Monday, March 31, 2025
Homeຂ່າວຕ່າງປະເທດສປ ຈີນ ຮຽກຮ້ອງໃຫ້ຊີຣີ ຊຸກຍູ້ຂະບວນການຂ້າມຜ່ານທາງການເມືອງເພື່ອຟື້ນຟູຄືນສັນຕິພາບ-ສະຖຽນລະພາບ

ສປ ຈີນ ຮຽກຮ້ອງໃຫ້ຊີຣີ ຊຸກຍູ້ຂະບວນການຂ້າມຜ່ານທາງການເມືອງເພື່ອຟື້ນຟູຄືນສັນຕິພາບ-ສະຖຽນລະພາບ

ວິທະຍຸສາກົນ ແຫ່ງ ສປ ຈີນ, ສະພາຄວາມໝັ້ນຄົງອົງການສະຫະປະຊາຊາດ (ສປຊ) ໄດ້ຈັດກອງປະຊຸມເປີດກວ້າງ ກ່ຽວກັບ ບັນຫາຊີຣີ ໂດຍຜູ້ຕາງໜ້າພິເສດ ກ່ຽວກັບບັນຫາຊີຣີ ຂອງອົງການສະຫະປະຊາຊາດ ໄດ້ແຈ້ງສະພາບການຢູ່ຊີຣີ ໃນຫວ່າງມໍ່ໆ ມານີ້. ຈາກນັ້ນ ທ່ານ ຟູ້ຊົງ ຜູ້ຕາງໜ້າຖາວອນຂອງ ສປ ຈີນ ປະຈໍາ ອົງການສະຫະປະຊາຊາດ ໄດ້ປະກອບຄໍາເຫັນໂດຍຊີ້ໃຫ້ເຫັນວ່າ: ໄດ້ເກີດມີການສັງຫານແບບບໍ່ຈຳແນກ ທີ່ແນໃສ່ປະຊາຊົນຢູ່ເຂດ ແຄມທະເລ ຂອງຊີຣີ ຢ່າງໄຮ້ມະນຸດສະທໍາ ແລະ ໂຫດຮ້າຍ. ເຈົ້າໜ້າທີ່ຊົ່ວຄາວ ຂອງຊີຣີ ໄດ້ປະກາດ ເລີ່ມການສືບສວນ ຢ່າງເປັນອິດສະຫລະ ໂດຍຈະດໍາເນີນ ເປັນເວລາ 1 ເດືອນ ແລະ ຈະສືບຫາ ຄວາມຮັບຜິດຊອບ. ສປ ຈີນ ເອົາໃຈໃສ່ ຕິດຕາມ ຄວາມຄືບໜ້າ ຂອງເລື່ອງນີ້, ພ້ອມທັງ ຄອງຄອຍເຈົ້າໜ້າທີ່ ຊົ່ວຄາວ ຂອງຊີຣີ ຈະດໍາເນີນວຽກງານດັ່ງກ່າວດ້ວຍວິທີທີ່ໂປ່ງໃສ ແລະ ມີຄວາມຮັບຜິດຊອບ. ສຳລັບ ສປ ຈີນ ໄດ້ສັງເກດເຫັນວ່າ: ເຈົ້າໜ້າທີ່ຊົ່ວຄາວ ຂອງຊີຣີ ໄດ້ນໍາໃຊ້ ມາດຕະການຕ່າງໆ ເພື່ອຊຸກຍູ້ ຂະບວນ ການຂ້າມຜ່ານ ທາງການເມືອງ ແລະ ປະຕິບັດ ຕາມຄໍາໝັ້ນສັນຍາ ຢ່າງແທ້ຈິງ, ດໍາເນີນການສົນທະນາ ແລະ ປຶກສາຫາລື ຢ່າງກວ້າງຂວາງ ກັບວົງການຕ່າງໆ ຂອງຊີຣີ ເພື່ອບັນລຸ ຄວາມກວມລວມ ຢ່າງແທ້ຈິງ./.

(ບັນນາທິການຂ່າວ: ຕ່າງປະເທດ)

ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments