Wednesday, March 26, 2025
Homeຂ່າວຕ່າງປະເທດການາດາ ຈະຈັດການເລືອກຕັ້ງທົ່ວປະເທດ ກ່ອນກຳນົດເວລາໃນທ້າຍເດືອນເມສານີ້

ການາດາ ຈະຈັດການເລືອກຕັ້ງທົ່ວປະເທດ ກ່ອນກຳນົດເວລາໃນທ້າຍເດືອນເມສານີ້

ວິທະຍຸ ກະຈາຍສຽງ ຫວຽດນາມ, ທ່ານ ມາກ ຄານີ(Mark Carney), ນາຍົກລັດຖະມົນຕີ ການາດາ ຄົນໃໝ່ ໄດ້ຮຽກຮ້ອງ ຈັດການເລືອກຕັ້ງ ທົ່ວປະເທດ ກ່ອນກຳນົດ ເວລາ ໃນວັນທີ 28 ເມສາ 2025. ພາຍຫລັງ ທ່ານ Mark Carney ໃຫ້ຮູ້ວ່າ, ໄດ້ສະເໜີ ໃຫ້ ທ່ານ ນາງ ມາຣີ ຊີມອນ(Mary Simon), ຜູ້ມີອຳນາດເຕັມ ຍຸບເລີກ ສະພາແຫ່ງຊາດ ໃນທ້າຍເດືອນ ເມສາ ແລະ ໄດ້ຮັບຄວາມເຫັນດີ. ການກະທຳ ດັ່ງກ່າວ ດຳເນີນໄປ ໃນສະພາບ ທີ່ການພົວພັນ ລະຫວ່າງ ການາດາ ແລະ ສ.ອາເມລິກາ ພວມເຄັ່ງຕຶງ ຂຶ້ນຕື່ມ ເຊິ່ງກ່ຽວຂ້ອງເຖິງ ບັນດາບັນຫາການຄ້າ ແລະ ຄຳຖະແຫລງ ຂອງທ່ານ ໂດນັນ ທຣຳ(Donald Trump),ປະທານາທິບໍດີ ສ.ອາເມລິກາ ຕໍ່ເລື່ອງ ຢາກໂຮມ ການາດາ ເປັນລັດໜຶ່ງຂອງ ອາເມລິກາ ພວມເປັນບັນຫາ ເຄັ່ງຮ້ອນ ລະຫວ່າງ ສອງປະເທດ ໃນຂະນະນີ້.

(ບັນນາທິການຂ່າວ: ຕ່າງປະເທດ)

ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments