Home ຂ່າວພາຍໃນ ອັດຕະປື-ກວາງນາມ ເຊັນສັນຍາການຮ່ວມມືຮອບດ້ານ ໃນໄລຍະປີ 2025-2030

ອັດຕະປື-ກວາງນາມ ເຊັນສັນຍາການຮ່ວມມືຮອບດ້ານ ໃນໄລຍະປີ 2025-2030

0
6

ໃນລະຫວ່າງວັນທີ 24-25 ມີນາ 2025 ແຂວງອັດຕະປື ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ແລະ ແຂວງກວາງນາມ ແຫ່ງ ສາທາລະນະລັດ ສັງຄົມນິຍົມຫວຽດນາມ ໄດ້ຈັດກອງປະຊຸມພົບປະສອງຝ່າຍຂຶ້ນທີ່ຫ້ອງວ່າການແຂວງກວາງນາມ, ຄະນະຜູ້ແທນແຂວງອັດຕະປື ນຳໂດຍ ສະຫາຍ ບຸນເສີດ ເສດທິລາດ ຄະນະປະຈຳພັກແຂວງ ຮອງເຈົ້າແຂວງອັດຕະປື ແລະ ຄະນະຜູ້ແທນແຂວງກວາງນາມ ນຳໂດຍ ສະຫາຍ ຟາມຖາຍບິ່ງ ຄະນະປະຈຳພັກແຂວງ ຮອງປະທານຄະນະກຳມະການປະຊາຊົນແຂວງ ພ້ອມດ້ວຍຄະນະນໍາທັງສອງແຂວງເຂົ້າຮ່ວມ.

ນະໂອກາດທີ່ມີຄວາມໝາຍ, ຄວາມສຳຄັນນີ້ ຕາງໜ້າຄະນະຜູ້ແທນທັງສອງແຂວງ ກໍ່ໄດ້ລາຍງານສະພາບການພັດທະນາເສດຖະກິດ-ສັງຄົມ ຂອງແຂວງຕົນໃຫ້ກັນ ແລະ ກັນຊາບ ໂດຍຍົກໃຫ້ເຫັນເຖິງທ່າແຮງບົ່ມຊ້ອນ, ຂົງເຂດທີ່ເຫັນວ່າເໝາະສົມ ແລະ ເປັນທ່າແຮງໃນການລົງທຶນ ຂອງແຕ່ລະແຂວງ. ທັງນີ້ ກໍ່ເພື່ອແນໃສ່ສືບຕໍ່ເສີມຂະຫຍາຍສາຍພົວພັນມິດຕະພາບ, ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານ ລະຫວ່າງສອງພັກ, ສອງລັດ ແລະ ປະຊາຊົນສອງຊາດ ລາວ-ຫວຽດນາມ ເວົ້າລວມ, ເວົ້າສະເພາະແມ່ນສາຍພົວພັນຮ່ວມມືລະຫວ່າງ ແຂວງກວາງນາມ ແລະ ແຂວງອັດຕະປື ໃຫ້ກ້າວເຂົ້າສູ່ລະດັບໃໝ່ ຢ່າງຖືກຕ້ອງຕາມລັກການຂອງພັກ.

ໂອກາດດັ່ງກ່າວ ອົງການປົກຄອງແຂວງອັດຕະປື ແລະ ຄະນະກຳມະການປະຊາຊົນ ແຂວງກວາງນາມ ໄດ້ເຫັນດີເປັນເອກະພາບລົງນາມຂໍ້ຕົກລົງການຮ່ວມມື, ໃນນີ້ ວຽກງານດ້ານການເມືອງ, ການຕ່າງປະເທດ ແລະ ແລກປ່ຽນຄະນະ: ທັງສອງແຂວງ ຈະເພີ່ມທະວີການພົວພັນການຕ່າງປະເທດທາງດ້ານການເມືອງ ແລະ ແລກປ່ຽນຄະນະ ລະຫວ່າງການນໍາສອງແຂວງ, ຜັດປ່ຽນກັນຈັດຕັ້ງກອງປະຊຸມຂັ້ນສູງລະຫວ່າງສອງແຂວງ 2 ປີ ຕໍ່ ຄັ້ງ, ຈັດຕັ້ງການຢ້ຽມຢາມ, ເຮັດວຽກ ຂອງຄະນະຜູ້ແທນການນໍາສອງແຂວງ ເນື່ອງໃນໂອກາດເຫດການສໍາຄັນຂອງແຕ່ລະແຂວງ, ເພີ່ມທະວີການປະສານງານແລກປ່ຽນຂໍ້ມູນ, ສະພາບການທີ່ກ່ຽວຂ້ອງ, ປະສານສົມທົບແກ້ໄຂບັນດາບັນຫາທີ່ເກີດຂື້ນທີ່ກ່ຽວຂ້ອງເຖິງຄວາມສະຫງົບ, ຄວາມເປັນລະບຽບຮຽບຮ້ອຍ, ພົນລະເມືອງລະເມີດຕໍ່ກົດໝາຍຕາມສັນຍາ ສົນທິສັນຍາ ທີ່ກ່ຽວຂ້ອງທີ່ໄດ້ລົງນາມ ແລະຂໍ້ກໍານົດກົດໝາຍຂອງແຕ່ລະປະເທດ, ກໍາລັງປະກອບອາວຸດສອງແຂວງ ຊ່ວຍເຫຼືອສະໜັບສະໜູນດ້ານເງື່ອນໄຂທີ່ຈໍາເປັນ, ປະກອບສ່ວນຮັກສາຄວາມສະຫງົບ, ປ້ອງກັນຊາດ, ຮັບໃຊ້ການພັດທະນາເສດຖະກິດ-ສັງຄົມຂອງສອງແຂວງ. ການຮ່ວມມືດ້ານການຄ້າ ແລະ ການລົງທຶນ: ສອງຝ່າຍ ໃຫ້ການຊ່ວຍເຫຼືອສະໜັບສະໜູນ ແລະ ເພີ່ມທະວີໃນການສະໜອງຂໍ້ມູນ, ນໍາສະເໜີກາລະໂອກາດ, ສ້າງເງື່ອນໄຂຄວາມສະດວກໃຫ້ບັນດາວິສາຫະກິດ, ນັກລົງທຶນຂອງແຕ່ລະຝ່າຍເຂົ້າເຖິງໃນການຄົ້ນຄວ້າ, ຜັນຂະຫຍາຍບັນດາການເຄື່ອນໄຫວຮ່ວມມືດ້ານການຄ້າ, ການລົງທຶນ, ການໂຄສະນາ, ການສົ່ງເສີມການທ່ອງທ່ຽວ, ພັດທະນາຜະລິດຕະພັນການທ່ອງທ່ຽວ, ການຄຸ້ມຄອງລັດກ່ຽວກັບການທ່ອງທ່ຽວຢູ່ແຕ່ລະແຂວງ, ສົມທົບຈັດຕັ້ງຈັດກອງປະຊຸມ ສໍາມະນາກ່ຽວກັບການສົ່ງເສີມການລົງທຶນ, ການຄ້າຢູ່ແຕ່ລະແຂວງ ແນໃສ່ຍົກສູງການຮ່ວມມືລົງທຶນ, ການຄ້າ ລະຫວ່າງສອງຝ່າຍໃຫ້ມີປະສິດທິຜົນ; ສ້າງເງື່ອນໄຂໃນການໂຄສະນາ, ສົ່ງເສີມການຄ້າ, ພິເສດແມ່ນບັນດາສິນຄ້າ, ຜະລິດຕະພັນສິນຄ້າທີ່ມີຄວາມສາມາດບົ່ມຊ້ອນ, ມີທ່າແຮງຂອງແຕ່ລະຝ່າຍ, ຮ່ວມມືດ້ານຄົມມະນາຄົມ-ຂົນສົ່ງ, ສົ່ງອອກ-ນໍາເຂົ້າສິນຄ້າ: ສອງຝ່າຍ ເປັນເອກະພາບໃຫ້ການຊ່ວຍເຫຼືອ ແລະ ສ້າງເງື່ອນໄຂຄວາມສະດວກ ໃນການໂຄສະນາ, ສົ່ງເສີມການຮ່ວມມືການຂົນສົ່ງຜູ້ໂດຍສານ, ຂົນສົ່ງສິນຄ້າລະຫວ່າງສອງແຂວງ ໂດຍຜ່ານດ່ານສາກົນນາມຢາງ ທີ່ຂື້ນກັບແຂວງກວ໊າງນາມ ແລະ ດ່ານສາກົນພູເກືອ ທີ່ຂຶ້ນກັບແຂວງອັດຕະປື; ສຸມໃສ່ລົງທຶນເຊື່ອມໂຍງພື້ນຖານໂຄງລ່າງການຄົມມະນາຄົມ ເພື່ອບໍລິການ ແລະ ຮັບໃຊ້ໃຫ້ແກ່ການຮ່ວມມືພັດທະນາການຄ້າ, ການລົງທຶນລະຫວ່າງສອງຝ່າຍ ແລະ ດ້ານການຮ່ວມມືພັດທະນາຊັບພະຍາກອນມະນຸດ: ສອງຝ່າຍເຫັນດີເປັນເອກະພາບສ້າງເງື່ອນໄຂຄວາມສະດວກໃຫ້ບັນດາສະຖາບັນການກໍ່ສ້າງຂອງສອງຝ່າຍ ເພີ່ມທະວີການຮ່ວມມືກໍ່ສ້າງຊັບພະຍາກອນມະນຸດ ເພື່ອການພັດທະນາລວມຂອງແຕ່ລະແຂວງ, ໃນແຕ່ລະປີ ແຂວງກວາງນາມ ເຫັນດີຮັບເອົາ ແລະ ສະໜອງທຶນກໍ່ສ້າງພາສາຫວຽດ ແລະ ວິຊາສະເພາະຢູ່ບັນດາສະຖາບັນການກໍ່ສ້າງຂອງແຂວງກວ໊າງນາມ ໃຫ້ແກ່ພະນັກງານ, ນັກຮຽນຂອງແຂວງອັດຕະປື ລວມທັງໝົດ ຈໍານວນ 20 ທຶນ (ທຶນ 100%), ຄຽງຄູ່ກັນນັ້ນ, ແຂວງກວາງນາມ ເຫັນດີຮັບເອົານັກຮຽນແຂວງອັດຕະປື ມາຮຽນພາສາຫວຽດ ແລະ ວິຊາສະເພາະຢູ່ແຂວງ ໃນນາມທຶນສ່ວນຕົວ, ຝ່າຍແຂວງກວາງນາມ ຈະຍົກເວັ້ນຄ່າຮຽນ ແລະ ຄ່າຫໍພັກທັງໝົດໃຫ້ແກ່ນັກຮຽນທີ່ມາໃນນາມທຶນສ່ວນຕົວຂອງແຂວງອັດຕະປື.

ເຊິ່ງແຕ່ລະວຽກງານ ແມ່ນຈະຕ້ອງໄດ້ມີກັນພົວພັນຮ່ວມມື, ລົງເລິກແຕ່ລະຂະແໜງການຕື່ມອີກ, ໃຫ້ກຽດລົງນາມບົດບັນທຶກຊ່ວຍຈຳກ່ຽວກັບການຮ່ວມມືຮອບດ້ານ ຕາງໜ້າອົງການປົກຄອງແຂວງອັດຕະປື ແມ່ນ ສະຫາຍ ບຸນເສີດ ເສດທິລາດ ຄະນະປະຈຳພັກແຂວງ ຮອງເຈົ້າແຂວງອັດຕະປື ແລະ ຕາງໜ້າຄະນະກຳມະການປະຊາຊົນແຂວງກວາງນາມແມ່ນ ສະຫາຍ ຟາມຖາຍບິ່ງ ຄະນະປະຈຳພັກແຂວງ, ຮ່ວມເປັນພະຍານ ມີສະຫາຍ ເລວັນຢຸ໊ງ ຮອງເລຂາພັກແຂວງ ປະທານຄະນະກຳມະການປະຊາຊົນ ແຂວງກວາງນາມ ແລະ ສະຫາຍ ສຸພັນ ຫາດາວເຮືອງ ກົງສູນໃຫຍ່ ແຫ່ງ ສປປ ລາວ ປະຈຳນະຄອນດາໜັງ.

ຂ່າວ-ພາບ: ວິໄລສັກ

NO COMMENTS

LEAVE A REPLY

Please enter your comment!
Please enter your name here