ວັນທີ 21 ມີນາ 2025, ທີ່ຫ້ອງວ່າການສູນກາງພັກ (ຫສພ) ໄດ້ຈັດພິທີເປີດນຳໃຊ້ຫ້ອງມູນເຊື້ອຂອງຫ້ອງວ່າການສູນກາງພັກ ໂດຍການເປັນປະທານ ຂອງ ທ່ານ ທອງສະລິດ ມັງໜໍ່ເມກ ຄະນະເລຂາທິການສູນກາງພັກ, ຫົວໜ້າຫ້ອງວ່າການສູນກາງພັກ.
ທ່ານ ຄຳພອນ ສອນທະວົງ ຫົວໜ້າກົມຂໍ້ມູນຂ່າວສານ ແລະ ສຳເນົາເອກະສານຂອງພັກ ໃຫ້ຮູ້ວ່າ: ຍ້ອນເຫັນໄດ້ຄວາມໝາຍຄວາມສໍາຄັນ ມູນເຊື້ອອັນດີງາມ ຂອງຫ້ອງວ່າການສູນກາງພັກ ຕະ ຫຼອດໄລຍະຕໍ່ສູ້ກູ້ຊາດ ໄລຍະປົກປັກຮັກສາ ແລະ ສ້າງສາພັດທະ ນາປະເທດຊາດ ກໍຄື ໄລຍະປ່ຽນແປງໃໝ່ຢ່າງມີຫຼັກການຂອງພັກ, ຫົວໜ້າຫ້ອງວ່າການສູນກາງພັກ ຈຶ່ງໄດ້ຕົກລົງສະບັບເລກທີ 246/ຫສພ ລົງວັນທີ 25 ມິຖຸນາ 2021 ມອບຄວາມຮັບຜິດ ຊອບ ໃຫ້ກົມສໍາເນົາເອກະສານ ໃນເມື່ອກ່ອນ ກໍຄືກົມຂໍ້ມູນຂ່າວ ສານ ແລະ ສໍາເນົາເອກະສານຂອງພັກ ໃນປັດຈຸບັນ ສົມທົບກັບກົມກ່ຽວຂ້ອງອື່ນໆ ຈັດຕັ້ງປະຕິບັດໂຄງການປັບປຸງຫ້ອງມູນເຊື້ອຂອງຫ້ອງວ່າ ການສູນກາງພັກ.

ຮອດຕົ້ນປີ 2024 ໂຄງການດັ່ງກ່າວ ຈຶ່ງໄດ້ຮັບອະນຸມັດງົບ ປະມານລົງທຶນ ໃນມູນຄ່າທັງໝົດ 766.828.000 ກີບ; ໄລຍະເວລາປະຕິບັດໂຄງການ 1 ປີ (ເດືອນ1-12/2024); ຊຶ່ງເນື້ອໃນ ແລະໂຄງສ້າງການຈັດວາງສະແດງ ແມ່ນໄດ້ອີງຕາມປຶ້ມປະຫວັດ ແລະ ມູນເຊື້ອ 60 ປີ ແຫ່ງການກໍາເນີດ ແລະ ເຕີບໃຫຍ່ຂອງຫ້ອງວ່າການສູນກາງພັກ (24/03/1955-24/03/ 2015), ເຫຼັ້ມຈັດພິມຄັ້ງທີ 2 ວັນທີ 15 ມີນາ 2016 ແລະ ຂໍ້ມູນໃໝ່ ຈໍານວນໜຶ່ງ ໄລຍະ 10 ປີ (2016-2025).
ການຈັດວາງສະແດງ ປະກອບມີທັງໝົດ 5 ພາກ ຄື: ພາກທີ 1: ໄລຍະກ່ອນການສ້າງຕັ້ງພັກ (1930-1954); ພາກທີ 2: ຫ້ອງວ່າການສູນກາງພັກ ເປັນເສນາທິການ ໃນໄລຍະ 1955-1975; ພາກທີ 3: ຫ້ອງວ່າການສູນກາງພັກ ເປັນເສນາ ທິການ ໃນໄລຍະພັກນໍາພາຈັດຕັ້ງປະຕິບັດສອງໜ້າທີ່ຍຸດທະ ສາດ ປົກປັກຮັກສາ ແລະ ສ້າງສາປະເທດຊາດ ແຕ່ປີ 1976-1985 ແລະ ປີ 1986-1992; ພາກທີ 4: ໂຄງປະກອບກົງຈັກການຈັດຕັ້ງ ພາລະບົດບາດ ໜ້າທີ່ ແລະ ຜົນງານແຫ່ງການ ເຄື່ອນໄຫວ ຂອງຫ້ອງວ່າການສູນກາງພັກ ໄລຍະ (1993-2024); ພາກທີ 5: ການເຄື່ອນໄຫວພົວພັນຕ່າງປະ ເທດ ຂອງຫ້ອງວ່າການສູນກາງພັກ.
ຂ່າວ: ຫ້ອງວ່າການສູນກາງ