ໃນໄລຍະການຈັດຕັ້ງປະຕິບັດມະຕິກອງປະຊຸມໃຫຍ່ຄັ້ງທີ XI ຂອງພັກ ຕິດພັນກັບການເພີ່ມທະວີການເຄື່ອນໄຫວປະຕິບັດໜ້າທີ່, ຕິດຕາມກວດກາສະກັດກັ້ນ ແລະ ຕ້ານການສໍ້ລາດບັງຫຼວງ, ຢູ່ໃນລະບົບການຈັດຕັ້ງ ແລະ ຖັນແຖວພະນັກງານຂອງລັດ, ຄະນະກວດກາສູນກາງພັກ-ອົງການກວດກາແຫ່ງລັດຍາມໃດກໍ່ເອົາໃຈໃສ່ການຕິດຕາມກວດກາຢູ່ພາຍໃນຕໍ່ພະນັກງານພາຍໃນອົງການຂອງຕົນ ໂດຍສະ ເພາະແມ່ນກວດກາ, ເກັບກຳຂໍ້ມູນ ແລະ ແກ້ໄຂພຶດຕິກຳສວຍໃຊ້ຕຳແໜ່ງ, ໜ້າທີ່, ຮັບສິນບົນທີ່ຂັດກັບລະບຽບກົດໝາຍ.
ດ້ວຍຂໍ້ມູນຫຼັກຖານຄົບຖ້ວນກ່ຽວກັບການກະທຳຜິດຂອງພະນັກງານຈຳນວນໜຶ່ງ, ໃນວັນທີ 10 ກຸມພາ 2025 ໄດ້ມອບໃຫ້ເຈົ້າໜ້າທີ່ກ່ຽວຂ້ອງນຳໃຊ້ມາດຕະການກັກຕົວພະນັກງານຂອງອົງການກວດກາແຫ່ງລັດ ຈຳນວນ 4 ຄົນ. ໃນນີ້ ມີພະນັກ ງານຂັ້ນຫົວໜ້າກົມ 1 ຄົນ, ຂັ້ນຮອງຫົວໜ້າກົມ 1 ຄົນ ແລະ ພະນັກງານຂັ້ນຮອງພະແນກ 2 ຄົນ.
ນອກຈາກນັ້ນກໍ່ໄດ້ກັກຕົວບຸກຄົນທີ່ກ່ຽວຂ້ອງອີກ ຈໍານວນ 3 ຄົນ ທີ່ມີການພົວພັນກັບການໃຫ້ສິນບົນແກ່ເຈົ້າໜ້າທີ່ຂອງອົງການກວດກາແຫ່ງລັດທີ່ກ່າວມາຂ້າງເທິງ.
ປັດຈຸບັນແມ່ນກຳລັງດຳເນີນການສືບສວນ-ສອບສວນ ຕໍ່ພວກກ່ຽວຕາມຂັ້ນຕອນຂອງກົດໝາຍ.
ທີ່ມາ: ວາລະສານກວດກາ