Wednesday, April 2, 2025
Homeຂ່າວຕ່າງປະເທດລັດຖະບານຈີນເລີ່ມຂົນສົ່ງເຄື່ອງຊ່ວຍເຫຼືອສຸກເສີນດ້ານມະນຸດ ສະທຳງວດທຳອິດໄປໃຫ້ມຽນມາ

ລັດຖະບານຈີນເລີ່ມຂົນສົ່ງເຄື່ອງຊ່ວຍເຫຼືອສຸກເສີນດ້ານມະນຸດ ສະທຳງວດທຳອິດໄປໃຫ້ມຽນມາ

ຕອນເຊົ້າວັນທີ 31 ມີນາ 2025, ເຄື່ອງຊ່ວຍເຫຼືອສຸກເສີນດ້ານມະນຸດສະທຳງວດທຳອິດຈາກລັດຖະບານຈີນໄດ້ເລີ່ມຂົນສົ່ງອອກຈາກສະໜາມບິນສາກົນນະຄອນຫຼວງປັກກິ່ງໄປສູ່ມຽນມາເພື່ອຊ່ວຍເຫຼືອຜູ້ປະສົບໄພແຜ່ນດິນໄຫວ.

ໂດຍຕອບສະໜອງຕາມຄຳຮ້ອງຂໍຂອງລັດຖະບານມຽນມາ, ລັດຖະບານຈີນຕົກລົງໃຫ້ການຊ່ວຍເຫຼືອສຸກເສີນດ້ານມະນຸດສະ ທຳຈຳນວນ 100 ລ້ານຢວນແກ່ມຽນມາເພື່ອຊ່ວຍເຫຼືອຜູ້ປະສົບໄພແຜ່ນດິນໄຫວ. ນັກຂ່າວໄດ້ຮັບຂໍ້ມູນຈາກກົມຮ່ວມມືດ້ານການພັດທະນາສາກົນແຫ່ງຊາດຈີນວ່າ: ເຄື່ອງຊ່ວຍເຫຼືອງວດທຳ ອິດປະກອບດ້ວຍເຕັ້ນ 1.200 ດາງ, ຜ້າຫົ່ມ8.000 ຜືນແລະຖົງຢາສຸກເສີນ 4 ໝື່ນກວ່າຖົງ, ຖືກຂົນສົ່ງໄປເຖິງນະຄອນຢາງກຸງດ້ວຍຮູບແບບການເຊົ່າເໝົາເຮືອບິນ.

ຈີນຍັງຈະສະໜອງນ້ຳດື່ມ, ອາຫານສຳເລັດຮູບແລະວັດຖຸອື່ນໆທີ່ຕ້ອງການສຸກເສີນໃຫ້ແກ່ມຽນມາ, ປັດຈຸບັນ ກຳລັງເລັ່ງລັດກະກຽມເຄື່ອງຊ່ວຍເຫຼືອຕ່າງໆແລະຈະຂົນສົ່ງໄປຮອດເຂດປະສົບໄພໃນໄວໆ ນີ້.

ທີ່ມາ: CMG

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments