Monday, March 31, 2025
Homeຂ່າວພາຍໃນເທສະການສັບປະດາຮູບເງົາຈີນ ຄັ້ງທີ 13 ປະຈໍາປີ 2025

ເທສະການສັບປະດາຮູບເງົາຈີນ ຄັ້ງທີ 13 ປະຈໍາປີ 2025

ວັນທີ 27 ມີນາ 2025 ສະຖາບັນຂົງຈື ມະຫາວິທະຍາໄລແຫ່ງຊາດ ຈັດພິທີເປີດເທສະການສັບປະດາຮູບເງົາຈີນ ຄັ້ງທີ 13 ປະຈໍາປີ 2025 ໃນຫົວຂໍ້ “ຮຽນຮູ້ພາສາ ແລະວັດທະ ນະທໍາຈີນ ໂດຍຜ່ານຮູບເງົາຈີນ” ທີ່ສະໂມສອນໃຫຍ່ສະຖາບັນຂົງຈື ເຊິ່ງເປັນກຽດເຂົ້າຮ່ວມໂດຍ ທ່ານ ນາງ ນິພາພອນ ກັນຍາວົງ ຮອງຜູ້ອໍານວຍການຝ່າຍລາວ ຫົວຫນ້າພະແນກ ຮອງພະແນກ ຄູ-ອາຈານພະນັກງານຝ່າຍລາວ – ຝ່າຍຈີນ ພ້ອມດ້ວຍນັກຮຽນ-ນັກສຶກສາເຂົ້າຮ່ວມທັງໝົດຈໍານວນ 305 ກວ່າຄົນ.

ຈັດກິດຈະກໍາສັບປະດາຮູບເງົາ ເພື່ອເປັນການສ້າງໂອກາດໃຫ້ນັກສຶກສາໄດ້ຮຽນຮູ້ພາສາ ແລະວັດທະນະທຳຈີນໂດຍຜ່ານຮູບ ເງົາຈີນ ແລະ ທັງເປັນການເຝິກທັກສະ 4 ທັກສະໃນການຮຽນພາ ສາໄປພ້ອມກັນ.

ກິດຈະກໍານີ້ ເລີ່ມເຄື່ອນໄຫວລົງສາຍຮູບເງົາໃນລະຫວ່າງວັນທີ 26-31/3/2025 ເຊິ່ງຈັດທີ່ສະຖາບັນຂົງຈື ແລະ ບັນດາຫ້ອງຮຽນຂົງຈື ແລະ ຈຸດສອນພາສາຈີນ ເຊີ່ງໃນຕອນທ້າຍຂອງເທສະການສັບປະດາຮູບເງົາຈີນ ແມ່ນໄດ້ມີກິດຈະກໍາຖາມ-ຕອບເປັນພາສາຈີນ ຕາມເນື້ອໃນຂອງຮູບເງົາທີ່ໄດ້ຊົມ ເຊິ່ງນັກຮຽນ- ນັກສຶກສາແມ່ນໃຫ້ຄວາມສົນໃຈຫຼາຍ ພາໃຫ້ບັນຍາກາດໃນກິດຈະກໍາເຕັມໄປດ້ວຍຄວາມຟົດຟື້ນມ່ວນຊື່ນ.

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments