Wednesday, April 2, 2025
Homeຂ່າວໜ້າໜຶ່ງຄະນະປະຈຳສະພາແຫ່ງຊາດ ປຶກສາຫາລືວຽກງານ ປະຈຳເດືອນມີນາ

ຄະນະປະຈຳສະພາແຫ່ງຊາດ ປຶກສາຫາລືວຽກງານ ປະຈຳເດືອນມີນາ

ກອງປະຊຸມຄະນະປະຈໍາສະພາແຫ່ງຊາດ ປະຈໍາເດືອນມີນາ 2025 ໄດ້ຈັດຂຶ້ນໃນວັນທີ 31 ມີນາ-1 ເມສາ 2025 ໂດຍການເປັນປະທານຂອງ ທ່ານ ໄຊສົມພອນ ພົມວິຫານ, ກໍາມະການ ກົມການເມືອງສູນກາງພັກ, ປະທານຄະນະປະຈໍາສະພາແຫ່ງຊາດ.

ກອງປະຊຸມໄດ້ພິຈາລະນາບັນຫາສໍາຄັນພື້ນຖານຂອງປະເທດ ຊາດ ຕາມຂອບເຂດສິດ ແລະໜ້າທີ່ຂອງຄະນະປະຈໍາສະພາ ແຫ່ງ ຊາດທີ່ໄດ້ກໍານົດໄວ້ໃນລັດຖະທໍາມະນູນ ແລະ ກົດໝາຍ ເປັນຕົ້ນ: ໜັງສືສະເໜີຂອງລັດຖະບານ ສະບັບເລກທີ 30/ລບ, ລົງວັນທີ 6 ມີນາ 2025 ກ່ຽວກັບການສະເໜີເພີ່ມແຮ່ຫາຍາກເຂົ້າໃນສັນ ຍາວ່າດ້ວຍການສຳຫຼວດຫີນກຣານິດ, ຫີນມາໂບ ແລະ ແຮ່ຕິດ ພັນ ໃນເນື້ອທີ່ 200 ກິໂລຕາແມັດ ຢູ່ເມືອງກວັນ ແຂວງຫົວພັນ ຂອງບໍລິສັດ ລົງທຶນພັດທະນາ ແລະ ບໍ່ແຮ່ລາວ ຈຳກັດຜູ້ດຽວ; ໜັງສືສະເໜີຂອງລັດຖະບານ ສະບັບເລກທີ 29/ລບ, ລົງວັນທີ 5 ມີນາ 2015 ທີ່ສະເໜີຂໍຫັນປ່ຽນທີ່ດິນປ່າໄມ້ທຳມະຊາດໄປເປັນທີ່ດິນປະເພດອື່ນ ລັກສະນະຊົ່ວຄາວ ແລະ ລັກສະນະຖາ ວອນທີ່ນອນໃນປ່າສະຫງວນແຫ່ງຊາດ ດົງພູວຽງ ເພື່ອນຳໃຊ້ເຂົ້າໃນການພັດທະນາໂຄງການລົມ ສະຫວັນ 1 (ໄລຍະທີ 1) ຢູ່ເຂດບ້ານອາລານ, ບ້ານລະກາຍ, ບ້ານຊ້າງແທງ ແລະ ບ້ານແກ້ງອາເລິງ ເມືອງພີນ ແຂວງສະຫວັນນະເຂດ ຂອງບໍລິສັດ ສະຫວັນ 1 ວິນພາວເວີ ຈຳກັດ.

ນອກນີ້, ຍັງມີໜັງສືສະເໜີຂອງລັດຖະບານ ສະບັບເລກທີ 19/ລບ, ລົງວັນທີ 25 ກຸມພາ 2025 ກ່ຽວກັບການສະເໜີຂໍພິຈາລະນາຮັບຮອງມູນຄ່າສະເໜີດັດແກ້ໂຄງການກໍ່ສ້າງເສັ້ນທາງບ້ານຈຽງ ເມືອງແມດ, ແຂວງວຽງຈັນ ແລະ ໜັງສືສະເໜີຂອງລັດຖະບານ ສະບັບເລກທີ 14/ລບ, ລົງວັນທີ 17 ກຸມພາ 2025 ກ່ຽວກັບການສະເໜີຂໍດັດແກ້ມູນຄ່າໂຄງການກໍ່ສ້າງເສັ້ນ ທາງຍຸດທະສາດຫີນເຫີບ-ຊະນະຄາມ, ແຂວງວຽງຈັນ.

ລວມເຖິງລາຍງານຜົນການລົງເຄື່ອນໄຫວຕິດຕາມກວດກາການເຮັດທົດລອງທຸລະກຳຊັບສິນດິຈິຕອນ ແລະ ການແລກ ປ່ຽນຊື້ຂາຍເງິນຄຼິບໂຕ ໃນ ສປປລາວ ສະບັບເລກທີ 289/ກສຕສ, ລົງວັນທີ 17 ຕຸລາ 2024; ລາຍງານກ່ຽວກັບການຄົ້ນຄວ້າ, ສ້າງຮ່າງມະຕິຂອງຄະນະປະຈຳສະພາແຫ່ງຊາດ ວ່າດ້ວຍການພິຈາລະນາໃຫ້ສັດຕະຍາບັນແກ່ສົນທິສັນຍາ; ລາຍງານຜົນ ສຳເລັດການເປັນເຈົ້າພາບຈັດກອງປະຊຸມກຳມາທິການວຽກງານລັດຖະສະພາຂອງສະມັດຊາລັດຖະສະພາຂອງບັນດາປະເທດທີ່ໃຊ້ພາສາຝຣັ່ງ (APF); ລາຍງານຜົນການຄົ້ນຄວ້າໜັງສືສະເໜີ ສະບັບເລກທີ 25/ລບ, ລົງວັນທີ 27 ກຸມພາ 2025 ກ່ຽວກັບການພິຈາລະນາຮັບຮອງການສະເໜີກຳນົດຂອບອາກອນອັດຕາຊົມໃຊ້ນ້ຳມັນເຊື້ອໄຟ ຕາມທີ່ກຳນົດໄວ້ໃນກົດ ໝາຍ; ລາຍງານການປັບປຸງລັດຖະບັນຍັດວ່າດ້ວຍການຄຸ້ມຄອງອາກອນເດັດຖານ ແລະ ຄ່າທຳນຽມສຳລັບທຸລະກິດຄາຊິໂນ; ລາຍງານຜົນ ສຳເລັດການກະກຽມ ແລະ ດຳເນີນກອງປະຊຸມສະໄໝວິສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ IX ແລະ ລາຍງານກ່ຽວ ກັບການກະກຽມກອງປະຊຸມສະໄໝສາມັນເທື່ອທີ 9 ຂອງສະພາແຫ່ງ ຊາດ ຊຸດທີ IX; ລາຍງານການຄົ້ນຄວ້າການສະເໜີແຕ່ງຕັ້ງບຸກຄະລາກອນຂອງສານປະຊາຊົນສູງສຸດ; ໜັງສືສະເໜີຂອງລັດຖະບານ ສະບັບເລກທີ 24/ລບ, ລົງວັນທີ 27 ກຸມພາ 2025 ກ່ຽວກັບການສະເໜີຂໍພິຈາລະນາຮັບຮອງ ແລະ ຍົກເວັ້ນການປະຕິບັດບາງມາດຕາຂອງກົດໝາຍທີ່ພົວພັນກັບໂຄງການເຂື່ອນໄຟຟ້ານ້ຳໂມ້ 2 ເມືອງໝອກ ແຂວງຊຽງຂວາງ ແລະ ລາຍ ງານຄວາມຄືບໜ້າຜົນການຄົ້ນຄວ້ານະໂຍບາຍສົ່ງເສີມພິເສດໃນການພັດທະນານິຄົມອຸດສາຫະກຳ.

ທີ່ມາ: ຂ່າວຜູ້ແທນ ປະຊາຊົນ

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments