Tuesday, April 1, 2025
Homeຂ່າວຕ່າງປະເທດກອງປະຊຸມເວທີປຶກສາຫາລືອາຊີໂປອາວ ປະຈຳປີ2025 ຈັດພິທີຖະແຫລງຂ່າວຄັ້ງທຳອິດ

ກອງປະຊຸມເວທີປຶກສາຫາລືອາຊີໂປອາວ ປະຈຳປີ2025 ຈັດພິທີຖະແຫລງຂ່າວຄັ້ງທຳອິດ

ວິທະຍຸສາກົນ ແຫ່ງ ສປ ຈີນ, ກອງ​ປະ​ຊຸມເວ​ທີ​ປຶກ​ສາຫາ​ລືອາ​ຊີ​ໂປ​ອາວ ​ປະ​ຈຳ​ປີ2025 ໄດ້​ໄຂ​ຂຶ້ນ​ໃນວັນ​ທີ 25 ມີ​ນາ​ນີ້ ​ຢູ່​ເມືອງ​ໂປ​ອາວ​ ແຂວງ​ໄຫ​ຫລຳຈີນ. ໃນ​ກອງ​ປະ​ຊຸມ​ປະ​ຈຳ​ປີ ​ທີ່​ຈະ​ດຳ​ເນີນ ​ເປັນ​ເວ​ລາ4ວັນ, ແຂກ​ຖືກ​ເຊີນ ​ທີ່​ມາ​ຈາກ ​ທັງ​ພາຍ​ໃນ ​ປະ​ເທດ​ຈີນ ​ແລະ ​60 ກວ່າ​ປະ​ເທດ ​ແລ​ະ​ ເຂດ​ແຄວ້ນ​​ ເກືອບ 2.000 ຄົນ ຈະ​ລົງ​ເລິກ ​ຄົ້ນ​ຄວ້າ ປຶກ​ສາ​ຫາ​ລື ພາຍ​ໃຕ້ ​ຫົວ​ຂໍ້​ຫລັກ​​ວ່າ “ຮ່ວມ​ກັນ​ສ້າງ ​ອະ​ນາ​ຄົດ​ ຂອງ​ອາ​ຊີ​ ໃນ​ສະ​ພາບ​ການ​ ປ່ຽນ​ແປງ​ ຂອງ​ໂລກ”.ກອງ​ປະ​ຊຸມ ​ເວ​ທີ​ປຶກ​ສາ​ຫາ​ລື​ ອາ​ຊີ​ ໂປ​ອາວ​ ປະ​ຈຳ​ປີ2025 ໄດ້ຈັດ​ພິ​ທີ​ ຖະ​ແຫລງ​ຂ່າວ ​ຄັ້ງ​ທຳ​ອິດ. ຈາກນັ້ນ ທ່ານ ​ຈ່າງ​ຈ​ວິ່ນ, ເລ​ຂາ​ ທິ​ການ​​ໃຫຍ່ ເວ​ທີ​ປຶກ​ສາ​ ຫາ​ລື ​ອາ​ຊີ ​ໂປ​ອາວ​ ໄດ້​ແຈ້ງ​ສະ​ພາບການ ​ກ່ຽວ​ກັບ ​ກອງ​ປະ​ຊຸມ​ຄັ້ງ​ນີ້​ ພ້ອມ​ທັງ ​ກ່າວ​ຢືນ​ຢັນ​ວ່າ: ​ກອງ​ປະ​ຊຸມ​ ປະ​ຈຳ​ປີ​ ຄັ້ງ​ນີ້​ ຈະ​ສາ​ມາດ ສົ່ງ​ສັນ​ຍານ​ ອັນ​ຈະ​ແຈ້ງ​ຕໍ່​ ປະ​ຊາ​ຄົມ​ໂລກ ​ກ່ຽວ​ກັບ ​ການ​ຮັກ​ສາ​ ຄວາມ​ໝັ້ນ​ໃຈ, ສາ​ມັກ​ຄີ​ ຮ່ວມ​ມື​ກັນ, ຜ່ານ​ຜ່າ ​ຄວາມ​ຫຍຸ້ງ​ຍາກ ແລະ ​ສ້າງ​ອະ​ນາ​ຄົດ.ໃນພິ​ທີ​ ຖະ​ແຫລງ​ຂ່າວ ​ຍັງ​ໄດ້​ເຜີຍ​ແຜ່ ​ບົດ​ລາຍ​ງານ​​ ສຳ​ຄັນ​ 2 ​ສະ​ບັບ​ຄື: ບົດ​ລາຍ​ງານປະ​ຈຳ​ປີ2025 ກ່ຽວ​ກັບ ​ວິ​ໄສ​ທັດ ​ເສດ​ຖະ​ກິດ ​ອາ​ຊີ ​ແລະ ຂະ​ບວນ​ການ ​ເຊື່ອມ​ໂຍງ ​ເຂົ້າ​ເປັນ ​ອັນ​ໜຶ່ງ​ ອັນ​ດຽວ​ກັນ ແລະ ບົດ​ລາຍ​ງານ ປະ​ຈຳ​ປີ2025 ກ່ຽວ​ກັບ​ອາ​ຊີ​ ຊຸກ​ຍູ້​ ການ​ພັດ​ທະ​ນາ ​ຕາມ​ທິດ​ສີ​ຂຽວ ​ເພື່ອ​ຮັບ​ມື​ກັບ ​ການ​ປ່ຽນ​ແປງ​ ຂອງ​ດິນ​ຟ້າ​ອາ​ກາດ.

(ບັນນາທິການຂ່າວ: ຕ່າງປະເທດ)

ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments