ວັນທີ 25 ມີນານີ້, ກອງປະຊຸມຄັ້ງທີ 33 ກ່ຽວກັບກົນໄກປຶກສາຫາລື ແລະ ປະສານງານວຽກງານຊາຍແດນ ຈີນ-ອິນເດຍ ໄດ້ຈັດຂຶ້ນຢູ່ນະຄອນຫຼວງປັກກິ່ງຂອງຈີນ, ຜູ້ຕາງໜ້າຈາກພາກສ່ວນຕ່າງໆ ເຊັ່ນ: ການຕ່າງປະເທດ, ການປ້ອງກັນປະເທດ, ວຽກງານພາຍໃນ ແລະ ການຄຸ້ມຄອງຄົນເຂົ້າເມືອງເປັນຕົ້ນ.
ດ້ວຍທ່າທີທີ່ຕັ້ງໜ້າ, ມີລັກສະນະສ້າງສັນ ແລະ ເບິ່ງກວ້າງເຫັນໄກ, ສອງຝ່າຍໄດ້ເຈາະຈົງລົງເລິກແລກປ່ຽນຄວາມເຫັນຢ່າງຮອບດ້ານກ່ຽວກັບການຈັດຕັ້ງປະຕິບັດຄວາມເຫັນຕ່າງໆທີ່ເປັນເອກະພາບກັນໃນການພົບປະເຈລະຈາ ຄັ້ງທີ 23 ລະຫວ່າງຜູ້ຕາງໜ້າພິເສດກ່ຽວກັບບັນຫາເສັ້ນຊາຍແດນຈີນ-ອິນເດຍ ທີ່ໄດ້ຈັດຂຶ້ນໃນເດືອນທັນວາປີ 2024 ເປັນຕົ້ນ: ການເຈລະຈາການຂີດແບ່ງຊາຍແດນ, ການຄຸ້ມຄອງຊາຍແດນ, ການສ້າງກົນໄກ ແລະ ການແລກປ່ຽນການຮ່ວມມືຂ້າມຊາດ ແລະອື່ນໆ.
ສອງຝ່າຍ ເຫັນດີນຳໃຊ້ມາດຕະການທີ່ມີປະສິດທິຜົນ ແລະ ຕິດແທດຕົວຈິງ ເພື່ອສືບຕໍ່ປົກປັກຮັກສາສັນຕະພາບແລະຄວາມສະຫງົບຢູ່ເຂດຊາຍແດນຈີນ-ອິນເດຍ, ພ້ອມທັງຕັ້ງໜ້າກະກຽມການພົບປະເຈລະຈາລະຫວ່າງຜູ້ຕາງໜ້າພິເສດກ່ຽວກັບບັນຫາເສັ້ນຊາຍແດນຈີນ-ອິນເດຍຄັ້ງທີ 24.
Cr: CMG