ບັນຫາການຄ້າມະນຸດ ເປັນອາຊະຍາກຳທີ່ຮ້າຍແຮງ, ມັນໄດ້ລະເມີດສິດທິພື້ນຖານຂອງພົນລະເມືອງ ຕາມທີ່ໄດ້ກຳນົດໄວ້ໃນລັດຖະທຳມະນູນ ແລະ ກົດໝາຍ ກໍຄື ສົນທິສັນຍາສາກົນ ເຊິ່ງໄດ້ສົ່ງຜົນກະທົບໂດຍກົງຕໍ່ຮ່າງກາຍ, ຊີວິດ, ກຽດສັກສີ, ຈິດໃຈຂອງຜູ້ຖືກເຄາະຮ້າຍ, ຕໍ່ຄອບຄົວ, ຕໍ່ການພັດທະນາ ເສດຖະກິດ-ສັງຄົມ ແລະ ຄວາມໝັ້ນຄົງຂອງຊາດ.
ສໍາລັບລາວເຮົາ ກໍເປັນປະເທດໜຶ່ງທີ່ມີບັນຫາການຄ້າມະນຸດ, ເນື່ອງຈາກທີ່ຕັ້ງພູມສັນຖານຂອງປະເທດ ມີຄວາມສະດວກໃນການເດີນທາງເຂົ້າ-ອອກ ຂອງພົນລະເມືອງ; ຜ່ານມາພວກຄ້າມະນຸດ ໄດ້ເຄື່ອນໄຫວຊອກຫາ, ເຄື່ອນຍ້າຍ, ຂົນສົ່ງ, ໃຫ້ບ່ອນພັກເຊົາ, ລີ້ຊ່ອນ, ຕົວະຍົວະ, ຫຼອກລວງ ເພື່ອໃຫ້ຜູ້ຖືກເຄາະຮ້າຍກະທໍາຜິດ ຖານຖືພາບໍ່ຖືກຕ້ອງ, ການຄ້າປະເວນີ, ການບັງຄັບໃຫ້ ເປັນໂສເພນີ, ການຂູດຮີດແຮງງານ ແລະອື່ນໆ. ການກະທໍາດັ່ງກ່າວ ເປັນການກະທໍາຜິດຕໍ່ກົດໝາຍ ແລະ ວັດທະນະທຳອັນດີງາມຂອງຊາດ; ບັນຫາທີ່ໜ້າເປັນຫ່ວງທີ່ສຸດແມ່ນພົນລະເມືອງລາວຈໍານວນໜຶ່ງ ຖືກນາຍໜ້າຕົວະຍົວະຫຼອກລວງ ໄປອອກແຮງງານ ແລ້ວຖືກຂູດຮີດແຮງງານ ແລະ ໝັ້ນໝາຍແຕ່ງງານແອບແຝງ ເຊິ່ງມີຜູ້ຕົກເປັນຜູ້ຖືກເຄາະຮ້າຍ ຈາກການຄ້າມະນຸດເປັນຈຳນວນບໍ່ໜ້ອຍ.

ໃນກອງປະຊຸມສະຫຼຸບການເຄື່ອນໄຫວວຽກງານ ປະຈຳປີ 2024 ຂອງກົມຕຳຫຼວດສະກັດກັ້ນ ແລະ ຕ້ານການຄ້າມະນຸດ ກົມໃຫຍ່ຕຳຫຼວດ ກະຊວງ ປກສ ທີ່ຈັດຂຶ້ນໃນເມື່ອບໍ່ດົນຜ່ານມານີ້ ໄດ້ໃຫ້ຮູ້ວ່າ: ປີ 2024 ເຈົ້າໜ້າທີ່ກົມຕຳຫຼວດສະກັດກັ້ນ ແລະ ຕ້ານການຄ້າມະນຸດ ໄດ້ຮັບເເຈ້ງຄວາມ ແລະ ຄຳຮ້ອງຟ້ອງ ຈຳນວນ 96 ເລື່ອງ ໃນນີ້ເປັນຄະດີຄ້າມະນຸດ 29 ເລື່ອງ ມີຜູ້ຖືກຫາ 119 ຄົນ ຍິງ 29 ຄົນ, ຜູ້ຖືກຫາຄົນຕ່າງປະເທດ 81 ຄົນ ຍິງ 10 ຄົນ, ຜູ້ຖືກເຄາະຮ້າຍ 21 ຄົນ ຍິງ 17 ຄົນ, ຜູ້ຖືກເຄາະຮ້າຍອາຍຸຕໍ່າກວ່າ 18 ປີ ມີ 12 ຄົນ ຍິງ 12 ຄົນ.
ຈາກຕົວເລກລາຍຄະດີຄ້າມະນຸດທີ່ຍົກໃຫ້ເຫັນໃນກອງປະຊຸມດັ່ງກ່າວນັ້ນ ມັນສະແດງໃຫ້ເຫັນວ່າ ການຄ້າມະນຸດຍັງເກີດຂຶ້ນຢ່າງຕໍ່ເນື່ອງ ແລະ ກຸ່ມຄົນບໍ່ດີໄດ້ໃຊ້ວິທີແນບນຽນຂຶ້ນເລື່ອຍໆ. ດັ່ງນັ້ນ, ການສະກັດກັ້ນ ແລະ ແກ້ໄຂການຄ້າມະນຸດຈິ່ງເປັນບັນຫາສຳຄັນຢ່າງຍິ່ງ. ໃນທ່າມກາງສະພາບແວດລ້ອມພາຍນອກ ແລະ ພາຍໃນ ທີ່ມີສິ່ງທ້າທາຍຫຼາຍອັນ ຈິ່ງເຮັດໃຫ້ການແກ້ໄຂບັນຫາການຄ້າມະນຸດ ພົບຄວາມທ້າທາຍ ແລະ ຫຍຸ້ງຍາກສັບສົນຫຼາຍສົມຄວນ. ແຕ່ກໍແມ່ນໜ້າທີ່ອັນຈຳເປັນຂອງທຸກພາກສ່ວນທົ່ວສັງຄົມຈະຕ້ອງພ້ອມກັນສະກັດກັ້ນ ປະເດັນສໍາຄັນແມ່ນ ພ້ອມກັນຍົກສູງຄວາມຮັບຜິດຊອບຂອງຕົນ ແລະ ເພີ່ມທະວີອອກແຮງຈັດຕັ້ງປະຕິບັດວຽກງານຕ້ານການຄ້າມະນຸດ, ສຸມຄວາມເອົາໃຈໃສ່ເຮັດວຽກໂຄສະນາ ເພື່ອປະຊາຊົນລາວບັນດາເຜົ່າໄດ້ຮັບຮູ້ ແລະ ເຂົ້າໃຈຜົນຮ້າຍຂອງການ ຄ້າມະນຸດ; ມີສະຕິປ້ອງກັນຕົວເອງ ແລະ ມີຄວາມຕື່ນຕົວປະກອບສ່ວນ ເຂົ້າໃນວຽກງານຕ້ານການຄ້າມະນຸດໃຫ້ຫຼາຍຂຶ້ນ.
ການຄ້າມະນຸດ ເປັນໄພອັນຕະລາຍຕໍ່ສັງຄົມ, ທຸກຄອບຄົວ, ທຸກຄົນຕ້ອງເຂົ້າໃຈໃຫ້ເລິກເຊິ່ງ ຈຶ່ງຈະບໍ່ຕົກເປັນເຫຍື່ອຂອງຂະບວນການ ທີ່ມາໃນຫຼາຍຮູບແບບ-ວິທີ ທີ່ເລິກແລບແນບນຽນ, ບໍ່ຄວນເຫັນແກ່ເງິນຄໍາ-ວັດຖຸສິ່ງຂອງ, ຄໍາເວົ້າຕົວະຍົວະຈອບອອຍໂດຍເດັດຂາດ. ພົບເຫັນບັນຫາທີ່ມີການສົງໄສເປັນການຄ້າມະນຸດໃຫ້ຮີບຮ້ອນແຈ້ງຕໍ່ເຈົ້າໜ້າທີ່ໂດຍໄວ ເພື່ອສະກັດກັ້ນໃຫ້ທັນເວລາ.
ໂດຍ: ເສັ້ນສາຍໄໝ, ຄວາມສະຫງົບ Lao Security News