Wednesday, April 2, 2025
Homeທຸລະກິດອຸດ​ສາ​ຫະ​ກຳ​ການຜະ​ລິດ​ດ້ານການບິນ​ຂອງ​ຈີນ​ປະ​ກອບ​ສ່ວນສະຕິປັນຍາ ແລະ ແຜນ​ການຂອງ​ຈີນ​ເຂົ້າ​ໃນ​ການ​ພັດ​ທະ​ນາ​ອຸດ ສາຫະກໍາການ​ບິນ​ທົ່ວ​ໂລກຢ່າງບໍ່ຢຸດຢັ້ງ

ອຸດ​ສາ​ຫະ​ກຳ​ການຜະ​ລິດ​ດ້ານການບິນ​ຂອງ​ຈີນ​ປະ​ກອບ​ສ່ວນສະຕິປັນຍາ ແລະ ແຜນ​ການຂອງ​ຈີນ​ເຂົ້າ​ໃນ​ການ​ພັດ​ທະ​ນາ​ອຸດ ສາຫະກໍາການ​ບິນ​ທົ່ວ​ໂລກຢ່າງບໍ່ຢຸດຢັ້ງ

ວັນ​ທີ 30 ມີ​ນາ 2025, ບໍ​ລິ​ສັດເຮືອບິນ​ທຸ​ລະ​ກິດ​ຈີນ​ ຫຼື COMAC ໄດ້​ມອບ​ເຮືອ​ບິນ​ໂດຍ​ສານລຸ້ນ C909 ລຳ​ໜຶ່ງ​ໃຫ້ລັດ ວິສາຫະກິດ​ການ​ບິນ​ລາວ. ນີ້​ເປັນ​ເຮືອ​ບິນລຸ້ນ C909 ລຳ​ທີ 5 ທີ່​ຈີນສົ່ງມອບ​ໃຫ້​ແກ່​ລູກ​ຄ້າໃນ​ປີ​ນີ້ ເຮັດໃຫ້ຈໍານວນ​ທີ່​ໄດ້ສົ່ງມອບ ໃຫ້ລູກຄ້າໄປແລ້ວມີທັງໝົດ 162 ລຳ​. ວັນ​ທີ 18 ມີ​ນາ​ນີ້, ກົມ​ການ​ບິນ​ພົນ​ລະ​ເຮືອນ​, ກະຊວງໂຍທາທິການ ແລະ ຂົນສົ່ງຂອງລາວ​ໄດ້​ມອບ​ໃບ​ຮັບ​ຮອງເຮືອ​ບິນ C909 ໃຫ້​ແກ່​ບໍ​ລິ​ສັດ COMAC, ໝາຍ​ຄວາມ​ວ່າ ເຮືອ​ບິນ C909 ສາມາດໃຫ້ດໍາເນີນ ການບໍລິການທາງດ້ານ​ທຸ​ລະ​ກິດ​ຢູ່​ລາວແລ້ວ.

ເຮືອບິນ C909 ເປັນເຮືອບິນໂດຍສານສາຍຍ່ອຍ​ ໂດຍໃຊ້ຫົວຈັກ Turbofan ທີ່​ຈີນ​ຄົ້ນ​ຄວ້າ​ຜະ​ລິດ​ດ້ວຍ​ຕົນ​ເອງ, ສາ​ມາດ​ເດີນ​ທາງ​ລະ​ຫວ່າງ 2.225 – 3.700 ກິ​ໂລ​ແມັດ. ຢູ່​ປະ​ເທດ​ຈີນ, ເຮືອ​ບິນ C909 ເປັນ​ຕົວ​ແບບ​ຂອງເຮືອບິນໂດຍສານສາຍຍ່ອຍທີ່ຜະລິດໂດຍຈີນເອງ, ບໍ່​ພຽງ​ແຕ່​ໄດ້​ຊ່ວຍ​ເຫຼືອ​ຂະ​ແໜງ​ການ​ການ​ບິນ​ພົນ​ລະ​ເຮືອນ​ປະ​ຢັດ​ຕົ້ນ​ທຶນ​ໃນ​ການ​ບໍ​ລິ​ການ​ສາຍ​ຍ່ອຍໃຫ້ຫຼຸດ​ລົງ 30% ເທົ່າ​ນັ້ນ, ແຕ່​ຍັງ​ໄດ້ ​ຊຸກ​ຍູ້​ສົ່ງເສີມການ​ບໍ​ລິ​ການດ້ານ​ການ​ບິນລະຫວ່າງ 158 ຕົວ​ເມືອງ​ທີ່ເຊື່ອມໂຍງ​ການ​ບິນ ໂດຍ​ຜ່ານ​ຮູບ​ແບບ​ຄ່ອງ​ຕົວ​ທີ່​ມີ​ຖ້ຽວ​ບິນຫຼາຍ ແລະ ຄວາມສາມາດບັນຈຸຜູ້​ໂດຍ​ສານໜ້ອຍ, ລວມ​ທັງ​ໝົດ​ແລ້ວ​ໄດ້​ຂົນ​ສົ່ງ​ຜູ້​ໂດຍ​ສານ 20 ລ້ານ​ເທື່ອ​ຄົນ​ຢ່າງ​ປອດ​ໄພ, ກາຍ​ເປັນ​ຫົວ​ຈັກ​ສຳ​ຄັນ​ທີ່ຊ່ວຍ​ຍົກ​ລະ​ດັບ​ເຄືອ​ຂ່າຍ​ການ​ບິນ​ໃນ​ພາກ​ພື້ນ​ຂອງ​ຈີນ. ພ້ອມ​ກັນ​ນັ້ນ, ໃນ​ການ​ບໍ​ລິ​ການ​ພາຍ​ໃນ​ປະ​ເທດ​ຈີນ, C909 ໄດ້​ຮັບ​ການ​ປັບ​ປຸງ​ດີ​ຂຶ້ນ​ເລື້ອຍໆ, ຍົກ​ສູງ​ສະ​ມັດ​ຖະ​ພາບ ແລະ ຄວາມ​ໄວ້​ວາງໃຈຂອງ​ຕົນ, ລວມເຖິງ​ໄດ້​ສະ​ສົມ​ປະສົບການ​ທີ່​ລ້ຳ​ຄ່າ​ເພື່ອ​​ກ້າວ​ສູ່​ລະດັບ​ສາ​ກົນ.

ເດືອນ​ທັນ​ວາ​ປີ 2022, ບໍ​ລິ​ສັດ​ການ​ບິນ TransNusa ຂອງ​ອິນ​ໂດ​ເນ​ເຊຍ​ກາຍ​ເປັນ​ລູກ​ຄ້າ​ຕ່າງ​ປະ​ເທດ​ຜູ້​ທຳ​ອິດໃນການ​ຈັດ​ຊື້​ເຮືອ​ບິນ C909 ທີ່​ຈີນ​ຄົ້ນ​ຄວ້າ​ຜະ​ລິດ​ດ້ວຍ​ຕົນ​ເອງ. ຫຼັງ​ຈາກ​ໃຫ້​ການ​ບໍ​ລິ​ການ​ຢູ່​ຕະຫຼາດ​ອິນ​ໂດ​ເນ​ເຊຍ​ແລ້ວ, ເຮືອ​ບິນ C909 ໄດ້ຮັບການຍອມຮັບຈາກບໍ​ລິ​ສັດ​ການ​ບິນ​ອິນ​ໂດ​ເນ​ເຊຍ. ອິນໂດເນເຊຍເປັນປະ​ເທດ​ທີ່​ມີ​ເກາະ​ດອນ​ຈຳ​ນວນຫຼວງຫຼາຍ, ມີ​ຄວາມ​ຕ້ອງ​ການ​ອ່າວຫຼາຍ​ຕໍ່​ເຮືອ​ບິນ​ສາຍຍ່ອຍ, ຄວາມສາມາດເດີນທາງ 3.700 ກິໂລແມັດຂອງເຮືອບິນ C909 ນັ້ນ​ ​ສາ​ມາດ​ຕອບ​ສະ​ໜອງ​ກັບ​ຄວາມຮຽກຮ້ອງ​ຕ້ອງ​ການ​ຕາມ​ເສັ້ນ​ທາງ​ການ​ບິນຕ່າງໆທີ່ມີຜູ້ໂດຍສານຫຼາຍຢູ່ອິນໂດເນ​ເຊຍ ເຊິ່ງ​ໄດ້​ສະ​ໜອງ​ການ​ສະ​ໜັບ​ສະ​ໜູນ​ຢ່າງ​ແຂງ​ແຮງ​ໃຫ້​ແກ່​ການ​ຂົນ​ສົ່ງ​ທາງ​ອາ​ກາດ​ຂອງ​ອິນ​ໂດ​ເນ​ເຊຍ.

ເຮືອ​ບິນ C909 ທີ່ມອບ​ໃຫ້​ປະ​ເທດ​ລາວ​ໃນ​ຄັ້ງ​ນີ້, ມີ 90 ບບ່ອນນັ່ງ​ ເຊິ່ງ​ເປັນບ່ອນນັ່ງຊັ້ນປະຢັດ​ທັງ​ໝົດ, ເຄື່ອງ​ໝາຍ​ຢູ່​ທາງ​ໃນ​ກັບ​ທາງນອກ​ເປັນ​ພາ​ສາ​ລາວ, ຮູບ​ທາ​ສີ​ຢູ່​ພາຍນອກເປັນການອອກ​ແບບ​ຕາມການ​ສັ່ງ​ໂດຍ​ສະ​ເພາະ, ຢູ່​ພາກ​ຫາງ​ເຮືອ​ບິນ​ໄດ້​ພິມດອກ​ຈຳ​ປາ ເຊິ່ງເປັນດອກໄມ້ປະຈໍາຊາດຂອງ​ລາວ. ເຮືອ​ບິນ​ດັ່​ງ​ກ່າວ​ຈະ​ເຂົ້າ​ສູ່​ຕະຫຼາດ​ການ​ບິນ​ຂອງ​ລາວ​ດ້ວຍ​ຮູບແບບການ​ເຊົ່າ. ບໍ​ລິ​ສັດ COMAC ຈະຮັບຜິດຊອບສະ​ໜອງ​ທີມ​ງານ​ມື​ອາ​ຊີບ​ດ້ານ​ການບິນ, ການປະສານງານ ແລະ ຄຸ້ມຄອງການປະຕິບັດງານຢູ່ສະໜາມບິນ, ການ​ບໍ​ລິການຜູ້ໂດຍສານ, ການ​ບໍາລຸງ​ສ້ອມ​ແປງ ແລະ​ອື່ນໆ, ລວມເຖິງການປະ​ສານ​ງານ​ກັບ​ພາກ​ສ່ວນ​ຄຸ້ມ​ຄອງ​ການບິນ​ຝ່າຍ​ລາວ​ ເພື່ອສ້າງ​ລະ​ບົບ​ການ​ເຄື່ອນ​ໄຫວ ເຊິ່ງ​ລວມ​ທັງການ​ຮຽບ​ຮຽງ​ຄູ່​ມື​ການ​ເຮັດ​ວຽກ, ອົບ​ຮົມ​ບຸກ​ຄະ​ລາ​ກອນ, ຮັບ​ປະ​ກັນ​ວັດ​ສະ​ດຸ​ການ​ບິນ, ຮັກ​ສາ​ສ້ອມ​ແປງ ແລະອື່ນໆ ເພື່ອ​ຮັບ​ປະ​ກັນໃຫ້​ເຮືອ​ບິນ C909 ເຮັດ​ວຽກ​ຢ່າງ​ປອດ​ໄພ ແລະ ມີ​ປະ​ສິດ​ທິ​ພາບ​ສູງ​ຢູ່​ລາວ. ການ​ສະ​ໜັບ​ສະ​ໜູນ ແລະ ການ​ບໍ​ລິ​ການ​ຮອບ​ດ້ານ​ແບບ​ນີ້ ບໍ່​ພຽງ​ແຕ່​ມີ​ຜົນ​ດີ​ຕໍ່​ເຮືອ​ບິນ C909 ໃຫ້ສາມາດເຮັດ​ວຽກ​ຢ່າງ​ສະ​ດວກ​ຢູ່​ລາວ ແລະ ຊ່ວຍປັບ​ປຸງ​ເງື່ອນ​ໄຂ​ການ​ບິນ​ຂອງ​ລາວ​ເທົ່າ​ນັ້ນ, ແຕ່​ຍັງ​ໄດ້​ສ້າງ​ພື້ນ​ຖານ​ທີ່​ໜັກ​ແໜ້ນ​ໃຫ້​ແກ່​ການ​ຮ່ວມ​ມື​ໃນ​ຂົງ​ເຂດ​ການ​ບິນ​ລະ​ຫວ່າງ​ສ​ອງ​ປະ​ເທດ​ຈີນ-ລາວຕື່ມອີກ.

ນອກ​ນີ້, ເຮືອ​ບິນ C909 ມີ​ຄວາມ​ສາ​ມາດ​ທົນ​ທານດີຕໍ່ອາ ກາດທີ່ມີອຸນຫະພູມ​ສູງ ແລະ ຄວາມ​ສາ​ມາດ​​ຂຶ້ນ​-ລົງຕາມທາງແລ່ນຂອງເຮືອບິນທີ່ແຄບ ແລະ ສັ້ນ. ບໍ່​ວ່າ​ໃນ​ເງື່ອນ​ໄຂ​ອາກາດຮ້ອນ ຫຼື ອາ​ກາດຊຸ່ມ, ຫຼື​ວ່າເງື່ອນໄຂທາງແລ່ນຂຶ້ນ-ລົງຢູ່​ສະ​ໜາມ​ບິນມີຈຳກັດ, ເຮືອ​ບິນ C909 ລ້ວນ​ແຕ່​ສາ​ມາດ​ຂຶ້ນ-​ລົງ​ໄດ້ຢ່າງສະຖຽນ ແລະ​ ປອດ​ໄພດີ ເຊິ່ງ​ສາ​ມາດ​ຮັບ​ປະ​ກັນ​ຄວາມ​ໄວ້ວາງ​ໃຈ​ ​ໃຫ້ແກ່ການອອກເດີນທາງຂອງຜູ້​ໂດຍ​ສານ. ຕາມ​ຂ່າວ​ແຈ້ງວ່າ, ປະ​ເທດຕ່າງໆ​ຢູ່​ອາ​ຊີ​ຕາ​ເວັນ​ອອກ​ສຽງ​ໃຕ້​ ເຊັ່ນ: ​ຫວຽດ​ນາມ, ອິນ​ໂດ​ເນ​ເຊຍ ແລະອື່ນໆ ​ມີ​ຄວາມ​ຕ້ອງ​ການ​ຫຼາຍ​ຕໍ່​ເຮືອ​ບິນ C909, ຫຼັງ​ຈາກ​ປະ​ເມີນ​ສະ​ມັດ​ຖະ​ພາບ ແລະ ການຍອມ​ຮັບ​ຄວາມ​ປອດ​ໄພ ແລະ ການເຮັດວຽກທີ່ມີປະ​ສິດ​ທິ​ພາບ​ສູງ​ຂອງ​ເຮືອ​ບິນ C909 ແລ້ວ, ບໍ​ລິ​ສັດ​ການ​ບິນ VietJet ກ່າວ​ວ່າ​ ໄດ້ສະແດງຄວາມສົນໃຈຢາກ​ເຊົ່າ​ເຮືອ​ບິນ C909. ນອກ​ນີ້, ລູກ​ຄ້າ​ໃນ​ຕະຫຼາດ​ອາ​ຊີ​ກາງ, ອາ​ຟຼິ​ກາ, ອາ​ເມ​ຣິ​ກາ​ລາ​ຕິນ ແລະອື່ນໆ ​ກໍ​ໄດ້​ສະ​ແດງ​ຄວາມ​ສົນ​ໃຈ​ໃນ​ລະ​ດັບ​ສູງ​ຕໍ່​ເຮືອ​ບິນ C909 ເຊັ່ນກັນ.

ຈາກ​ເສັ້​ນ​ທາງ​ການ​ບິນ​ພາຍ​ໃນ​ປະ​ເທດ ຈົນຮອດ​ຕະຫຼາດ​ສາ​ກົນ, ເຮືອ​ບິນ C909 ໄດ້​ບຸກ​ທະ​ລຸ​ຂໍ້​ຈຳ​ກັດ​ດ້ານ​ເຕັກ​ໂນ​ໂລ​ຊີ​ເລື້ອຍໆ, ໄດ້ຍົກສະ​ມັດ​ຖະ​ພາບ ແລະ ລະ​ດັບ​ການ​ບໍ​ລິ​ການ​ຂອງ​ຕົນໃຫ້ສູງຂຶ້ນຢ່າງບໍ່ຢຸດຢັ້ງ ຈຶ່ງ​ໄດ້​ຮັບ​ຄວາມ​ນິ​ຍົມ​ຊົມ​ຊອບ​ຈາກ​ຕະຫຼາດ​ທັງ​ພາຍ​ໃນ ແລະ ຕ່າງ​ປະ​ເທດ. ໃນ​ອະ​ນາ​ຄົດ, ຄຽງ​ຄູ່​ກັບ​ເຮືອ​ບິນ C909 ຈະໃຫ້​ການ​ບໍ​ລິ​ການ​ຢູ່ບັນດາ​ປະ​ເທດ ແລະ ເຂດ​ແຄວ້ນຫຼາຍຂຶ້ນກວ່າ​ເກົ່າ, ອຸດ​ສາ​ຫະ​ກຳ​ການ​ຜະ​ລິດ​ດ້ານ​ການ​ບິນ​ຂອງ​ຈີນ​ຈະ​ປາ​ກົດ​ມີ​ກຳ​ລັງ​ແຮງ ແລະ ບົດ​ບາດຫຼາຍກວ່າ​ເກົ່າ​ໃນ​ເວ​ທີ​ສາ​ກົນ, ປະ​ກອບ​ສ່ວນ​ສະ​ຕິ​ປັນ​ຍາ ແລະ ແຜນການຂອງ​ຈີນຫຼາຍຂຶ້ນກວ່າ​ເກົ່າ​ເຂົ້າ​ໃນ​ການ​ພັດ​ທະ​ນາ​ອຸດສາຫະກໍາການບິນ​ທົ່ວ​ໂລກ.

ທີ່ມາ: CMG

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments