Saturday, March 29, 2025
Homeຂ່າວຕ່າງປະເທດຜູ້ນໍາສ.ອາເມລິກາ ລົງນາມຄຳສັ່ງ ເພີ່ມການຜະລິດ ແຮ່ທາດທີ່ສຳຄັນ

ຜູ້ນໍາສ.ອາເມລິກາ ລົງນາມຄຳສັ່ງ ເພີ່ມການຜະລິດ ແຮ່ທາດທີ່ສຳຄັນ

ສຳນັກຂ່າວ ຊິນຮວາ ຂອງ ສປຈີນ, ເມື່ອບໍ່ດົນມານີ້ ທ່ານ ໂດນັນທຣຳ ປະທານາທິບໍດີ ສ.ອາເມລິກາ ໄດ້ລົງນາມ ຄຳສັ່ງ ຝ່າຍບໍລິຫານ ເພື່ອເພີ່ມ ການຜະລິດ ແຮ່ທາດ ສຳຄັນ ແລະ ແຮ່ທາດຫາຍາກ ພາຍໃນປະເທດ ໂດຍໃຊ້ອຳນາດ ພາຍໃຕ້ ກົດໝາຍການຜະລິດໃນຍາມສຶກສົງຄາມ (DPA) ເພື່ອຈັດຫາເງິນທຶນ, ເງິນກູ້ຢືມ ແລະ ການສະ ໜັບສະໜູນ ການລົງທຶນອື່ນໆ ສຳລັບ ການແປຮູບແຮ່ທາດ ພາຍໃນປະເທດ.

ໂດຍ ທ່ານໂດນັນທຣຳ ກ່າວວ່າ ຄັ້ງໜຶ່ງ ສ.ອາເມລິກາ ເຄີຍເປັນ ຜູ້ຜະລິດແຮ່ທາດ ຫລາຍທີ່ສຸດ ໃນໂລກ ແຕ່ກົດລະບຽບ ຫລວງຫລາຍ ຂອງ ລັດຖະບານກາງ ເຮັດໃຫ້ ການຜະລິດແຮ່ທາດ ຂອງ ສ.ອາເມລິກາ ຫລຸດລົງ.ນອກຈາກນີ້, ຄຳສັ່ງດັ່ງກ່າວ ຍັງສັ່ງການໃຫ້ ໜ່ວຍງານ ຂອງ ລັດຖະບານກາງ ໂດຍລະບຸວ່າ: ໂຄງການບໍ່ແຮ່ທີ່ສາມາດ ອະນຸມັດໄດ້ ຢ່າງວ່ອງໄວ ພ້ອມທັງ ລະບຸວ່າ ເນື້ອທີ່ດິນ ຂອງ ລັດຖະບານກາງ ອາດຈະໃຊ້ ສຳລັບ ການແປຮູບ ແຮ່ທາດໄດ້ ແລະ ອື່ນໆ.

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments