ພິທີເຊັນສັນຍາການຮ່ວມມືຍຸດທະສາດດ້ານການຂົນສົ່ງດິຈິຕອນ-ໂລຈີສຕິກພາຍໃນປະເທດຂອງດ່ານສາກົນສິນຄ້າທ່າບົກທ່ານາແລ້ງລະຫວ່າງບໍລິສັດ ພີທີແອວໂຮນດິ້ງ ຈຳກັດ (PTLH) ກັບບໍລິສັດ PSA International Pte Ltd (PSA ສາກົນ) ຈຳກັດ ຮ່ວມລົງນາມສັນຍາລະຫວ່າງທ່ານ ປອ ຈັນທອນ ສິດທິໄຊ ປະທານກຸ່ມບໍລິສັດ ພີທີແອວໂຮນດິ້ງ ຈຳກັດ ແລະ ທ່ານ Nelson Quek (ເນວເຊິນ ແຄວັກ) ປະທານປະຈຳອາຊີຕາເວັນອອກສຽງໃຕ້ບໍລິສັດ PSA International Pte Ltd ແລະ ຮ່ວມລົງນາມສັນຍາລະຫວ່າງບໍລິສັດ ສິດທິໂລຈິສຕິກລາວ ຈຳກັດ ກັບບໍລິສັດ ຄຣິມຊັ່ນໂລຈີກ ຈຳກັດ ທ່ານ ວຽງຄອນ ສິດທິໄຊ ຜູ້ອຳນວຍການໃຫຍ່ບໍລິສັດ ສິດທິໂລຈິສຕິກລາວ ຈຳກັດ ແລະ ທ່ານ Lawrence Ng (ລໍເຣັນສ໌ ເອິງ) ປະທານກໍາມະການຜູ້ບໍລິຫານບໍລິສັດ ຄຣິມຊັ່ນໂລຈີກ ຈຳກັດ ຈັດຂຶ້ນວັນທີ 25 ມີນາ 2025 ທີ່ນະຄອນຫຼວງວຽງຈັນ ມີທ່ານ ພູວົງ ກິດຕະວົງ ຮອງລັດຖະມົນຕີກະຊວງການເງິນ ທ່ານ ປອ ມະໂນທອງ ວົງໄຊ ຮອງລັດຖະມົນຕີກະຊວງອຸດສາຫະກຳ ແລະ ການຄ້າ ທ່ານ ຊຸເດັດ ມາເນຍ ເອກອັກຄະລັດຖະທູດສິງກະໂປ ປະຈໍາລາວ ທ່ານ ນາງ ວິໄລວອນ ຈັນທະລາຕີ ເຈົ້າເມືອງໄຊເສດຖາ ທ່ານ ບຸນເພັງ ສີນະວົງພອນ ເຈົ້າເມືອງຫາດຊາຍຟອງ ບັນດາຜູ້ບໍລິຫານບໍລິສັດ ພີທີແອວໂຮນດິ້ງ ຈຳກັດ ແລະ ພາກສ່ວນກ່ຽວຂ້ອງທັງພາຍໃນ ແລະ ຕ່າງປະເທດເຂົ້າຮ່ວມ.
ທ່ານ ປອ ຈັນທອນ ສິດທິໄຊ ໄດ້ກ່າວວ່າ: ການເຊັນສັນຍາຮ່ວມມືຍຸດທະສາດດ້ານການຂົນສົ່ງດິຈິຕອນຢູ່ດ່ານສາກົນສິນຄ້າທ່າບົກທ່ານາແລ້ງຄັ້ງນີ້ ເປັນນິມິດໝາຍອັນສໍາຄັນທີ່ສະແດງໃຫ້ເຫັນເຖິງຄວາມມຸ່ງໝັ້ນຕັ້ງໃຈ ໃນການປະຕິບັດຕາມຍຸດທະສາດການພັດທະນາໂລຊິດສະຕິກແຫ່ງຊາດ ຂອງລັດຖະບານລາວກໍ່ຄືການຫັນ ສປປ ລາວຈາກປະເທດທີ່ບໍ່ມີທາງອອກສູ່ທະເລໃຫ້ກາຍເປັນປະເທດເຊື່ອມໂຍງ-ເຊື່ອມຈອດທາງການຂົນສົ່ງ ແລະ ການຄ້າກໍ່ຄືຈາກປະເທດ Land Locked a Land Link ຂອງອານຸພາກພື້ນແມ່ນໍ້າຂອງ ແລະ ສາກົນ ໂດຍເຫັນໄດ້ຄວາມໝາຍຄວາມສໍາຄັນຂອງວຽກງານການພັດທະນາເຕັກໂນໂລຊີ ແລະ ນະວັດຕະກໍາໃໝ່ເຂົ້າໃນການເພີ່ມທ່າແຮງຂອງການບໍລິການໃຫ້ມີຄວາມທັນສະໄໝ ສະດວກ ປອດໄພ ແລະ ວ່ອງໄວ ໃນຜ່ານມາສ່ວນໜຶ່ງຂອງກຸ່ມທຸລະກິດບໍລິສັດ ພີທີແອວໂຮນດິ້ງໄດ້ຕັ້ງໜ້າສຸມໃສ່ການພັດ ທະນາບັນດາໂຄງການພື້ນຖານໂຄງລ່າງຍຸດທະສາດດ້ານການຂົນສົ່ງ-ໂລຈິສຕິກທັງພາຍໃນ ແລະ ຕ່າງປະເທດ ສ້າງສາຍພົວພັນອັນແໜ້ນແຟ້ນກັບພັນທະມິດທ່າເຮືອທ່າບົກໃນທົ່ວໂລກ ນີ້ສະແດງໃຫ້ເຫັນເຖິງຄວາມມຸ່ງໝັ້ນຕັ້ງໃຈໃນການພັດທະນາເຄືອຂ່າຍດ້ານການຂົນສົ່ງ-ໂລຈິສຕິກ ແລະ ການຄ້າທີ່ເຂັ້ມແຂງ ທັນສະໄໝ ຕອບສະໜອງໄດ້ຕາມມາດຕະຖານສາກົນ ເປົ້າໝາຍເພື່ອເຊື່ອມໂຍງ ສປປ ລາວເຂົ້າກັບອານຸພາກພື້ນ ແລະ ທົ່ວໂລກ ແນໃສ່ພາລະກິດການສ້າງສາພັດທະນາປະເທດຊາດໃຫ້ນັບມື້ນັບຂະຫຍາຍຕົວ ຢ່າງໝັ້ນຄົງຍືນຍົງ ແລະ ສີວິໄລ ສ່ວນບໍລິສັດ International Pte Ltd ເປັນບໍລິສັດຊັ້ນນໍາຂອງໂລກໃນການບໍລິຫານຈັດການທ່າເຮືອ ແລະ ຕ່ອງໂສ້ການສະໜອງລະດັບໂລກທີ່ມີປະສົບການອັນຍາວນານ ແລະ ຄວາມສໍາເລັດໃນການດໍາເນີນທຸລະກິດໃນທະວີບອາຊີ ເອີຣົບ ເຊິ່ງບໍລິສັດ International Pte Ltd ມີການບໍລິຫານຈັດການທັງທ່າເຮືອ ແລະ ທ່າບົກຫຼາຍກວ່າ 70 ແຫ່ງ ໃນ 45 ປະເທດທົ່ວໂລກ ເຊິ່ງຈະນໍາເອົາຄວາມຮູ້ ແລະ ຄວາມຊໍານິຊໍານານດ້ານການບໍລິຫານຈັດການທ່າເຮືອ ນະວັດຕະກໍາດິຈິຕອນ ແລະ ສິ່ງອໍານວຍຄວາມສະດວກດ້ານການຄ້າ ແລະ ການຂົນສົ່ງມາຮ່ວມມືຄັ້ງນີ້ ຈຸດປະສົງຫຼັກເພື່ອຮ່ວມກັນພັດທະນາ ແລະ ຍົກລະດັບລະບົບການຂົນສົ່ງຂອງລາວດ້ວຍລະບົບດິຈິຕອນໃຫ້ທັນສະໄໝຍິ່ງຂຶ້ນ ເພື່ອຮອງຮັບການນໍາເຂົ້າ-ສົ່ງອອກ ສົ່ງອອກຕໍ່ ແລະ ຜ່ານແດນສິນຄ້າໃຫ້ມີຄວາມສະດວກ ວ່ອງໄວ ໂປ່ງໃສ ແລະ ຊັດເຈນສົ່ງເສີມການພັດທະນາພື້ນຖານໂຄງລ່າງເພື່ອຫຼຸດຜ່ອນຕົ້ນທຶນໃນການໃຫ້ບໍລິການເພີ່ມປະສິດທິພາບໃນການເຊື່ອມໂຍງຂໍ້ມູນກັບໂຄງຂ່າຍການຂົນສົ່ງ ແລະ ທ່າເຮືອໃນທົວໂລກສ້າງໃຫ້ທຸລະກິດຂອງສອງບໍລິສັດເຕີບໃຫຍ່ຂະຫຍາຍຕົວບົນພື້ນຖານທັງສອງຝ່າຍໄດ້ຮັບຜົນປະໂຫຍດຮ່ວມກັນ ນອກຈາກເຊັນສັນຍາຮ່ວມມືຄັ້ງນີ້ແລ້ວຍັງມີເຊັນສັນຍາຮ່ວມມືຍຸດທະສາດຕິດຕັ້ງລະບົບ Single Windows ແຫ່ງຊາດ ແລະ ລະບົບອໍານວຍຄວາມສະດວກດ້ານການຄ້າ ເພື່ອປັບປຸງການໄຫຼວຽນຂອງການຄ້າດິຈິຕອນໃນລາວລະຫວ່າງບໍລິສັດ ສິດທິໂລຈິສຕິກລາວ ແລະ ບໍລິສັດ ຄຣິມຊັ່ນໂລຈີກ ອີກດ້ວຍ.

ທ່ານ Nelson Quek ກ່າວວ່າ:ຂ້າພະເຈົ້າໄດ້ມາປະເທດລາວເປັນຄັ້ງທຳອິດ ຂອບໃຈມາຍັງທ່ານ ປອ ຈັນທອນ ສິດທິໄຊ ທີ່ໄດ້ໃຫ້ການຕ້ອນຮັບອັນອົບອຸ່ນ ແລະ ອຳນວຍຄວາມສະດວກໃຫ້ຂ້າພະເຈົ້າ ແລະ ທີມງານ ເຊິ່ງຜົນສໍາເລັດທີ່ບໍລິສັດ ພິທີແອວໂຮນດິ້ງ ແລະ ບໍລິສັດ ທ່າບົກທ່ານາແລ້ງ (TDP) ສາມາດບັນລຸໄດ້ໃນເວລາໜ້ອຍກວ່າ 5 ປີ ແມ່ນມີຄວາມໂດດເດັ່ນຫຼາຍ ເຊິ່ງບໍລິສັດ ທ່າບົກທ່ານາແລ້ງ (TDP) ເປັນທ່າບົກ ແລະ ສູນກາງການຂົນສົ່ງທໍາອິດໃນປະເທດລາວ ແລະ ມີຄວາມສໍາຄັນຫຼາຍ ຢູ່ສິງກະໂປພວກເຮົາມີຄຳທີ່ມັກເວົ້າກັນວ່າ “ຄືກັນແຕ່ແຕກຕ່າງ” ຂ້າພະເຈົ້າເຫັນໄດ້ເຖິງຄວາມຄ້າຍຄືກັນບາງຢ່າງລະຫວ່າງສິງກະໂປ ແລະ ປະເທດລາວ ເວົ້າສະເພາະບໍລິສັດ PSA International Pte Ltd ແລະ ບໍລິສັດ ພີທີແອວໂຮນດິ້ງ ເຖິງວ່າຈະມີຄວາມແຕກຕ່າງກັນເລັກນ້ອຍກໍ່ຕາມ ພວກເຮົາທັງສອງເປັນ “ປະເທດຂະໜາດນ້ອຍ” ທີ່ຈໍານວນປະຊາກອນຄ້າຍຄືກັນຫຼາຍ ອ້ອມຮອບໄປດ້ວຍບັນດາປະເທດໃຫຍ່ ພວກເຮົາທັງສອງພະຍາຍາມບັນລຸການເຊື່ອມຈອດທ່າມກາງຂໍ້ຈຳກັດທາງພູມສັນຖານ-ປະເທດລາວຈະຫັນປ່ຽນຈາກ “ປະເທດທີ່ບໍ່ມີທາງອອກສູ່ທະເລ” ເປັນ “ປະເທດເຊື່ອມໂຍງເຊື່ອມຈອດ” ໃນຂະນະດຽວກັນ “ສິງກະໂປແມ່ນປະເທດທີ່ຖືກອ້ອມຮອບດ້ວຍທະເລ” ນອກຈາກນັ້ນຊື່ບໍລິສັດພວກເຮົາຍັງເລີ່ມຕົ້ນດ້ວຍຕົວອັກສອນ “P” ແລະ ພວກເຮົາຍັງໄດ້ມີເປົ້າໝາຍຮ່ວມກັນໃນການອໍານວຍການຄ້າໃນພາກພື້ນ ແລະ ສາກົນ ເຊິ່ງບໍລິສັດ PSA International Pte Ltd ໄດ້ເລີ່ມຕົ້ນຈາກການເປັນຜູ້ບໍລິຫານທ່າເຮືອ ຈາກນັ້ນໄດ້ເລີ່ມຂະຫຍາຍທຸລະກິດຂຶ້ນສູ່ຢູ່ເທິງບົກໄປສູ່ທ່າເຮືອທີ່ຢູ່ບໍລິເວນໃກ້ຄຽງ ສ້າງສູນກາງການຂົນສົ່ງຫຼາຍຮູບແບບເປັນຕົ້ນການຂົນສົ່ງທາງລາງ ນີ້ແມ່ນສ່ວນໜຶ່ງຂອງຍຸດທະສາດ Node to Network (ຫຼື ເອີ້ນວ່າຍຸດທະສາດການເຊື່ອມຈອດແບບຄົບວົງຈອນ) ເພື່ອຈະໄດ້ເຫັນລະບົບນິເວດທັງໝົດ ໂດຍການເຊື່ອມຈອດແຕ່ລະຈຸດເຂົ້າໃນລະບົບຕ່ອງໂສ້ການສະໜອງ ຢ່າງໃດກໍ່ຕາມໜຶ່ງໃນຈຸດແຂງຂອງພວກເຮົາໃນຜ່ານມາແມ່ນຂີດຄວາມສາມາດດ້ານດິຈິຕອນໃນການຄຸ້ມຄອງບັນດາອາ ຄານສະຖານທີ່ ແລະ ທ່າເຮືອດ້ວຍລະບົບການຄຸ້ມຄອງຂອງພວກເຮົາເອງ ແລະ ພວກເຮົາຍັງໄດ້ສ້າງລະບົບສະມາຄົມທ່າເຮືອ (ເພື່ອແລກປ່ຽນຂໍ້ມູນລະຫວ່າງຜູ້ມີສ່ວນຮ່ວມແບບບໍ່ມີຮອຍຕໍ່) ແລະ ເວທີອໍານວຍຄວາມສະດວກທາງດ້ານການຄ້າໃຫ້ທຸກພາກສ່ວໄດ້ມີສ່ວນຮ່ວມ ຂ້າພະເຈົ້າຂອບໃຈມາຍັງທ່ານ ປອ ຈັນທອນ ສິດທິໄຊ ພ້ອມທີມງານທີ່ໄດ້ໃຫ້ໂອກາດບໍລິສັດ PSA International Pte Ltd ແລະ ບໍລິສັດ ຄຣິມຊັ່ນໂລຈີກ ໄດ້ມາແລກປ່ຽນບົດຮຽນໃນຜ່ານມາເປັນຕົ້ນຂົງເຂດການບໍລິຫານ ແລະ ການຫັນປ່ຽນເປັນດິຈິຕອນ ພວກເຮົາຈະຢູ່ຄຽງຂ້າງບໍລິສັດ ພີທີແອວໂຮຍດິ້ງ ໃນການເດີນທາງຄັ້ງນີ້ ແລະ ຂ້າພະເຈົ້າຫວັງວ່ານີ້ແມ່ນຈຸດເລີ່ມຕົ້ນຂອງການເປັນຄູ່ຮ່ວມມືຍຸດທະສາດທີ່ຍືນຍົງ.
ທ່ານ ລໍເຣັນສ໌ ອິງ ກ່າວວ່າ:ໃນນາມບໍລິສັດ ຄຣິມຊັ່ນໂລຈີກ ພວກເຮົາເປັນຜູ້ນຳໃນການພັດທະນານະວັດຕະກຳດິຈິຕອນເຊັ່ນ: ແພລດຟອມ Single Electronic Window ຜູ້ທຳອິດຂອງໂລກ ນັບຕັ້ງແຕ່ນັ້ນມາ ເປົ້າໝາຍຂອງພວກເຮົາແມ່ນການຂັບເຄື່ອນການປ່ຽນແປງໄປສູ່ດິຈິຕອນທົ່ວໂລກ ໂດຍສະເພາະໃນດ້ານການຄ້າ ແລະ ລະບົບຂົນສົ່ງ ພວກເຮົາເຊື່ອວ່າຄວາມສາມາດ ແລະ ປະສົບການຂອງພວກເຮົາໃນຂະແໜງນີ້ຈະຊ່ວຍລັດຖະບານຕ່າງໆທົ່ວໂລກສ້າງພື້ນຖານທີ່ເຂັ້ມແຂງເພື່ອການຂະຫຍາຍຕົວຢ່າງຕໍ່ເນື່ອງຜ່ານດິຈິຕອນ ມື້ນີ້ເປັນຈຸດໝາຍສຳຄັນທີ່ບໍລິສັດ ຄຣິມຊັ່ນໂລຈີກ ພວກເຮົາໄດ້ຮ່ວມມືຢ່າງເປັນທາງການກັບ Sitthi Logistics ໃນແພລດຟອມ Trade Facilitation Platform ການຮ່ວມມືຄັ້ງນີ້ແມ່ນຫຼັກຖານຂອງຄວາມມຸ່ງໝັ້ນຮ່ວມກັນຂອງພວກເຮົາໃນການສົ່ງເສີມການເຊື່ອມຕໍ່ ແລະ ການຄ້າທີ່ສະດວກພຽບພ້ອມພາຍໃນພາກພື້ນ ແລະ ທົ່ວໂລກ ການຮ່ວມມືນີ້ຍັງເປັນໂອກາດອັນດີຢ່າງຍິ່ງໃນການແບ່ງປັນຄວາມຮູ້ ແລະ ຄວາມຊຳນານທີ່ພວກເຮົາໄດ້ສະສົມມາຕະຫຼອດ 36 ປີທີ່ຜ່ານມາ ມັນຍັງສະທ້ອນໃຫ້ເຫັນເຖິງຈິດໃຈຍຸດທະສາດ “Node to Network” ຂອງບໍລິສັດ PSA International Pte Ltd ທີ່ມຸ່ງໝັ້ນໃນການປັບປຸງ supply chain ecosystem ພວກເຮົາຫວັງຢ່າງຍິ່ງທີ່ຈະໄດ້ຮ່ວມມືຢ່າງໃກ້ຊິດກັບ Sitthi Logistics ໂດຍນຳໃຊ້ຄວາມຊຳນານດ້ານເຕັກໂນໂລຊີຂອງທີມງານເພື່ອສ້າງຄູ່ຮ່ວມງານທີ່ເຂັ້ມແຂງເຊິ່ງຈະຊຸກຍູ້ໃຫ້ລາວບັນລຸຄວາມຝັນໃນການກາຍເປັນສູນກາງລະບົບຂົນສົ່ງພາກພື້ນ.
ທີ່ມາ: ວຽງຈັນໃໝ່