ເນື່ອງໃນໂອກາດຊົມເຊີຍວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 70 ປີ ( 22 ມີນາ 1955 – 22 ມີນາ 2025), ສະຫາຍ ພົນເອກ ຈັນສະໝອນ ຈັນຍາລາດ ກຳມະການກົມການ ເມືອງສູນກາງພັກ, ຮອງປະທານ ຜູ້ປະຈໍາການຄະນະກໍາມະການປ້ອງກັນຊາດ-ປ້ອງກັນຄວາມສະຫງົບສູນກາງ, ຮອງນາຍົກລັດ ຖະມົນຕີ ໄດ້ໃຫ້ທັດສະນະວ່າ : ໃນພາລະກິດແຫ່ງການຕໍ່ສູ້ຕ້ານການຮຸກຮານຄອບຄອງຂອງພວກລ່າເມືອງຂື້ນແບບເກົ່າ ແລະ ແບບໃໝ່ ເພື່ອປົດປ່ອຍປະເທດຊາດ, ກອງທັບເຮົາໄດ້ຄຽງບ່າຄຽງໄຫລ່ກັບປວງຊົນລາວບັນດາເຜົ່າທັງຊາດ ຕີເອົາຊະນະສັດຕູພວກລ່າເມືອງຂຶ້ນ ເຮັດໃຫ້ກອງທັບເຮົາຍິ່ງຕີຍິ່ງເຕີບໃຫຍ່, ຍິ່ງຕີຍິ່ງມີໄຊຊະນະ ແລະ ເຕີບໃຫຍ່ຂະຫຍາຍເຂັ້ມແຂງຍ້ອນການນໍາພາອັນສະຫລາດສ່ອງໃສຂອງ ພັກປະຊາຊົນປະຕິວັດລາວ.

ການນໍາພາຂອງພັກນັ້ນ, ໄດ້ສະແດງອອກໃນການວາງແນວທາງການເມືອງ, ແນວທາງການທະຫານຖືກຕ້ອງມີຫຼັກການນໍາພາ , ພັກເຮົາໄດ້ຢຶດໝັ້ນພື້ນຖານທິດສະດີວິທະຍາສາດມາກ-ເລນິນ ບົນເສັ້ນທາງຕໍ່ສູ້ເພື່ອຄວາມເປັນເອກະລາດ ຮູ້ໝູນໃຊ້ຢ່າງປະດິດສ້າງເຂົ້າໃນເງື່ອນໄຂສະພາບຈຸດພິເສດຂອງປະເທດ, ພັກເຮົາໄດ້ກໍ່ສ້າງກໍາລັງປະກອບອາວຸດປະຊາຊົນ 3 ປະເພດກໍາລັງ; ກໍາລັງຫຼວງ, ກໍາລັງທ້ອງຖິ່ນ ແລະ ທະຫານລາບກອງຫຼອນ ເປັນກໍາລັງຕົ້ນຕໍໃຫ້ທົ່ວປວງຊົນຕີສັດຕູ, ບົດບາດຂອງແຕ່ລະປະເພດກຳລັງມີໜ້າທີ່ດັບສູນ, ບັນທ່ອນກຳລັງສັດຕູ, ຊຸກຍູ້ຂະບວນການຕໍ່ສູ້ ທາງການເມືອງຂອງມະຫາຊົນ ແລະ ຂະຫຍາຍສົງຄາມປະຊາຊົນທ້ອງຖິ່ນມີຄວາມແຕກຕ່າງກັນ ແຕ່ ຍຸດທະວິທີສູ້ຮົບຂອງກອງ ທັບເຮົາແມ່ນນໍາໃຊ້ວິທີຈັດຕັ້ງກໍາລັງສົມທົບຕີໃຫຍ່, ຕີພໍດີ, ຕີນ້ອຍ ແລະ ຕີສັດຕູທົ່ວທຸກແຫ່ງ. ບົນພື້ນຖານບົດຮຽນຂອງການຕໍ່ສູ້ຕ້ານຈັກກະພັດຝຣັ່ງ, ຈັກກະພັດອາເມຣິກາ ສົງຄາມປະຊາຊົນມີບາດກ້າວຂະຫຍາຍຕົວໃໝ່, ພັກ ແລະ ກອງທັບ ປະຊາຊົນເຮົາໄດ້ມີຫົວຄິດປະດິດສ້າງມີຫຼາຍຍຸດທະວິທີຕີ ນັ້ນແມ່ນວິທີຕີສັດຕູດ້ວຍ 2 ກໍາລັງ: ກໍາລັງປະກອບອາວຸດ ແລະ ກໍາລັງການເມືອງຂອງມະຫາຊົນ ລຸກຮື້ຂື້ນ ແລະ ບຸກຕີສັດຕູທັງ 3 ເຂດຍຸດທະສາດ; ເຂດພູດອຍ, ທົ່ງພຽງ ແລະ ຕົວເມືອງ ໄດ້ຮັບໄຊຊະນະຢ່າງສະຫງ່າຜ່າເຜີຍ.

ດັ່ງນັ້ນ, ພັກປະຊາຊົນປະຕິວັດລາວແມ່ນກອງນໍາໜ້າທີ່ເປັນອົງການຈັດຕັ້ງການເມືອງສູງສຸດຂອງຊົນຊັ້ນກໍາມະກອນລາວ, ເປັນຕົວແທນທີ່ຈົງຮັກພັກດີຕໍ່ສິດຜົນປະໂຫຍດຂອງຊົນຊັ້ນກໍາມະກອນຊາວຜູ້ອອກແຮງງານລາວທີ່ຮັກຊາດ. ພັກປະຊາຊົນປະຕິວັດລາວຍຶດໝັ້ນລັດທິມາກ-ເລນິນ, ແນວຄິດ ໄກສອນ ພົມວິຫານ ແລະ ມູນເຊື້ອອັນດີງາມຂອງພັກ, ເປັນພື້ນຖານແນວ ຄິດ, ເປັນເຂັມທິດໃຫ້ແກ່ການຈັດຕັ້ງ ແລະ ເຄື່ອນໄຫວຂອງພັກ, ພັກຮັບເອົາສິ່ງຍອດຍິ່ງທາງດ້ານສະຕິປັນຍາທີ່ກ້າວໜ້າຂອງມວນມະນຸດເພື່ອກໍານົດແນວທາງແຜນນະໂຍບາຍຂອງພັກໃຫ້ຖືກຕ້ອງສອດຄ່ອງກັບກົດເກນການຂະຫຍາຍຕົວຂອງສັງຄົມ, ທ່າອ່ຽງຂອງຍຸກສະໄໝ, ຕອບສະໜອງອັນແຮງກ້າຂອງປະຊາ ຊົນບັນດາເຜົ່າ, ຮັບປະກັນຄວາມສາມັກຄີເປັນເອກະພາບທົ່ວປວງຊົນທັງຊາດ. ພັກເປັນຜູ້ນໍາພາເສີມຂະຫຍາຍບົດບາດ, ຄວາມສັກສິດໃນການຄຸ້ມຄອງລັດ ແລະ ສືບຕໍ່ພາລະກິດປ່ຽນ ແປງໃໝ່ຢ່າງມີໄຊ, ພັກຕ້ອງຍົກສູງຄວາມສາມາດ ແລະ ເພີ່ມທະວີບົດບາດການນໍາພາຂອງພັກໃນທຸກດ້ານ, ສ້າງພັກໃຫ້ປອດໃສ, ເຂັ້ມແຂງ, ໜັກແໜ້ນ.

ກໍາລັງປ້ອງກັນຊາດແມ່ນກໍາລັງປະກອບອາວຸດປະຕິວັດ ແລະ ເປັນພາຫະນະອັນແຫຼມຄົມຂອງພັກ, ເປັນກໍາລັງຂອງປະຊາຊົນ, ໂດຍປະຊາຊົນ ແລະ ເພື່ອປະຊາຊົນ, ມີຄວາມຈົງຮັກພັກດີຕໍ່ຊາດ, ຕໍ່ພັກ ແລະ ຕໍ່ປະຊາຊົນບັນດາເຜົ່າ, ໂດຍແມ່ນພັກປະຊາຊົນປະຕິວັດລາວເປັນຜູ້ສ້າງຕັ້ງຂຶ້ນ, ນໍາພາໂດຍກົງ, ເດັດຂາດ ແລະ ຮອບດ້ານ. ບົນພື້ນຖານຫຼັກການນໍາພາໃນການກໍານົດຍຸດທະ ສາດປ້ອງກັນຊາດໃນແຕ່ລະໄລຍະຂອງການປະຕິວັດຄື: ແນວທາງກໍ່ສ້າງພື້ນຖານປ້ອງກັນຊາດທົ່ວປວງຊົນຮອບດ້ານ, ແນວທາງກໍ່ສ້າງທ່າສະໜາມ 3 ຂັ້ນ, ແນວທາງກໍ່ສ້າງໜ່ວຍພັກປອດໃສ ເຂັ້ມແຂງ ໜັກ ແໜ້ນ ກໍ່ຄືການກໍ່ສ້າງກົມກອງ 3 ປອດ, ກອງວັດ ທະນະທໍາ-ນັກຮົບວັດທະນະທໍາ, ແນວທາງພັດທະນາດ້ານວິທະ ຍາສາດ, ເຕັກນິກ-ເຕັກໂນໂລຊີການທະຫານ, ນໍາພາໃນການກໍາ ນົດລະບົບການຈັດຕັ້ງກໍາລັງ, ນໍາພາໃນການກໍານົດກົນໄກພາລະ ກິດປ້ອງກັນຊາດ.ເພື່ອແນໃສ່ໃນການກໍ່ສ້າງ-ບໍາລຸງຖັນແຖວພະ ນັກງານ,ນັກຮົບໃຫ້ມີຄວາມຮູ້ຄວາມສາມາດ, ມີທາດແທ້ການ ເມືອງໜັກແໜ້ນໃນການປະກອບສ່ວນປົກປັກຮັກສາ ແລະ ສ້າງ ສາພັດທະນາປະເທດຊາດ. ດັ່ງນັ້ນ, ກອງທັບປະຊາຊົນລາວນັບ ແຕ່ມື້ກໍາເນີດ 20 ມັງກອນ 1949 ຈົນມາເຖິງປະຈຸບັນແມ່ນນັບມື້ເຕີບໃຫຍ່ຂະຫຍາຍຕົວ ແລະ ໜັກແໜ້ນ, ເຂັ້ມແຂງພາຍໃຕ້ການ ນໍາພາໂດຍກົງ, ເດັດຂາດ ແລະ ຮອບດ້ານຂອງພັກປະຊາຊົນປະ ຕິວັດລາວ.

ໃນຊຸມປີທີ່ຜ່ານມາ, ສະພາບການຂອງໂລກ ແລະ ພາກພື້ນຍັງສືບຕໍ່ຜັນແປຢ່າງສັບສົນ, ມີທັງກາລະໂອກາດ ແລະ ສິ່ງທ້າທາຍໃໝ່ເກີດຂຶ້ນ, ອັນເນື່ອງມາຈາກກົນອຸ ບາຍຍຸດທະສາດ “ຫັນ ປ່ຽນໂດຍສັນຕິ” ຂອງບັນດາອິດທິກໍາລັງປໍລະປັກ ແລະ ກຸ່ມຄົນບໍ່ຫວັງດີທີ່ຫວັງມ້າງເພລະບອບສັງຄົມນິຍົມທີ່ຍັງເຫຼືອ, ໃສ່ຮ້າຍປ້າຍສີແນວທາງນະໂຍບາຍຂອງພັກ, ກໍໃຫ້ເກີດມີຫຼາຍກະແສແນວຄິດ.ຕໍ່ໜ້າສະພາບການດັ່ງກ່າວ, ພັກປະຊາຊົນປະຕິວັດ ລາວ ໄດ້ສືບຕໍ່ນໍາພາ-ຊີ້ນຳກອງທັບປະຊາຊົນລາວດ້ວຍການສຶກ ສາອົບຮົມການເມືອງ-ນໍາພາແນວຄິດໃຫ້ພະນັກງານ-ນັກຮົບຢ່າງເນື່ອງນິດລຽນຕິດ, ເລິກເຊິ່ງ, ທົ່ວເຖິງດ້ວຍຫຼາຍວິທີການເພື່ອເຮັດໃຫ້ພະນັກງານ-ນັກຮົບຮັບຮູ້ ແລະ ເຂົ້າໃຈແຈ້ງຕໍ່ແນວທາງຂອງພັກ, ລະບຽບກົດໝາຍຂອງລັດ, ກົນອຸບາຍມ້າງເພທໍາລາຍຂອງກຸ່ມຄົນບໍ່ຫວັງດີເພື່ອໃຫ້ມີສະຕິລະວັງຕົວກຽມພ້ອມສູ້ຮົບ ແລະ ສູ້ຮົບມີໄຊ.
Cr: ໜັງສືພິມປ້ອງກັນປະເທດ