ວິທະຍຸກະຈາຍສຽງຫວຽດນາມ, ວັນທີ 25 ມີນານີ້ ເວທີສະແດງແຄມແມ່ນ້ຳເຮືອງ, ຄະນະກຳມະການປະຊາຊົນ ນະຄອນເຫ້ວ ໄດ້ຈັດພິທີໄຂປີທ່ອງທ່ຽວແຫ່ງຊາດ – ເຫ້ວ 2025 ດ້ວຍຫົວຂໍ້: “ເຫ້ວ – ເມືອງຫລວງເກົ່າ, ໂອກາດໃໝ່” ຕິດພັນກັບ Festival ເຫ້ວ 2025. ໃນໂອກາດນີ້ ທ່ານ ມາຍວັນຈິງ, ຮອງນາຍົກລັດຖະມົນຕີຫວຽດນາມ ໄດ້ເນັ້ນໜັກວ່າ: ພິທີໄຂປີທ່ອງທ່ຽວແຫ່ງຊາດ – ເຫ້ວ 2025 ແມ່ນເຫດການເປີດສາກໃຫ້ແກ່ບັນດາການເຄື່ອນໄຫວດ້ານວັດທະນະທຳ, ກິລາ ແລະ ທ່ອງທ່ຽວທີ່ຈັດຂຶ້ນໃນຂອບເຂດຫລາຍແຂວງ, ນະຄອນໃນທົ່ວປະເທດ, ປະກອບສ່ວນໂຄສະນາ, ສ້າງກຳລັງໜູນຊຸກຍູ້, ຟື້ນຟູຂະແໜງທ່ອງທ່ຽວ ແລະ ການພັດທະນາຢ່າງວ່ອງໄວ, ຍືນຍົງ.“ຫວຽດນາມ ພວມກ້າວເຂົ້າສູ່ສັງກາດໃໝ່, ເມື່ອທ່ອງທ່ຽວ ບໍ່ແມ່ນການໄປຄົ້ນຫາຕົວຈິງເທົ່ານັ້ນ, ຫາກຍັງແມ່ນຂົວເຊື່ອມຕໍ່ຂອງນ້ຳໃຈມິດຕະພາບ, ການຮ່ວມມື ແລະ ພັດທະນາ ແບບຍືນຍົງອີກດ້ວຍ. ໃນໄລຍະຈະມາເຖິງ, ຂະແໜງທ່ອງທ່ຽວຕ້ອງຊາບຊຶມການຊີ້ນຳ ຂອງນາຍົກລັດຖະມົນຕີ ກ່ຽວກັບ ການພັດທະນາຂະແໜງທ່ອງທ່ຽວຢ່າງຮອບດ້ານ, ວ່ອງໄວ ແລະ ຍືນຍົງ”. ປີທ່ອງທ່ຽວແຫ່ງຊາດ ຫວຽດນາມ 2025 ລວມມີ 160 ເຫດການມີຂອບຂະໜາດລະດັບຊາດ, ສາກົນ. ເຫ້ວ ຫວັງວ່າຈະຕ້ອນຮັບແຂກທ່ອງທ່ຽວ ປະມານ 5,5 ລ້ານເທື່ອຄົນ ໃນປີທ່ອງທ່ຽວແຫ່ງຊາດ 2025.
(ບັນນາທິການຂ່າວ: ຕ່າງປະເທດ)
ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ