ໃນວັນທີ 25 ມີນາ 2025 ທີ່ສຳນັກງານນາຍົກລັດຖະມົນຕີ, ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ໄດ້ໃຫ້ກຽດຕ້ອນຮັບ ການເຂົ້າຢ້ຽມຂໍ່ານັບ ທ່ານ ອະພິສັນຕິບັນດິດ ຊໍ່ ສົກຂາ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງພາຍໃນ ແຫ່ງ ຣາຊະອານາຈັກກໍາປູເຈຍ ພ້ອມດ້ວຍຄະນະຜູ້ແທນຂັ້ນສູງ ໃນໂອກາດເດີນທາງມາຢ້ຽມຢາມສັນຖະວະໄມຕີ ສປປ ລາວ ຢ່າງເປັນທາງການ ໃນລະຫວ່າງວັນທີ 23-26 ມີນານີ້.

ໃນໂອກາດນີ້, ທ່ານ ສອນໄຊ ສີພັນດອນ ໄດ້ກ່າວສະແດງຄວາມຍິນດີຕ້ອນຮັບ, ຊົມເຊີຍ ແລະ ຕີລາຄາສູງ ຕໍ່ທ່ານ ອະພິສັນຕິບັນດິດ ຊໍ່ ສົກຂາ ແລະ ຄະນະຜູ້ແທນ ທີ່ໄດ້ເດີນທາງມາຢ້ຽມຢາມ ແລະ ເຮັດວຽກຢູ່ ສປປ ລາວ ໃນຄັ້ງນີ້ ໂດຍສະເພາະ ເຂົ້າຮ່ວມກອງປະຊຸມວ່າດ້ວຍການຮ່ວມມືສອງຝ່າຍ ປະຈຳປີ 2025 ລະຫວ່າງ ກະຊວງປ້ອງກັນຄວາມສະຫງົບ ແຫ່ງ ສປປ ລາວ ແລະ ກະຊວງພາຍໃນແຫ່ງ ຣາຊະອານາຈັກກໍາປູເຈຍ, ຖືເປັນການປະກອບສ່ວນສຳຄັນເຂົ້າໃນການຮັດແໜ້ນ ແລະ ເສີມຂະຫຍາຍສາຍພົວພັນມິດຕະພາບ, ຄວາມສາມັກຄີອັນເປັນມູນເຊື້ອ ທີ່ມີມາແຕ່ດົນນານ ແລະ ການເປັນຄູ່ຮ່ວມຍຸດທະສາດຮອບດ້ານ ແລະ ໝັ້ນຄົງຍາວນານ ລະຫວ່າງ ສປປ ລາວ ແລະ ຣາຊະອານາຈັກກຳປູເຈຍ ໃຫ້ມີຄວາມແໜ້ນແຟ້ນຍິ່ງໆຂຶ້ນ, ຕີລາຄາສູງ ຕໍ່ການພົວພັນຮ່ວມມື ຂອງສອງປະເທດ ໃນໄລຍະຜ່ານມາ ເຊິ່ງການນຳຂັ້ນຕ່າງໆ ໄດ້ມີການແລກປ່ຽນການຢ້ຽມຢາມ ເຊິ່ງກັນ ແລະ ກັນ ຢ່າງເປັນປົກກະຕິ.

ໃນໂອກາດດຽວກັນ, ທ່ານ ອະພິສັນຕິບັນດິດ ຊໍ່ ສົກຂາ ກໍໄດ້ກ່າວສະແດງຄວາມຂອບໃຈ ຕໍ່ການຕ້ອນຮັບອັນອົບອຸ່ນ ຂອງທ່ານ ສອນໄຊ ສີພັນດອນ ແລະ ພາກສ່ວນກ່ຽວຂ້ອງ ຂອງ ສປປ ລາວ ໃນຄັ້ງນີ້, ພ້ອມທັງແຈ້ງໃຫ້ຊາບກ່ຽວກັບຈຸດປະສົງ ຂອງການເຄື່ອນໄຫວຢ້ຽມຢາມ ແລະ ເຮັດວຽກຢູ່ ສປປ ລາວ ໃນຄັ້ງນີ້, ໃຫ້ທ່ານນາຍົກລັດຖະມົນຕີ ແຫ່ງ ສປປ ລາວຮັບຊາບ.