Sunday, March 30, 2025
Homeຂ່າວໜ້າໜຶ່ງລັດຖະມົນຕີກະຊວງ ຖວທ ຕ້ອນຮັບບັນດາທູດລາວ ທີ່ຈະໄປປະຈໍາຢູ່ຕ່າງປະເທດ

ລັດຖະມົນຕີກະຊວງ ຖວທ ຕ້ອນຮັບບັນດາທູດລາວ ທີ່ຈະໄປປະຈໍາຢູ່ຕ່າງປະເທດ

ໃນວັນທີ 25 ມີນາ 2025 ນີ້, ທ່ານ ນາງ ສວນສະຫວັນ ວິຍະເກດ ລັດຖະມົນຕີກະຊວງຖະແຫລງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ (ຖວທ) ໄດ້ຕ້ອນຮັບການເຂົ້າພົບປະຂອງບັນດາເອກອັກຄະລັດຖະທູດ ແຫ່ງ ສປປ ລາວ ທີ່ຈະໄປດຳລົງຕຳແໜ່ງຢູ່ຕ່າງປະເທດ ເຊິ່ງປະກອບມີ: ທ່ານ ອໍາໄພ ກິນດາວົງ ເອກອັກຄະລັດຖະທູດ ແຫ່ງ ສປປ ລາວ ປະຈໍາ ຍີ່ປຸ່ນ, ທ່ານ ຈາຕຸລົງ ບົວສີສະຫວັດ ເອກອັກຄະລັດຖະທູດ ແຫ່ງ ສປປ ລາວ ປະຈໍາ ອົດສະຕຣາລີ, ທ່ານ ເຮືອນແກ້ວ ສັງສົມສັກ ເອກອັກຄະລັດຖະທູດ ແຫ່ງ ສປປ ລາວ ປະຈໍາ ບຣູໄນ ດາລູຊາລາມ, ທ່ານ ວິລັດສອນ ວິສອນນະວົງ ເອກອັກຄະລັດຖະທູດ ແຫ່ງ ສປປ ລາວ ປະຈໍາ ສາທາລະນະລັດ ສິງກະໂປ ແລະ ທ່ານ ສິດສັງຄົມ ສີສະເກດ ເອກອັກຄະລັດຖະທູດ ຜູ້ຕາງໜ້າຖາວອນ ແຫ່ງ ສປປ ລາວ ປະຈໍາ ອາຊຽນ ທີ່ ຈາກາຕາ ອິນໂດເນເຊຍ.

ການເຂົ້າພົບປະຄະນະນຳກະຊວງ ຖວທ ໃນຄັ້ງນີ້, ເພື່ອຂໍທິດຊີ້ນຳ ເພື່ອນຳໄປເປັນຂໍ້ມູນສ້າງແຜນຊ່ວຍຊຸກຍູ້ບັນດາກິດຈະກຳ ແລະ ແຜນການຮ່ວມມືກັບບັນດາປະເທດ ໃຫ້ມີຄວາມຖືກຕ້ອງສອດຄ່ອງ ກັບແນວທາງນະບາຍຂອງ ພັກ, ລັດ ກໍຄື ຂະແໜງຖະແຫລງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ.

ໂອກາດນີ້, ທ່ານ ລັດຖະມົນຕີ ກະຊວງ ຖວທ ໄດ້ໃຫ້ທັດສະນະບາງຕອນວ່າ: ການໄປປະຈໍາການ ກໍຄື ການປະຕິບັດໜ້າທີ່ຂອງບັນດາທ່ານ ຢູ່ຕ່າງປະເທດຄັ້ງນີ້, ຈະຊ່ວຍຊຸກຍູ້ການຮ່ວມມືໃນຫລາຍໆດ້ານຮ່ວມກັບບັນດາປະເທດ ໂດຍສະເພາະ ລັດຖະບານ ແຫ່ງ ສປປ ລາວ ໄດ້ກຳນົດເອົາວຽກງານທ່ອງທ່ຽວ ເປັນວຽກງານບຸລິມະສິດເສດຖະກິດປາຍແຫລມ ໂດຍແນໃສ່ແນວທາງການພັດທະນາ ດ້ານການທ່ອງທ່ຽວທາງທຳມະຊາດ, ວັດທະນະທຳ ແລະ ປະຫວັດສາດ ໃຫ້ກາຍເປັນການທ່ອງທ່ຽວ ສີຂຽວ ທີ່ມີລັກສະນະຍືນຍົງ. ພ້ອມນັ້ນ, ວຽກງານການທ່ອງທ່ຽວ ໄດ້ເຊື່ອມໂຍງກັບທຸກຂົງເຂດເສດຖະກິດ, ຈຶ່ງເຮັດໃຫ້ມີບົດບາດສຳຄັນ ໃນການພັດທະນາເສດຖະກິດ-ສັງຄົມ ຂອງປະເທດ. ພ້ອມນີ້, ທ່ານລັດຖະມົນຕີ ຍັງໄດ້ສະເໜີໃຫ້ບັນດາທ່ານທູດ ເປັນຂົວຕໍ່ໂຄສະນາແນວທາງນະໂຍບາຍຂອງພັກ, ລັດ ກໍຄື ວຽກງານທ່ອງທ່ຽວ, ສ້າງກາລະໂອກາດໃນການຈັດງານວັນລາວ ເພື່ອເຜີຍແຜ່ແລກປ່ຽນວັດ ທະນະທຳ ກັບບັນດາປະເທດ ໃຫ້ຫລາຍຂຶ້ນຕື່ມ ໂດຍສະເພາະໃນໄລຍະຜ່ານມາ, ສະຖານທູດລາວ ປະຈຳຍີ່ປຸ່ນ ໄດ້ຮ່ວມມືກັບພາກທຸລະກິດ ແລະ ສະຖາບັນການສຶກສາຂອງປະເທດ ຢີ່ປຸ່ນ ຈັດງານວັນລາວ ຊຶ່ງໃນປີ 2025 ນີ້, ກໍໄດ້ມີແຜນຈະຈັດຂຶ້ນໃນລະຫວ່າງເດືອນພຶດສະພາ 2025 ເພື່ອປະກອບສ່ວນເຂົ້າໃນການສະເຫລີມສະຫລອງ 70 ປີ ແຫ່ງການສ້າງສາຍພົວພັນການທູດ ລາວ-ຢີ່ປຸ່ນ ຕື່ມອີກ. ນອກຈາກນີ້, ໃນບັນດາປະເທດອື່ນໆ ກໍຂໍໃຫ້ບັນດາທ່ານທູດສືບຕໍ່ຊຸກຍູ້ ແລະ ໂຄສະນາ-ແລກປ່ຽນ ການຮ່ວມມືໃຫ້ຫລາຍຂຶ້ນ ໂດຍສະເພາະແມ່ນວຽກງານໃນຂະແໜງ ຖວທ, ຖ້າເປັນໄປໄດ້ຂໍໃຫ້ມີການຈັດງານແລກປ່ຽນວັດທະນະທຳກ່ຽວກັບການປຸງແຕ່ງອາຫານລາວ ເພື່ອເປັນການໂຄສະນາອາຫານລາວ ທີ່ມີຄວາມຫລາກຫລາຍ ຕໍ່ບັນດາປະເທດສະມາຊິກອາຊຽນ ກໍຄື ບັນດາປະເທດອື່ນໆໃນພາກພື້ນ ແລະ ສາກົນ.

ບັນດາທ່ານເອກອັກຄະລັດຖະທູດ ກໍໄດ້ສະແດງຄວາມຂອບໃຈ ຕໍ່ທ່ານ ນາງ ສວນສະຫວັນ ວິຍະເກດ ທີ່ໄດ້ໃຫ້ການຕ້ອນຮັບ, ພ້ອມທັງໃຫ້ຄໍາຢືນຢັນວ່າ ຈະນໍາເອົາທິດຊີ້ນໍາຂອງທ່ານ ໄປຈັດຕັ້ງປະຕິບັດເຂົ້າໃນວຽກງານຕົວຈິງ ໃນໄລຍະການປະຕິບັດໜ້າທີ່ຄັ້ງນີ້ ໃຫ້ໄດ້ຮັບໝາກຜົນສູງສຸດ ແລະ ຈະສືບຕໍ່ສົ່ງເສີມວຽກງານແລກປ່ຽນສິລະປະ-ວັດທະນະທຳ, ການໂຄສະນາການທ່ອງທ່ຽວ ຜ່ານສື່ສິ່ງພິມ ແລະ ເວັບໄຊ, ການພັດທະນາຊັບພະຍາກອນມະນຸດ, ການເຊື່ອມໂຍງດ້ານການຂົນສົ່ງທາງອາກາດ, ເປີດກວ້າງນະໂຍບາຍຍົກເວັ້ນວີຊາ, ດຶງດູດນັກລົງທຶນ ແລະ ຂົນຂວາຍເອົາແຫລ່ງທຶນການຊ່ວຍເຫລືອ ສະມາຊິກອາຊຽນ ແລະ ຄູ່ຮ່ວມເຈລະຈາ ກໍຄື ປະເທດອ້ອມຂ້າງ ແລະ ສາກົນໃຫ້ນັບມື້ນັບເພີ່ມຂຶ້ນ.

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments