ວັນທີ 31 ມີນາ 2025, ທ່ານ ນາງ ພອນວັນ ອຸທະວົງ, ຮອງລັດຖະມົນຕີ ກະຊວງ ແຜນການ ແລະ ການລົງທຶນ ແລະ ທ່ານ ມາກ ອານເດຣ ໂປສ (Mare-andre Prost) ຜູ້ຕາງໜ້າອົງ ການອາຫານໂລກ ປະຈຳ ສປປ ລາວ, ພ້ອມດ້ວຍທີມງານໄດ້ພົບ ປະການນຳແຂວງອຸດົມໄຊ ທີ່ຫ້ອງວ່າການແຂວງ.
ໂອກາດນີ້, ທ່ານ ອ່ອນແກ້ວ ອຸ່ນອາລົມ, ຮອງເຈົ້າແຂວງອຸ ດົມໄຊ ໄດ້ລາຍງານກ່ຽວກັບການຈັດຕັ້ງປະຕິບັດວຽກງານຂອງອົງການອາຫານໂລກທີ່ໄດ້ປະກອບສ່ວນເຂົ້າໃນການພັດທະນາແຂວງອຸດົມໄຊ ໂດຍສະເພາະແມ່ນ ດ້ານການຄ້ຳປະກັນສະບຽງ ອາຫານ, ດ້ານໂພສະນາການ, ອາຫານທ່ຽງໃຫ້ນັກຮຽນໃນໂຮງຮຽນເປົ້າຫມາຍຂອງໂຄງການໄດ້ດີຕະຫລອດມາ, ພ້ອມທັງຈະສືບຕໍ່ຊີ້ນຳຂະແໜງການທີ່ກ່ຽວຂ້ອງຊຸກຍູ້ສົ່ງເສີມກິດຈະກຳຕ່າງໆ ໃຫ້ຄົງຢູ່ຕະຫລອດໄປພາຍຫລັງໂຄງການສໍາເລັດ.

ທ່ານ ນາງ ພອນວັນ ອຸທະວົງ ໄດ້ມີຄຳເຫັນ ຊົມເຊີຍກັບການຈັດຕັ້ງປະຕິບັດວຽກງານຂອງແຂວງ ກໍຄືຂອງຄະນະທິມງານອົງການອາຫານໂລກ ຕະຫລອດຮອດທຸກພາກສ່ວນທີ່ໄດ້ທຸມເທແຮງງານເຂົ້າໃນວຽກງານດັ່ງກ່າວໃຫ້ມີຜົນສຳເລັດ ແລະ ມີຄຸນ ນະພາບທີ່ດີ ສາມາດເຮັດໃຫ້ນ້ອງນັກຮຽນມີອາຫານທ່ຽງ ທີ່ມີຄຸນຄ່າທາງດ້ານໂພສະນາການກິນທຸກມື້ ເຮັດໃຫ້ການຈະເລີນເຕີບໂຕຂອງເດັກຖຶກຕາມຫລັກໂພສະນາການ, ພ້ອມນີ້ ຍັງໄດ້ຝາກໃຫ້ການນຳແຂວງກໍຄື ທີມງານອົງການອາຫານໂລກ ໃຫ້ສືບຕໍ່ຂະຫຍາຍກິດຈະກຳດັ່ງກ່າວນີ້ອອກໃຫ້ກ້ວາງຂວາງກວ່າເກົ່າ.
ທີ່ມາ: ວິທະຍຸ-ໂທລະພາບ ແຂວງອຸດົມໄຊ