ໃນວັນທີ 25 ມີນາຜ່ານມາ ທີ່ສະພາແຫ່ງຊາດ (ສພຊ), ສະຫາຍ ຈະເລີນ ເຢຍປາວເຮີ ກໍາມະການສູນກາງພັກ ຮອງປະທານສະພາແຫ່ງຊາດ ໄດ້ຕ້ອນຮັບການຢ້ຽມຂໍ່ານັບຂອງ ສະຫາຍ ຫວໍ ຊວັນ ຫວິງ ຮອງຫົວໜ້າສະຖາບັນສຶກສາອາຊີຕາເວັນອອກສ່ຽງໃຕ້, ຫົວໜ້າຄະນະຊ່ຽວຊານຂຽນຮຽບຮຽງປຶ້ມ 50 ປີ ແຫ່ງສາຍພົວພັນລະຫວ່າງ ສະພາແຫ່ງຊາດລາວ ແລະ ຫວຽດນາມ ພ້ອມຄະນະ ໃນໂອກາດທີ່ມາເຄື່ອນໄຫວຢ້ຽມຢາມ, ເຮັດວຽກ ແລະ ເຂົ້າຮ່ວມກອງປະຊຸມປຶກສາຫາລືເນື້ອໃນຂອງປຶ້ມ 50 ປີ ແຫ່ງສາຍພົວພັນລະຫວ່າງສະພາແຫ່ງຊາດລາວ ແລະ ສະພາແຫ່ງຊາດຫວຽດນາມ ໃນລະຫວ່າງວັນທີ 23-27 ມີນາ 2025 ເພື່ອແບ່ງປັນບົດຮຽນທາງດ້ານປະຫວັດສາດແຫ່ງການພົວພັນຮ່ວມມືລະຫວ່າງ ສປປ ລາວ ແລະ ສສ ຫວຽດນາມ ກໍຄື ລະຫວ່າງສອງສະພາແຫ່ງຊາດ ລາວ-ຫວຽດນາມ ຊຶ່ງໄດ້ປະກອບສ່ວນສໍາຄັນເຂົ້າໃນການຮັດແໜ້ນ ແລະ ເພີ່ມພູນຄູນສ້າງສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານ ລະຫວ່າງສອງພັກ, ສອງລັດ ແລະ ປະຊາຊົນສອງຊາດ ລາວ-ຫວຽດນາມ ໂດຍສະເພາະລະຫວ່າງສອງອົງການນິຕິບັນຍັດຂອງສອງປະເທດ ໃຫ້ນັບມື້ເຂົ້າສູ່ລວງເລິກ ແລະ ແຕກດອກອອກຜົນຍິ່ງໆຂຶ້ນ.
ສະຫາຍ ຫວໍ ຊວັນ ຫວິງ ໄດ້ລາຍງານຜົນສຳເລັດການພົບປະ, ເຮັດວຽກ ແລະ ປຶກສາຫາລືແລກປ່ຽນຄຳຄິດຄຳເຫັນຊຶ່ງກັນ ແລະ ກັນ ກັບຄະນະນຳກຳມາທິການການຕ່າງປະເທດ, ຄະນະຊ່ຽວຊານສະພາແຫ່ງຊາດລາວ ກ່ຽວກັບໂຄງສ້າງ, ເນື້ອໃນທັງຄັດເລືອກຮູບພາບ ເພື່ອປະກອບເຂົ້າໃນຮ່າງປຶ້ມ “50 ປີ ແຫ່ງສາຍພົວພັນລະຫວ່າງສະພາແຫ່ງຊາດລາວ ແລະ ສະພາແຫ່ງຊາດຫວຽດນາມ”, ທັງຕີລາຄາສູງສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານ ລະຫວ່າງສອງພັກ, ສອງລັດ ແລະ ປະຊາຊົນສອງຊາດ ກໍຄື ສອງສະພາແຫ່ງຊາດ ລາວ-ຫວຽດນາມ ຕະຫຼອດມາ.
ສະຫາຍ ຈະເລີນ ເຢຍປາວເຮີ ໄດ້ສະແດງຄວາມຍິນດີຕ້ອນຮັບຢ່າງອົບອຸ່ນ ທັງສະແດງຄວາມຊົມເຊີຍ ແລະ ຕີລາຄາສູງຕໍ່ຜົນການເຮັດວຽກ, ປຶກສາຫາລືແລກປ່ຽນຄຳເຫັນ ແລະ ຂໍ້ມູນທາງດ້ານເນື້ອໃນຂອງຮ່າງປຶ້ມ 50 ປີ ແຫ່ງສາຍພົວພັນລະຫວ່າງສະພາແຫ່ງຊາດລາວ ແລະ ສະພາແຫ່ງຊາດຫວຽດນາມ ກັບຄະນະຊ່ຽວຊານຂອງສະພາແຫ່ງຊາດລາວ ຊຶ່ງປຶ້ມດັ່ງກ່າວ ມີເນື້ອໃນຂ້ອນຂ້າງຄົບຖ້ວນ ເລີ່ມແຕ່ປະຫວັດແຫ່ງສາຍພົວພັນ ນັບແຕ່ປະຫວັດສາດ ການຮ່ວມມືດ້ານການເມືອງ, ດ້ານເສດຖະກິດ-ສັງຄົມ, ວຽກງານປ້ອງການຊາດ-ປ້ອງກັນຄວາມສະຫງົບ, ການພົວພັນຮ່ວມມືລະຫວ່າງສອງສະພາແຫ່ງຊາດ ລວມເຖິງທິດທາງການພົວພັນຮ່ວມມື ຊຶ່ງປຶ້ມນີ້ຈະເປັນບົດຮຽນ, ແຫຼ່ງຂໍ້ມູນ, ເນື້ອໃນທີ່ສຳຄັນອັນລ້ຳຄ່າ ໃຫ້ແກ່ຄົນຮຸ່ນໜຸ່ມໄດ້ສຶກສາ, ຄົ້ນຄວ້າ, ສືບທອດ ແລະ ປົກປັກຮັກສາສາຍພົວພັນແບບພິເສດ ລາວ-ຫວຽດນາມ ມີໜຶ່ງດຽວໃນໂລກ ໃຫ້ໝັ້ນຄົງຕະຫຼອດໄປ. ພ້ອມນີ້, ສະຫາຍຍັງສະແດງຄວາມຍ້ອງຍໍຊົມເຊີຍ ແລະ ຂອບໃຈເປັນຢ່າງສູງຕໍ່ຄະນະຊ່ຽວຊານຫວຽດນາມ ທີ່ໄດ້ເອົາໃຈໃສ່ສຸມກໍາລັງແຮງ ແລະ ຫົວຄິດປັນຍາ ຄົ້ນຄວ້າການພົວພັນຮ່ວມມື, ການສະໜັບສະໜູນຊ່ວຍເຫຼືອຊຶ່ງກັນ ແລະ ກັນ ລະ ຫວ່າງສະພາແຫ່ງຊາດລາວ ແລະ ສະພາແຫ່ງຊາດຫວຽດນາມ ມາຮອດປີນີ້ ພໍດີຄົບຮອບ 50 ປີ, ຄະນະຮັບຜິດຊອບຂຽນປຶ້ມດັ່ງກ່າວ ກໍຈະເຮັດສຳເລັດເນື້ອໃນ ລວມທັງການປະກອບຮູບພາບ, ການອອກແບບ ເພື່ອໃຫ້ທັນຈັດພິມຈຳໜ່າຍ ແລະ ເຜີຍແຜ່ ໃຫ້ສຳເລັດພາຍໃນເດືອນກັນຍາ 2025 ນີ້.
