Wednesday, April 2, 2025
Homeຂ່າວຕ່າງປະເທດສະຫະພັນຢາວັກຊິນ ແລະ ພູມຕ້ານທານໂລກ ມີຄວາມໝາຍສຳຄັນສຳລັບເດັກນ້ອຍ

ສະຫະພັນຢາວັກຊິນ ແລະ ພູມຕ້ານທານໂລກ ມີຄວາມໝາຍສຳຄັນສຳລັບເດັກນ້ອຍ

ຂ່າວສານຊີອາໄອລາຍງານ ໃນທ້າຍອາທິດຜ່ານມາ; ອົງການອະນາໄມໂລກ ຫຼື WHO ກ່າວວ່າ: ໃນ 50 ປີທີ່ຜ່ານມາ, ໂຄງການສ້າງພູມຕ້ານທານທົ່ວໂລກ (EPI) ໄດ້ກອບກູ້ຊີວິດຄົນປະມານ 154 ລ້ານຄົນ, ການສັກຢາວັກຊິນໄດ້ຍົກສູງອັດຕາຢູ່ລອດຂອງເດັກອ່ອນໃນຂອບເຂດທົ່ວໂລກ. ໃນນັ້ນ, ສະຫະພັນຢາວັກຊິນ ແລະ ພູມຕ້ານທານທົ່ວໂລກທີ່ສ້າງຕັ້ງຂຶ້ນໃນປີ 2000 ໄດ້ເສີມຂະຫຍາຍບົດບາດສຳຄັນໃນດ້ານການຊ່ວຍເຫຼືອປະເທດທຸກຍາກຮັບເອົາຢາວັກຊິນເພື່ອກອບກູ້ຊີວິດແບບໃໝ່ ແລະ ການຍົກສູງອັດຕາປົກຄຸມຂອງການສັກຢາວັກຊິນ. ແຕ່ວ່າ, ການຕັດທຶນຮອນອາດຈະເປັນການຂົ່ມຂູ່ຕໍ່ຄວາມຄືບໜ້າດັ່ງກ່າວ, ເພີ່ມຄວາມສ່ຽງທີ່ຈະເກີດການລະບາດພະຍາດຕິດແປດໃນທົ່ວໂລກ.

ໃນ 5 ປີຂ້າງໜ້ານີ້, ສະຫະພັນຢາວັກຊິນ ແລະ ພູມຕ້ານທານໂລກ ມີແຜນຈະສະໜອງການປ້ອງກັນດ້ານພູມຕ້ານທານໃຫ້ເດັກນ້ອຍຢ່າງໜ້ອຍ 500 ລ້ານຄົນ, ກອບກູ້ຊີວິດ 8 ຫາ 9 ລ້ານຄົນ. WHO ຮຽກຮ້ອງໃຫ້ປະເທດຕ່າງໆຈົ່ງສືບຕໍ່ລົງທຶນເຂົ້າໃນສະຫະພັນຢາວັກຊິນ ແລະ ພູມຕ້ານທານທົ່ວໂລກ, ເພື່ອປ້ອງກັນບໍ່ໃຫ້ອັດຕາການປົກຄຸມຂອງການສັກຢາວັກຊິນຫຼຸດໜ້ອຍລົງ, ຮັບປະກັນສຸຂະພາບຂອງເດັກນ້ອຍໃນທົ່ວໂລກ.

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments