ແຕ່ນີ້ຮອດປີ 2030 ເຮັດແນວໃດຂະແໜງພະລັງງານ ແລະ ບໍ່ແຮ່ຕ້ອງບືນຕົວໃຫ້ແຂງແຮງ ແລະ ພະຍາຍາມສູ້ຊົນໃຫ້ບັນລຸໄດ້ 1/4 ຫຼື ປະມານ 25% ຂອງລວມຍອດຜະລິດຕະພັນພາຍໃນ (GDP). ສູ້ຊົນຮັກສາຈັງຫວະການຂະຫຍາຍຕົວຂອງຂະແໜງພະລັງງານ ແລະ ບໍ່ແຮ່ ສະເລ່ຍແຕ່ລະປີ ບໍ່ໃຫ້ຫຼຸດ 10-12%. ພ້ອມດຽວກັນນີ້, ກໍຕ້ອງເຮັດການບັງຄັບໃຊ້ກົດໝາຍ ແລະ ນິຕິກຳຕ່າງໆຢູ່ໃນຂະບວນການຄຸ້ມຄອງລັດໃນຂະແໜງພະລັງງານ ແລະ ບໍ່ແຮ່ ຢ່າງມີຜົນສັກສິດ, ສຸມໃສ່ແກ້ໄຂບັນຫາຕ່າງໆ ຢູ່ໃນຂອບເຂດຄວາມຮັບຜິດຊອບ ເພື່ອປະກອບສ່ວນເຂົ້າໃນການແກ້ໄຂວິກິດການການເງິນລວມ ຂອງປະເທດຊາດ, ການພັດທະນາວຽກງານພະລັງງານ ຕ້ອງຮັບປະກັນການນໍາໃຊ້ ແລະ ປົກປັກຮັກສາຊັບພະຍາກອນທໍາມະຊາດຢ່າງມີປະສິດທິຜົນ ແລະ ຍືນຍົງ, ພັດທະນາແຫຼ່ງຜະລິດພະລັງງານໄຟຟ້າທີ່ເປັນເສດຖະກິດ, ການຂະຫຍາຍລະບົບສາຍສົ່ງໄຟຟ້າ, ແນໃສ່ເພື່ອຕອບສະໜອງຄວາມຕ້ອງການຊົມໃຊ້ຢູ່ພາຍໃນເພື່ອເປັນທ່າແຮງໃນການພັດທະນາເສດຖະກິດຂອງຊາດສົມທົບກັບການພັດທະນາເພື່ອສົ່ງອອກ, ສ້າງລາຍຮັບໃຫ້ແກ່ປະເທດຊາດ ແລະ ສຸມໃສ່ແກ້ໄຂໜີ້ສິນຂອງລັດວິສາຫະກິດໄຟຟ້າລາວເປັນເທື່ອລະກ້າວ, ສຸມໃສ່ແກ້ໄຂສະພາບຄວາມຫຍຸ້ງຍາກໃນການພັດທະນາວຽກງານພະລັງງານໄຟຟ້າໃນຕໍ່ໜ້ານີ້ ຕ້ອງເອົາໃຈໃສ່ປັບປຸງການກຳນົດແຜນໃຫ້ລະອຽດ, ຊັດເຈນ, ສົມທົບຢ່າງແໜ້ນແຟ້ນ ລະຫວ່າງ ການພັດທະນາ ແຫຼ່ງຜະລິດກະແສໄຟຟ້າກັບການພັດທະນາລະບົບສາຍສົ່ງ-ສະຖານີ ແລະ ການຕະຫຼາດ. ນອກນັ້ນ ຕ້ອງສຸມໃສ່ການກໍານົດລາຄາໄຟຟ້າໃຫ້ເໝາະສົມກັບທຸກຝ່າຍໃນສັງຄົມ, ບໍລິສັດສາຍສົ່ງໄຟຟ້າແຫ່ງຊາດ (EDL-T) ຕ້ອງເຄື່ອນໄຫວໃຫ້ແຂງແຮງກວ່າເກົ່າ ເພື່ອເຮັດບົດບາດເປັນຜູ້ພັດທະນາວຽກງານສາຍສົ່ງແບບຄົບວົງຈອນ, ດຶງດູດຍາດແຍ່ງການຮ່ວມລົງທຶນນັບທັງພາຍໃນ ແລະ ຕ່າງປະເທດ, ຫຼຸດຜ່ອນ, ແບ່ງເບົາພາລະການລົງທຶນ ແລະ ໜີ້ສິນຂອງລັດຖະບານ, ສ້າງເງື່ອນໄຂເຮັດໃຫ້ການພັດທະນາດ້ານນີ້ມີຄວາມສະດວກ ແລະ ຂະຫຍາຍຕົວໄວຂຶ້ນ, ປັບປຸງລັດວິສາຫະກິດໄຟຟ້າລາວໃຫ້ໜັກແໜ້ນ,ເຂັ້ມແຂງ, ການພັດທະນາເລື່ອງບໍ່ແຮ່ໃນຕໍ່ໜ້າຕ້ອງມີການເລືອກເຟັ້ນຢ່າງເຄັ່ງຄັດເຮັດດ້ວຍຄວາມລະມັດລະວັງ ແລະ ຮັບປະກັນການພັດທະນາໃຫ້ຖືກຕາມທິດຍືນຍົງ, ປັບປຸງການຄຸ້ມຄອງລັດໃນຂະແໜງທໍລະນີສາດ-ບໍ່ແຮ່ ໃຫ້ສອດຄ່ອງຕາມຫຼັກການຍືນຍົງ ແລະ ວິທີປະຕິບັດທີ່ດີຂອງສາກົນ, ເພີ່ມທະວີນຳພາວຽກງານພົວພັນຕ່າງປະເທດ ແລະ ການຮ່ວມມືກັບອົງການຈັດຕັ້ງສາກົນເພື່ຶຶອຍາດແຍ່ງການຊ່ວຍເຫຼືອຮ່ວມມືຫຼາຍຝ່າຍ ແລະ ສອງຝ່າຍກັບບັນດາປະເທດເພື່ອນມິດ ໂດຍສະເພາະບັນດາປະເທດອາຊຽນ, ອົງການການເງິນທີ່ສະໜັບສະໜູນທຶນຮອນ.