Monday, March 31, 2025
Homeຂ່າວການເມືອງຮອງປະທານສະພາແຫ່ງຊາດ ຕ້ອນຮັບຄະນະຊ່ຽວຊານຂຽນຮຽບຮຽງປຶ້ມ 50 ປີ ແຫ່ງສາຍພົວພັນລາວ-ຫວຽດນາມ

ຮອງປະທານສະພາແຫ່ງຊາດ ຕ້ອນຮັບຄະນະຊ່ຽວຊານຂຽນຮຽບຮຽງປຶ້ມ 50 ປີ ແຫ່ງສາຍພົວພັນລາວ-ຫວຽດນາມ

ວັນທີ 25 ມີນາ 2025 ຜ່ານມາ, ຢູ່ສະພາແຫ່ງຊາດ, ສະຫາຍ ຈະເລີນ ເຍຍປາວເຮີ ກໍາມະການສູນກາງພັກ, ຮອງປະທານສະພາແຫ່ງຊາດ ໄດ້ຕ້ອນຮັບການຢ້ຽມຂໍ່ານັບຂອງ ສະຫາຍ ຫວໍ ຊວັນ ຫວິງ ຮອງຫົວໜ້າສະຖາບັນສຶກສາອາຊີຕາເວັນອອກສ່ຽງໃຕ້, ຫົວໜ້າຄະນະຊ່ຽວຊານຂຽນຮຽບຮຽງປຶ້ມ 50 ປີ ແຫ່ງສາຍພົວພັນລະຫວ່າງ ສະພາແຫ່ງຊາດລາວ ແລະ ຫວຽດນາມ ພ້ອມຄະນະ ໃນໂອກາດທີ່ມາເຄື່ອນໄຫວຢ້ຽມຢາມ, ເຮັດວຽກ ແລະ ເຂົ້າຮ່ວມກອງປະຊຸມປຶກສາຫາລືເນື້ອໃນຂອງປຶ້ມ 50 ປີ ແຫ່ງສາຍພົວພັນລະຫວ່າງສະພາແຫ່ງຊາດລາວ ແລະ ສະພາແຫ່ງຊາດຫວຽດນາມ ໃນລະຫວ່າງວັນທີ 23-27 ມີນາ 2025 ເພື່ອແບ່ງປັນບົດຮຽນທາງດ້ານປະ ຫວັດສາດແຫ່ງການພົວພັນຮ່ວມມືລະຫວ່າງ ສປປລາວ ແລະ ສສ ຫວຽດນາມ ກໍຄື ລະຫວ່າງສອງສະພາແຫ່ງຊາດ ລາວ-ຫວຽດນາມ ເຊິ່ງໄດ້ປະກອບສ່ວນສໍາຄັນເຂົ້າໃນການຮັດແໜ້ນ ແລະ ເພີ່ມພູນຄູນສ້າງສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານ ລະຫວ່າງສອງພັກ, ສອງລັດ ແລະ ປະຊາຊົນສອງຊາດ ລາວ-ຫວຽດນາມ ໂດຍສະເພາະລະຫວ່າງສອງອົງການນິຕິບັນຍັດຂອງສອງປະເທດ ໃຫ້ນັບມື້ເຂົ້າສູ່ລວງເລິກ ແລະ ແຕກດອກອອກຜົນຍິ່ງໆຂຶ້ນ.

ສະຫາຍ ຫວໍ ຊວັນ ຫວິງ ໄດ້ລາຍງານຜົນສຳເລັດການພົບປະ, ເຮັດວຽກ ແລະ ປຶກສາຫາລືແລກປ່ຽນຄຳຄິດຄຳເຫັນເຊິ່ງກັນ ແລະ ກັນ ກັບຄະນະນຳກຳມາທິການການຕ່າງປະເທດ, ຄະນະຊ່ຽວຊານສະພາແຫ່ງຊາດລາວ ກ່ຽວກັບໂຄງສ້າງ, ເນື້ອໃນທັງຄັດເລືອກຮູບພາບ ເພື່ອປະກອບເຂົ້າໃນຮ່າງປຶ້ມ “50 ປີ ແຫ່ງສາຍພົວພັນລະຫວ່າງສະພາແຫ່ງຊາດລາວ ແລະ ສະພາແຫ່ງຊາດຫວຽດນາມ”, ທັງຕີລາຄາສູງສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານ ລະຫວ່າງສອງພັກ, ສອງລັດ ແລະ ປະຊາຊົນສອງຊາດ ກໍຄື ສອງສະພາແຫ່ງຊາດ ລາວ-ຫວຽດນາມ ຕະຫລອດມາ.

ສະຫາຍ ຈະເລີນ ເຍຍປາວເຮີ ໄດ້ສະແດງຄວາມຍິນດີຕ້ອນຮັບຢ່າງອົບອຸ່ນ ທັງສະແດງຄວາມຊົມເຊີຍ ແລະ ຕີລາຄາສູງຕໍ່ຜົນການເຮັດວຽກ, ປຶກສາຫາລືແລກປ່ຽນຄຳເຫັນ ແລະ ຂໍ້ມູນທາງດ້ານເນື້ອໃນຂອງຮ່າງປຶ້ມ 50 ປີ ແຫ່ງສາຍພົວພັນລະຫວ່າງສະພາແຫ່ງຊາດລາວ ແລະ ສະພາແຫ່ງຊາດຫວຽດນາມ ກັບຄະນະຊ່ຽວຊານຂອງສະພາແຫ່ງຊາດລາວ ເຊິ່ງປຶ້ມດັ່ງກ່າວ ມີເນື້ອໃນຂ້ອນຂ້າງຄົບຖ້ວນ ເລີ່ມແຕ່ປະຫວັດແຫ່ງສາຍພົວພັນ ນັບແຕ່ປະ ຫວັດສາດ, ການຮ່ວມມືດ້ານການເມືອງ, ດ້ານເສດຖະກິດ-ສັງຄົມ, ວຽກງານປ້ອງການຊາດ-ປ້ອງກັນຄວາມສະ ຫງົບ, ການພົວພັນຮ່ວມມືລະຫວ່າງສອງສະພາແຫ່ງຊາດ ລວມເຖິງທິດທາງການພົວພັນຮ່ວມມື ເຊິ່ງປຶ້ມນີ້ຈະເປັນບົດຮຽນ, ແຫລ່ງຂໍ້ມູນ, ເນື້ອໃນທີ່ສຳຄັນອັນລ້ຳຄ່າ ໃຫ້ແກ່ຄົນຮຸ່ນໜຸ່ມໄດ້ສຶກສາ, ຄົ້ນຄວ້າ, ສືບທອດ ແລະ ປົກປັກຮັກສາສາຍພົວພັນແບບພິເສດ ລາວ-ຫວຽດນາມ ມີໜຶ່ງດຽວໃນໂລກ ໃຫ້ໝັ້ນຄົງຕະຫລອດໄປ. ພ້ອມນີ້, ສະຫາຍຍັງສະແດງຄວາມຍ້ອງຍໍຊົມເຊີຍ ແລະ ຂອບໃຈເປັນຢ່າງສູງຕໍ່ຄະນະຊ່ຽວຊານຫວຽດນາມ ທີ່ໄດ້ເອົາໃຈໃສ່ສຸມກໍາລັງແຮງ ແລະ ຫົວຄິດປັນຍາ ຄົ້ນຄວ້າການພົວພັນຮ່ວມມື, ການສະໜັບສະໜູນຊ່ວຍເຫລືອເຊິ່ງກັນ ແລະ ກັນ ລະ ຫວ່າງສະພາແຫ່ງຊາດລາວ ແລະ ສະພາແຫ່ງຊາດຫວຽດນາມ ມາຮອດປີນີ້ ພໍດີຄົບຮອບ 50 ປີ, ຄະນະຮັບຜິດຊອບຂຽນປຶ້ມດັ່ງກ່າວ ກໍຈະເຮັດສຳເລັດເນື້ອໃນ ລວມທັງການປະກອບຮູບພາບ, ການອອກແບບ ເພື່ອໃຫ້ທັນຈັດພິມຈຳໜ່າຍ ແລະ ເຜີຍແຜ່ ໃຫ້ສຳເລັດພາຍໃນເດືອນກັນຍາ 2025 ນີ້.

ຂ່າວ-ພາບ: ສພຊ

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments