ວິທະຍຸກະຈາຍສຽງຫວຽດນາມລາຍງານວ່າ: ໃນວັນທີ 25 ມີນາ ຜ່ານມາ ຢູ່ສຳນັກງານລັດຖະບານ ນະຄອນຫຼວງຮ່າໂນ້ຍ, ທ່ານ ຟ້າມມິງຈິງ ນາຍົກລັດຖະມົນຕີ ຫວຽດນາມ ໄດ້ເປັນປະທານກອງປະຊຸມຄະນະປະຈຳລັດຖະບານ ແລະ ຄະນະປະຈຳພັກ-ລັດຖະບານ ເພື່ອຮັບຟັງບົດລາຍງານຂອງກະຊວງສຶກສາ – ບຳລຸງສ້າງ ແລະ ບົດລາຍງານຂອງກະຊວງສາທາລະນະສຸກ.
ໃນການພົບປະ, ທ່ານ ຟ້າມມິງຈິງ ສະເໜີກະຊວງສຶກສາ-ບຳລຸງສ້າງ ປະກອບຄຳຄິດຄຳເຫັນໃນກອງປະຊຸມ, ສ້າງຂໍ້ສະເໜີປະກາດໃຊ້ໂຄງການເປົ້າໝາຍແຫ່ງຊາດ ກ່ຽວກັບການຫັນເປັນທັນສະໄໝ, ຍົກສູງຄຸນນະພາບການສຶກສາ ແລະ ບຳລຸງສ້າງ, ພັດທະນາຄວາມສາມາດບົ່ມຊ້ອນ, ຄຸນນະພາບຂອງນັກຮຽນ, ສ້າງແຫຼ່ງຊັບພະຍາກອນມະນຸດທີ່ມີຄຸນນະພາບສູງ, ຕອບສະໜອງຄວາມຮຽກຮ້ອງຕ້ອງການຂອງການພັດທະນາປະເທດຊາດຢ່າງກ້າວກະໂດດຂັ້ນໃນໄລຍະໃໝ່. ທ່ານນາຍົກລັດຖະມົນຕີສະເໜີໃຫ້ໂຄງການດັ່ງກ່າວວາງເປົ້າໝາຍບັນລຸລະດັບ ພາສາອັງກິດຊັ້ນປະຖົມ ແລະ ການສຶກສາສາມັນຢ່າງທົ່ວເຖິງ.
ພາຍຫຼັງໄດ້ຮັບຟັງບົດລາຍງານການຜັນຂະຫຍາຍໂຄງການເປົ້າໝາຍແຫ່ງຊາດກ່ຽວກັບການຮັກສາສຸຂະພາບ, ປະຊາກອນ ແລະ ການພັດທະນາໄລຍະ 2026-2035, ທ່ານນາຍົກລັດຖະມົນຕີ ໄດ້ກ່າວຕັກເຕືອນເປັນພິເສດເຖິງການຍົກສູງຄວາມສາມາດຂອງເຄືອຂ່າຍສາທາລະນະສຸກຮາກຖານ ແລະ ຍົກສູງປະສິດທິຜົນຂອງລະບົບປ້ອງກັນພະຍາດຢູ່ຂັ້ນຕາແສງ; ສະເໜີໃຫ້ກະຊວງສາທາລະນະສຸກສົ່ງແພດໝໍລົງຂັ້ນຮາກຖານ 1.000 ຄົນ ແຕ່ນີ້ຮອດທ້າຍປີ.