Wednesday, March 26, 2025
Homeຂ່າວໜ້າໜຶ່ງຜົນກອງປະຊຸມສະໄໝສາມັນ ຂອງລັດຖະບານ ປະຈຳເດືອນມີນາ 2025

ຜົນກອງປະຊຸມສະໄໝສາມັນ ຂອງລັດຖະບານ ປະຈຳເດືອນມີນາ 2025

ໃນວັນທີ 25 ມີນາ 2025, ທີ່ສຳນັກງານນາຍົກລັດຖະມົນຕີ, ທ່ານ ສອນໄຊ ສິດພະໄຊ ລັດຖະມົນຕີປະຈໍາສໍານັກງານນາຍົກລັດຖະມົນຕີ, ໂຄສົກລັດຖະບານ ໄດ້ຖະແຫລງຂ່າວ ຕໍ່ສື່ມວນຊົນ ກ່ຽວກັບຜົນກອງປະຊຸມສະໄໝສາມັນຂອງລັດຖະບານ ປະຈຳເດືອນມີນາ 2025 ໃຫ້ຮູ້ວ່າ: ກອງປະຊຸມ ໄດ້ໄຂຂຶ້ນໃນຕອນເຊົ້າວັນທີ 24 ແລະ ອັດລົງໃນຕອນບ່າຍວັນທີ 25 ມີນາ 2025 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ; ມີບັນດາທ່ານ ຮອງນາຍົກລັດຖະມົນຕີ, ສະມາຊິກລັດຖະບານ, ຜູ້ຕາງໜ້າກະຊວງ-ອົງການ ເຂົ້າຮ່ວມແບບເຊິ່ງໜ້າ; ການນໍາຂອງບັນດາແຂວງ ແລະ ນະຄອນຫລວງວຽງຈັນ ເຂົ້າຮ່ວມຜ່ານລະບົບກອງປະຊຸມທາງໄກ ເພື່ອຮັບຟັງ ແລະ ປະກອບຄຳເຫັນ ຕໍ່ການລາຍງານສະພາບພົ້ນເດັ່ນ ປະຈຳເດືອນມີນາ ແລະ ທິດທາງແຜນວຽກຈຸດສຸມ ປະຈຳເດືອນເມສາ 2025.

ກອງປະຊຸມຄັ້ງນີ້, ໄດ້ພ້ອມກັນຄົ້ນຄວ້າ, ປຶກສາຫາລື, ປະກອບຄໍາເຫັນ ແລະ ພິຈາລະນາເຫັນດີດ້ານຫລັກການ ຮັບຮອງເອົາບັນດາຫົວຂໍ້ສໍາຄັນ ຄື: ວາລະທີ 1: ສະຫລຸບວຽກງານພົ້ນເດັ່ນ ປະຈໍາເດືອນມີນາ ແລະ ທິດທາງແຜນການ ປະຈຳເດືອນເມສາ 2025 ຂອງລັດຖະບານ ຕິດພັນກັບການແກ້ໄຂບັນຫາເຄັ່ງຮ້ອນ ທາງດ້ານເສດຖະກິດ, ເງິນຕາ, ອັດຕາແລກປ່ຽນ, ລາຄາສິນຄ້າ, ການແກ້ໄຂບັນຫາໜີ້ສິນ ແລະ ການຜະລິດສິນຄ້າ; ຕີລາຄາການຈັດຕັ້ງປະຕິບັດ ມະຕິຂອງສະພາແຫ່ງຊາດ ສະບັບເລກທີ 153/ສພຊ, ລົງວັນທີ 12 ທັນວາ 2024 ວ່າດ້ວຍການຮັບຮອງເອົາການຈັດຕັ້ງປະຕິບັດ ແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ ປີ 2024 ແລະ ທິດທາງແຜນການລົງທຶນຂອງລັດ ປີ 2025 ແລະ ມະຕິຂອງສະພາແຫ່ງຊາດ ສະບັບເລກທີ 154/ສພຊ, ລົງວັນທີ 12 ທັນວາ 2024 ວ່າດ້ວຍການຈັດຕັ້ງປະຕິບັດແຜນງົບປະມານແຫ່ງລັດ ແລະ ແຜນເງິນຕາ ປີ 2024 ແລະ ທິດທາງແຜນການ ປີ 2025 ແລະ ດໍາລັດ ສະບັບເລກທີ 702/ນຍ, ລົງວັນທີ 25 ທັນວາ 2024 ວ່າດ້ວຍການກໍານົດໜ້າວຽກ ແລະ ການແບ່ງຄວາມຮັບຜິດຊອບ ໃນການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ, ແຜນງົບປະມານແຫ່ງລັດ ແລະ ແຜນເງິນຕາ ປະຈຳປີ 2025 ແລະ ແຜນການແກ້ໄຂຜົນການກວດກາ-ກວດສອບ ປະຈຳໄຕມາດ 1 ປີ 2025 ແລະ ການລາຍງານ ກ່ຽວກັບການແກ້ໄຂປະກົດການຫຍໍ້ທໍ້ໃນສັງຄົມ ປະຈໍາໄຕມາດ 1 ປີ 2025, ໃນນັ້ນ ກອງປະຊຸມເຫັນວ່າ: ເຖິງແມ່ນວ່າ ສະພາບການສາກົນ ແລະ ພາກພື້ນ ຍັງສືບຕໍ່ຜັນແປໄປຢ່າງສັບສົນ ແລະ ຄາດເດົາໄດ້ຍາກ, ແຕ່ລັດຖະບານ ໄດ້ສຸມໃສ່ຈັດຕັ້ງປະຕິບັດບັນດາວຽກຈຸດສຸມ ທີ່ກຳນົດໄວ້ໃນບັນດາມະຕິສະພາແຫ່ງຊາດ, ແຜນພັດທະນາເສດຖະກິດ-ສັງຄົມ, ແຜນງົບປະມານ ແລະ ແຜນເງິນຕາ ປະຈຳປີ 2025 ແລະ ຕາມມະຕິກອງປະຊຸມລັດຖະບານ ສະໄໝສາມັນ ປະຈໍາເດືອນກຸມພາ 2025 ສໍາເລັດຫລາຍດ້ານ ເປັນຕົ້ນ ທົ່ວປະເທດ ສືບຕໍ່ຮັກສາໄດ້ສະຖຽນລະພາບທາງດ້ານການເມືອງຢ່າງໜັກແໜ້ນ, ສັງຄົມມີຄວາມສະຫງົບ ແລະ ເປັນລະບຽບຮຽບຮ້ອຍໂດຍພື້ນຖານ, ການເກັບລາຍຮັບເຂົ້າງົບປະມານ ສາມາດປະຕິບັດໄດ້ 16.200 ກວ່າຕື້ກີບ, ເທົ່າກັບ 96,09% ຂອງແຜນງວດ 1, ທຽບໃສ່ໄລຍະດຽວກັນຂອງປີຜ່ານມາ ເພີ່ມຂຶ້ນ 54,21%; ການຄວບຄຸມອັດເງິນເຟີ້ ຫລຸດລົງຈາກ 12,7% ໃນເດືອນ ກຸມພາ ເປັນ 11,2% ໃນເດືອນມີນາ (ສະເລ່ຍໄຕມາດ 1 ປະມານ 13,2%); ສາມາດເພີ່ມຄັງສໍາຮອງເງິນຕາຕ່າງປະເທດ ຢ່າງຕໍ່ເນື່ອງ ກຸ້ມການນຳເຂົ້າ ຈາກ 5,6 ເດືອນ ໃນເດືອນກຸມພາ ມາເປັນ 6,15 ເດືອນ ໃນເດືອນ ມີນາ; ການຄຸ້ມຄອງລາຍຮັບ ຈາກການສົ່ງອອກ ຜ່ານລະບົບທະນາຄານ ບັນລຸ 70,7%. ນອກນັ້ນ, ການເກັບກູ້ຜົນຜະລິດລະດູແລ້ງ, ການປັບປຸງ ແລະ ກໍ່ສ້າງໂຄງລ່າງພື້ນຖານ, ການອອກໃບຕາດິນ, ການພັດທະນາສີມືແຮງງານ, ການແກ້ໄຂບັນຫາຂາດແຄນຄູ, ການປະຕິ ບັດຄຳຕັດສິນຂອງສານ, ການອະນຸມັດປ່ອຍສິນເຊື່ອ ເພື່ອກະຈາຍແຫລ່ງທຶນສູ່ທ້ອງຖິ່ນ, ການຈັດຕັ້ງຜັນຂະຫຍາຍວຽກງານການຕ່າງປະເທດ ແລະ ວຽກງານອື່ນໆ ກໍໄດ້ຮັບການຈັດຕັ້ງປະຕິບັດ ແລະ ມີຄວາມຄືບໜ້າດີຂຶ້ນເປັນກ້າວໆ.

ກອງປະຊຸມ, ໄດ້ຊີ້ນໍາໃຫ້ຫ້ອງວ່າການສໍານັກງານນາຍົກລັດຖະມົນຕີ ສົມທົບກັບຂະແໜງການ ແລະ ພາກສ່ວນກ່ຽວຂ້ອງ ປັບປຸງຕາມຄຳເຫັນຂອງສະມາຊິກລັດຖະບານ ໃຫ້ມີເນື້ອໃນຄົບຖ້ວນສົມບູນຂຶ້ນ ໂດຍສະເພາະ ການຈັດຕັ້ງປະຕິບັດແຜນວຽກຈຸດສຸມໃນຕໍ່ໜ້າ ໄດ້ຮັບການຈັດຕັ້ງປະຕິບັດ ເປັນຮູບປະທໍາ ດ້ວຍຄວາມຮັບຜິດຊອບສູງກວ່າເກົ່າ ໂດຍສຸມໃສ່ແກ້ໄຂບັນດາຈຸດອ່ອນ, ຂໍ້ຄົງຄ້າງ ແລະ ສິ່ງທ້າທາຍຕ່າງໆ ທີ່ເປັນສິ່ງອຸດຕັນ-ກີດຂວາງ ຕໍ່ການພັດທະນາເສດຖະກິດ-ສັງຄົມ ໃນຂົງເຂດທີ່ຕົນຮັບຜິດຊອບ, ຮັບປະກັນໄດ້ສະຖຽນລະພາບທາງດ້ານການເມືອງ ຢ່າງໜັກແໜ້ນ, ສັງຄົມມີຄວາມເປັນລະບຽບຮຽບຮ້ອຍ, ເສດຖະກິດມີສະຖຽນລະພາບ-ໝັ້ນທ່ຽງ, ຕົວເລກເສດຖະກິດ ເຕີບໂຕໃນທິດທາງທີ່ດີຂຶ້ນ. ຕໍ່ການແກ້ໄຂປະກົດການຫຍໍ້ທໍ້ໃນສັງຄົມ ປະຈໍາໄຕມາດ 1 ປີ 2025 ກອງປະຊຸມ ເຫັນວ່າ ມີຜົນສໍາເລັດຫລາຍດ້ານ, ແຕ່ກໍຍັງມີຫລາຍດ້ານທີ່ຈະຕ້ອງໄດ້ສືບຕໍ່ຢ່າງຕັ້ງໜ້າ ໃນການປ້ອງກັນສະກັດກັ້ນ ແລະ ແກ້ໄຂ, ຈຶ່ງໄດ້ຊີ້ນໍາ ໃຫ້ກະຊວງປ້ອງກັນຄວາມສະຫງົບ ເປັນເຈົ້າການສົມທົບກັບພາກສ່ວນກ່ຽວຂ້ອງ ຂັ້ນສູນກາງ ແລະ ທ້ອງຖິ່ນ ຈັດຕັ້ງປະຕິບັດບັນດາມາດຕະການປ້ອງກັນ, ສະກັດກັ້ນ ແລະ ການແກ້ໄຂ ບັນຫາຢາເສບຕິດ ແລະ ປະກົດການຫຍໍ້ທໍ້ຕ່າງໆໃນສັງຄົມ ໃຫ້ນັບມື້ຫລຸດໜ້ອຍຖອຍລົງ; ສືບຕໍ່ແກ້ໄຂບັນຫາຄໍເຊັນເຕີ ດ້ວຍຫລາຍຮູບການ-ຫລາຍວິທີ ໂດຍໃຫ້ປະຊາຊົນ ແລະ ສັງຄົມ ມີສ່ວນຮ່ວມໃນການແຈ້ງຂໍ້ມູນຫລາຍຂຶ້ນ ເພື່ອເປັນຫູເປັນຕາຊ່ວຍເຈົ້າໜ້າທີ່ລັດ, ທັງສົມທົບ-ຮ່ວມມືກັບປະເທດເພື່ອນມິດ ສ້າງແຜນການປາບປາມ-ກວາດລ້າງກຸ່ມແກ້ງດັ່ງກ່າວ ໃຫ້ໝົດໄປ; ສຸມໃສ່ສ້າງແຜນຍຸດທະສາດໃນການປ້ອງກັນ, ສະກັດກັ້ນ ແລະ ແກ້ໄຂບັນຫາການຄ້າມະນຸດ ໂດຍໃຫ້ກຳນົດເປັນແຜນວຽກວິຊາສະເພາະ ເປັນອັນລະອຽດ, ພ້ອມທັງ ສຸມໃສ່ວຽກງານໂຄສະນາ ເຂົ້າເຖິງເປົ້າໝາຍຕົວຈິງກັບທີ່, ໂຄສະນາຜ່ານສື່ອອນລາຍ, ໂທລະພາບ, ວິທະຍຸ ແລະ ສື່ອື່ນໆ ໃຫ້ກວ້າງຂວາງທົ່ວເຖິງກວ່າເກົ່າ ແລ້ວສະຫລຸບລາຍງານຜົນການຈັດຕັ້ງປະຕິບັດ ຕໍ່ລັດຖະບານ ເປັນແຕ່ລະໄລຍະ.

ວາລະທີ 2 ກອງປະຊຸມເຫັນດີດ້ານຫລັກການ ຮັບຮອງເອົາຮ່າງນິຕິກໍາ ຈໍານວນ 7 ສະບັບຄື: ຮ່າງຍຸດທະສາດ ພັດທະນາໂທລະຄົມມະນາຄົມ ແລະ ອິນເຕີເນັດແຫ່ງຊາດ 2026-2040; ຮ່າງຍຸດທະສາດ ແລະ ແຜນດຳເນີນງານແຫ່ງຊາດ ດ້ານວິທະຍາສາດ, ເຕັກໂນໂລຊີ ແລະ ນະວັດຕະກຳ 2026-2040; ຮ່າງກົດໝາຍ ວ່າດ້ວຍອາກອນລາຍໄດ້ (ສະບັບປັບປຸງ); ຮ່າງກົດໝາຍ ວ່າດ້ວຍປ້າຍ; ຮ່າງກົດໝາຍ ວ່າດ້ວຍຢາ ແລະ ຜະລິດຕະພັນການແພດ; ຮ່າງກົດໝາຍ ວ່າດ້ວຍຊົນລະປະທານ (ສະບັບປັບປຸງ); ຮ່າງກົດໝາຍ ວ່າດ້ວຍສາມັນສຶກສາ. ກອງປະຊຸມ ໄດ້ຊີ້ນໍາໃຫ້ພາກສ່ວນກ່ຽວຂ້ອງ ນໍາເອົາບັນດາຮ່າງນິຕິກຳດັ່ງກ່າວ ໄປປັບປຸງຕາມການປະກອບຄຳເຫັນ ຂອງສະມາຊິກລັດຖະບານ ເປັນຕົ້ນ ການກຳນົດຈຸດປະສົງ, ການອະທິບາຍຄໍາສັບ, ການນຳໃຊ້ຄຳສັບ, ຊື່ຂອງບາງນິຕິກຳ, ການກຳນົດອັດຕາອາກອນຕ່າງໆ, ການກຳນົດເນື້ອໃນ ໃຫ້ຄົບຖ້ວນສົມບູນ, ລະອຽດ-ຈະແຈ້ງ, ຮັດກຸມ, ສອດຄ່ອງກັບສະພາບ ການຂະຫຍາຍຕົວທາງດ້າເສດຖະກິດ-ສັງຄົມ ກໍຄື ກົດໝາຍ ແລະ ນິຕິກໍາກ່ຽວຂ້ອງ ທີ່ໄດ້ປະກາດໃຊ້ແລ້ວ ເປັນຕົ້ນ ລັດຖະທໍາມະນູນ (ສະບັບປັບປຸງ), ກົດໝາຍ ວ່າດ້ວຍອົງການປົກຄອງທ້ອງຖິ່ນ (ສະບັບປັບປຸງ), ກົດໝາຍ ວ່າດ້ວຍພະນັກງານ-ລັດຖະກອນ (ສະບັບປັບປຸງ) ແລະ ກົດໝາຍອື່ນໆທີ່ກ່ຽວຂ້ອງ ເພື່ອຮັບປະກັນເມື່ອປະກາດນໍາໃຊ້ແລ້ວ ສາມາດຈັດຕັ້ງປະຕິບັດໄດ້ ຢ່າງມີປະສິດທິພາບ ແລະ ປະສິດທິຜົນ. ນອກນັ້ນ, ຕໍ່ຮ່າງກົດໝາຍ ວ່າດ້ວຍອາກອນລາຍໄດ້ (ສະບັບປັບປຸງ) ພາຍຫລັງປັບປຸງຕາມການປະກອບຄໍາເຫັນ ຂອງສະມາຊິກລັດຖະບານແລ້ວ ແມ່ນໃຫ້ນໍາໄປຈັດສໍາມະນາ ລະດົມຄວາມຄິດເຫັນຈາກພາກສ່ວນຕ່າງໆເພີ່ມຕື່ມ ເພື່ອໃຫ້ມີເນື້ອໃນສອດຄ່ອງ ແລະ ຄົບຖ້ວນສົມບູນ.

ສຳລັບວຽກຈຸດສຸມຂອງລັດຖະບານ ໃນເດືອນເມສານີ້, ລັດຖະບານ ຈະຕ້ອງໄດ້ສືບຕໍ່ບຸກບືນຜ່ານຜ່າອຸປະສັກຕ່າງໆ ເພື່ອສຸມໃສ່ຍູ້ແຮງການຈັດຕັ້ງປະຕິບັດຄາດໝາຍ ແລະ ວຽກງານຈຸດສຸມ ທີ່ໄດ້ກໍານົດໃນມະຕິກອງປະຊຸມ ສະໄໝສາມັນ ເທື່ອທີ 8 ຂອງສະພາແຫ່ງຊາດ ຊຸດທີ IX ແລະ ດຳລັດ ສະບັບເລກທີ 702/ນຍ, ລົງວັນທີ 25 ທັນວາ 2024 ວ່າດ້ວຍການກຳນົດໜ້າວຽກ ແລະ ການແບ່ງຄວາມຮັບຜິດຊອບ ໃນການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ ແຫ່ງຊາດ, ແຜນງົບປະມານແຫ່ງລັດ ແລະ ແຜນເງິນຕາ ປະຈຳປີ 2025; ສືບຕໍ່ຈັດຕັ້ງປະຕິບັດສອງວາລະແຫ່ງຊາດ ຕິດພັນກັບການແກ້ໄຂບັນຫາເຄັ່ງຮ້ອນທາງດ້ານເສດຖະກິດ-ສັງຄົມ ໃຫ້ປະສົບຜົນສໍາເລັດ ແລະ ເປັນຮູບປະທໍາ. ໃນນັ້ນ, ໄດ້ເນັ້ນວຽກງານຈຸດສຸມຕົວຈິງຈຳນວນໜື່ງຄື:

ສືບຕໍ່ຈັດຕັ້ງປະຕິບັດ ວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ທົ່ວປວງຊົນຮອບດ້ານ ໂດຍສຸມໃສ່ຮັກສາຄວາມສະຫງົບຕາມແລວຊາຍແດນ, ແກ້ໄຂບັນຫາປະກົດການຫຍໍ້ທໍ້ທາງສັງຄົມຕ່າງໆ ເປັນຕົ້ນ ບັນຫາຢາເສບຕິດ, ການຄ້າມະນຸດ, ການຄ້າ-ຂາຍເຖື່ອນ, ບັນຫາປຸ້ນຈີ້, ຂີ້ລັກງັດແງະ, ບັນຫາອຸບັດເຫດ ຕາມທ້ອງຖະໜົນ, ອັກຄີໄພ ແລະ ບັນຫາອື່ນໆ ໃຫ້ຫລຸດໜ້ອຍຖອຍລົງ;

ສືບຕໍ່ຈັດຕັ້ງຜັນຂະຫຍາຍ ຜົນຂອງກອງປະຊຸມ ຄົບຄະນະ ສະໄໝວິສາມັນ ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ແລະ ຜົນກອງປະຊຸມ ສະໄໝວິສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດຊຸດທີ IX ໂດຍສະເພາະໃຫ້ຮີບຮ້ອນປັບປຸງກົງຈັກການຈັດຕັ້ງ ເປັນຕົ້ນ ການຮ່າງດຳລັດ ວ່າດ້ວຍການຈັດຕັ້ງ ແລະ ການເຄື່ອນໄຫວຂອງບັນດາກະຊວງທີ່ໂຮມເຂົ້າກັນ ເປັນຕົ້ນ ການຊັບຊ້ອນບັນດາກົມ, ການຊັບຊ້ອນພະນັກງານ ເພື່ອໃຫ້ສາມາດດຳເນີນກອງປະຊຸມໃຫ່ຍແຕ່ລະຂັ້ນໃຫ້ສຳເລັດຕາມກຳນົດເວລາ. ພ້ອມກັນນີ້, ກໍກະກຽມບັນດາເນື້ອໃນເອກະສານ, ບັນດາຮ່າງກົດໝາຍ ທີ່ຈະນໍາເຂົ້າພິຈາລະນາ ໃນກອງປະຊຸມສະໄໝສາມັນ ເທື່ອທີ 9 ຂອງສະພາແຫ່ງຊາດ ຊຸດທີ IX ແຕ່ຫົວທີ.

ສືບຕໍ່ສຸມໃສ່ຈັດຕັ້ງປະຕິບັດ ທິດຊີ້ນຳຂອງກົມການເມືອງສູນກາງພັກ ກ່ຽວກັບການແກ້ໄຂບັນຫາເຄັ່ງຮ້ອນທາງດ້ານເສດຖະກິດ-ການເງິນ ໃນເດືອນຜ່ານມາ ໂດຍໃຫ້ສຸມໃສ່ການແກ້ໄຂໜີ້ສິນ; ການແກ້ໄຂບັນຫາສິນຄ້າເຖື່ອນ; ບັນຫາຫາງສຽງຂອງປະຊາຊົນ ກ່ຽວກັບລາຄາໄຟຟ້າ; ບັນຫາໄຟຟ້າຕົກ, ໄຟຟ້າດັບ ແລະ ນໍ້າປະປາບໍ່ມາ ຫລື ບໍ່ພໍໃຊ້; ການຊຸກຍູ້ການຜະລິດພາຍໃນໃຫ້ເຂັ້ມແຂງ ແລະ ຈຳກັດການນຳເຂົ້າສິນຄ້າ ທີ່ພາຍໃນຜະລິດໄດ້; ການສ້າງສະພາບແວດລ້ອມໃນການສົ່ງເສີມການລົງທຶນ.

ສືບຕໍ່ຈັດຕັ້ງຜັນຂະຫຍາຍ ຂໍ້ຕົກລົງຂອງນາຍົກລັດຖະມົນຕີ ກ່ຽວກັບ ການນຳໃຊ້ເງິນເກັບລາຍຮັບເກີນແຜນ ປະຈຳປີ 2024 ຂອງທ້ອງຖິ່ນ ໃຫ້ໄດ້ຮັບຜົນດີ ໂດຍໃຫ້ບັນດາອົງການປົກຄອງແຂວງ ແລະ ນະຄອນຫລວງວຽງຈັນ ຄົ້ນຄວ້າຈັດລຽງບຸລິມະສິດຕາມເປົ້າໝາຍທີ່ໄດ້ກຳນົດໄວ້, ໃຫ້ມີຄວາມເປັນເອກະພາບ, ມີການຮັບຮອງຂອງສະພາປະຊາຊົນແຂວງ ແລະ ນະຄອນຫລວງວຽງຈັນ, ພ້ອມທັງ ໃຫ້ມີການຕິດຕາມ, ກວດກາການຈັດຕັ້ງປະຕິບັດ ຈາກກະຊວງການເງິນ.

ສືບຕໍ່ເພີ່ມທະວີການຄຸ້ມຄອງ ແລະ ຕ້ານການຮົ່ວໄຫລຂອງລາຍຮັບງົບປະມານແຫ່ງຊາດ ຕາມຄຳສັ່ງເລກທີ 18/ນຍ, ລົງວັນທີ 16 ກັນຍາ 2021 ໃຫ້ແຂງແຮງກວ່າເກົ່າ ແລະ ເຮັດໃຫ້ການຄຸ້ມຄອງການເກັບລາຍຮັບມີຄວາມຮັບປະກັນ, ຖືກຕ້ອງ ແລະ ຄົບຖ້ວນ ໂດຍສຸມໃສ່ເກັບລາຍຮັບຈາກຖານລາຍຮັບທີ່ມີແລ້ວ ແລະ ການຫັນໄປສູ່ລະບົບການເກັບລາຍຮັບແບບທັນສະໄໝ.

ສືບຕໍ່ໂຄສະນາເຜີຍແຜ່ ລະບຽບການໃນການຄຸ້ມຄອງບັນຊີເງິນຝາກເງິນຕາຕ່າງປະເທດ ຢູ່ ສປປ ລາວ ຕາມຂໍ້ຕົກລົງຂອງທະນາຄານແຫ່ງ ສປປ ລາວ ສະບັບເລກທີ 155/ທຫລ ໃຫ້ຫລາຍຂຶ້ນ ແລະ ກວ້າງຂວາງກວ່າເກົ່າ ເພື່ອສ້າງຄວາມເຂົ້າໃຈໃຫ້ແກ່ສັງຄົມ, ອະທິບາຍໃຫ້ຈະແຈ້ງ, ຊັດເຈນ ແນໃສ່ສົ່ງເສີມການນຳໃຊ້ເງິນກີບ, ຫລຸດຜ່ອນການແລກປ່ຽນເງິນຕາຕ່າງປະເທດ ຢ່າງຊະຊາຍ ແລະ ເຮັດໃຫ້ການນຳໃຊ້ເງິນຕາຕ່າງປະເທດ ມີຄວາມເປັນລະບຽບຮຽບຮ້ອຍຫລາຍຂຶ້ນ.

ສືບຕໍ່ຈັດຕັ້ງປະຕິບັດ ຄຳສັ່ງຂອງນາຍົກລັດຖະມົນຕີ ເລກທີ 06/ນຍ, ລົງວັນທີ 7 ມີນາ 2025 ວ່າດ້ວຍການຕິດຕາມ, ກວດກາ ແລະ ການແກ້ໄຂບັນຫາແຮ່ຄໍາຕົກຂ້ອນ, ຫີນ ແລະ ຊາຍຕາມບັນດາສາຍນໍ້າ, ຮ່ອງຫ້ວຍ ແລະ ການຄຸ້ມຄອງການຂຸດຄົ້ນແຮ່ທາດຕ່າງໆ ໃນຂອບເຂດທົ່ວປະເທດ ໂດຍໃຫ້ບັນດາລັດຖະມົນຕີ, ຫົວໜ້າອົງການລັດທຽບເທົ່າກະຊວງ, ເຈົ້າຄອງນະຄອນຫລວງວຽງຈັນ, ບັນດາເຈົ້າແຂວງໃນທົ່ວປະເທດ ກຳແໜ້ນຄຳສັ່ງ ພ້ອມທັງຂະຫຍາຍອອກເປັນໜ້າວຽກລະອຽດ ຕາມຄວາມຮັບຜິດຊອບຂອງຕົນໂດຍໄວ ແລະ ຈັດຕັ້ງປະຕິບັດຢ່າງເຂັ້ມງວດ ແລະ ໃຫ້ມີປະສິດທິຜົນ. ກໍລະນີຂະແໜງການໃດ ຫລື ທ້ອງຖິ່ນໃດ ລະເມີດຄຳສັ່ງ ແມ່ນໃຫ້ຄະນະນຳຂອງຂະແໜງການນັ້ນ ຫລື ທ້ອງຖິ່ນນັ້ນ ຮັບຜິດຊອບຕໍ່ກົດໝາຍ ແລະ ລະບຽບການຕ່າງໆ ທີ່ກຳນົດໄວ້.

ສຸມໃສ່ຊຸກຍູ້ບັນດາໂຄງການກໍ່ສ້າງເສັ້ນທາງ ເປັນຕົ້ນ ທາງດ່ວນວຽງຈັນ-ຮ່າໂນ້ຍ, ທາງດ່ວນວຽງຈັນ-ບໍເຕ່ນ (ໂດຍສະເພາະຊ່ວງທີ 4), ໂຄງການເສັ້ນທາງເລກທີ 12 ແລະ ເສັ້ນທາງເຂົ້າສູ່ສະຖານທີ່ທ່ອງທ່ຽວຕ່າງໆ.

ສືບຕໍ່ແກ້ໄຂບັນຫາພາຫະນະນຳເຂົ້າບໍ່ຖືກຕ້ອງ, ນໍາໃຊ້ບໍ່ຖືກເປົ້າໝາຍ ຢູ່ບັນດາແຂວງທົ່ວປະເທດ ຢ່າງເດັດຂາດ ແລະ ໃຫ້ສຳເລັດໄວ; ສືບຕໍ່ປະຕິບັດດໍາລັດ ວ່າດ້ວຍລົດຂອງລັດ ສະບັບເລກທີ 599/ລບ, ລົງວັນທີ 29 ກັນຍາ 2021 ແລະ ຂໍ້ຕົກລົງ ວ່າດ້ວຍການສະສາງລົດຂອງລັດ ສະບັບເລກທີ 169/ນຍ, ລົງວັນທີ 28 ທັນວາ 2023 ຕາມທີ່ໄດ້ຊີ້ນໍາໃນແຈ້ງການ ສະບັບເລກທີ 478/ຫສນຍ, ລົງວັນທີ 21 ມີນາ 2025.

ເດືອນເມສາຂອງທຸກໆປີ ປະຊາຊົນລາວບັນດາເຜົ່າ ແມ່ນຈະໄດ້ສະເຫລີມສະຫລອງບຸນປີໃໝ່ລາວ, ສຳລັບປີໃໝ່ລາວ ພສ 2568 ນີ້ ແມ່ນຖືກວັນທີ 14-16 ເມສາ 2025 (ກົງກັບວັນຈັນ, ອັງຄານ ແລະ ວັນພຸດ), ສະນັ້ນ ໃຫ້ບັນດາກະຊວງກ່ຽວຂ້ອງ ແລະ ອົງການປົກຄອງທ້ອງຖິ່ນ ເອົາໃຈໃສ່ຊຸກຍູ້, ສົ່ງເສີມການຜະລິດສະບຽງອາຫານ, ການສະໜອງເຄື່ອງ ອຸປະໂພກ ແລະ ບໍລິໂພກ ໃຫ້ພຽງພໍກັບຄວາມຕ້ອງການຂອງສັງຄົມ, ພ້ອມທັງຕິດຕາມ, ກວດກາ ແລະ ຄຸ້ມຄອງລາຄາ ສິນຄ້າ ໃນທ້ອງຕະຫລາດ ລວມທັງຄ່າບໍລິການຕ່າງໆ ເປັນຕົ້ນ ຄ່າໂດຍສານ, ຄ່າເຂົ້າຢ້ຽມຊົມສະຖານທີ່ທ່ອງທ່ຽວ ເພື່ອບໍ່ໃຫ້ມີການສວຍໂອກາດຂຶ້ນລາຄາສິນຄ້າ, ຄ່າອາຫານ ແລະ ຄ່າບໍລິການຕ່າງໆ ໂດຍບໍ່ມີເຫດຜົນ; ເອົາໃຈໃສ່ຊີ້ນໍາ ການຮັກສາຄວາມສະຫງົບ, ຄວາມປອດໄພ ແລະ ຄວາມເປັນລະບຽບຮຽບຮ້ອຍໃນສັງຄົມ ໂດຍໃຫ້ມີການແບ່ງຄວາມຮັບຜິດຊອບ ໃນການຕິດຕາມກວດກາເວນຍາມ ແລະ ປະຈຳການຄັກແນ່ ໃນຕະຫລອດໄລຍະຫລິ້ນບຸນປີໃໝ່ລາວ ແລະ ໃຫ້ສາມາດປະສານງານໄດ້ຢ່າງປົກກະຕິ; ໃຫ້ຈັດສັນເສັ້ນທາງການຈະລາຈອນລົດ ໃຫ້ມີຄວາມສະດວກໃນການສັນຈອນ ແລະ ມີຄວາມປອດໄພ, ພ້ອມນັ້ນ ກໍໃຫ້ເພີ່ມທະວີການໂຄສະນາ ເຜີຍແຜ່ກົດລະບຽບຈະລາຈອນ ຜ່ານສື່ໂທລະພາບ, ວິທະຍຸ ແລະ ສື່ສັງຄົມອອນລາຍຕ່າງໆ ເພື່ອສ້າງຈິດສໍານຶກໃຫ້ທົ່ວສັງຄົມ ຫລິ້ນບຸນປີໃໝ່ຢ່າງເບີກບານມ່ວນຊື່ນ, ມີສະຕິ ແລະ ເຄົາລົບກົດລະບຽບຈະລາຈອນ ເພື່ອປ້ອງກັນການເກີດອຸບັດເຫດ, ໃຫ້ມີຄວາມເປັນລະບຽບຮຽບຮ້ອຍຕາມຖະໜົນຫົນທາງ, ຫລຸດຜ່ອນການສັນຈອນແອອັດ; ໃຫ້ເພີ່ມທະວີການໂຄສະນາ ການເປັນເຈົ້າພາບທີ່ດີ ແລະ ກຳນົດສະຖານທີ່ທ່ອງທ່ຽວຕ່າງໆ ໃຫ້ມີຄວາມພ້ອມບໍລິການນັກທ່ອງທ່ຽວ ລວມທັງ ການກໍານົດສະຖານທີ່ຈະຈັດງານບຸນປີໃໝ່ລາວ ຂອງແຕ່ລະແຂວງ ໃຫ້ມີຄວາມເໝາະສົມ ເພື່ອກະກຽມຕ້ອນຮັບນັກທ່ອງທ່ຽວ ທັງພາຍໃນ ແລະ ຕ່າງປະເທດ, ພ້ອມທັງ ປະຊາສໍາພັນ ໃຫ້ປະຊາຊົນໃນທົ່ວສັງຄົມ ໄດ້ຮັບຮູ້ ແລະ ເຂົ້າໃຈ ກ່ຽວກັບການສະເຫລີມສະຫລອງບຸນປີໃໝ່ປະຈໍາຊາດ ໃຫ້ຖືກຕ້ອງ ແລະ ສອດຄ່ອງກັບວັດທະນະທໍາ ຮີດຄອງປະເພນີອັນດີງາມຂອງຊາດ.

ຂະແໜງການກ່ຽວຂ້ອງ ແລະ ອົງການປົກຄອງທ້ອງຖິ່ນ ສືບຕໍ່ຕິດຕາມ ແລະ ຈັດຕັ້ງປະຕິບັດ ຄຳສັ່ງ ເລກທີ 11/ນຍ, ການຄຸ້ມຄອງ ຕິດຕາມເຝົ້າລະວັງ, ສະກັດກັ້ນ ແລະ ປ້ອງກັນ ການບຸກລຸກປ່າໄມ້ ແລະ ໄຟໄໝ້ລາມປ່າ ທີ່ເກີດຈາກການຜະລິດກະສິກຳ ຢ່າງເຂັ້ມງວດ; ພ້ອມກັນນັ້ນ ກໍສືບຕໍ່ຕິດຕາມເຝົ້າລະວັງ ສະພາບການປ່ຽນແປງດິນຟ້າອາກາດ ເພື່ອກະກຽມຄວາມພ້ອມໃນການຕ້ານໄພແຫ້ງແລ້ງ ແລະ ສືບຕໍ່ປ້ອງກັນ, ແກ້ໄຂການລະບາດຂອງພະຍາດ ຕາມລະດູການ ທີ່ຈະກະທົບຕໍ່ສຸຂະພາບ, ຊີວິດການເປັນຢູ່ຂອງປະຊາຊົນ ແລະ ຕິດຕາມເຝົ້າລະວັງ ການລະບາດຂອງພະຍາດສັດຕູພືດຕາມລະດູການ.

ສືບຕໍ່ສຸມໃສ່ຜັນຂະຫຍາຍ ແລະ ຈັດຕັ້ງປະຕິບັດ ຜົນກອງປະຊຸມ ຄັ້ງທີ 47 ຂອງຄະນະກໍາມະການຮ່ວມມືທະວິພາຄີ ລາວ-ຫວຽດນາມ, ຜົນຂອງກອງປະຊຸມສຸດຍອດລັດຖະບານໂລກ, ຜົນການຢ້ຽມຢາມຣາຊະອານາຈັກໄທ. ສືບຕໍ່ກະກຽມໃຫ້ທ່ານເລຂາທິການໃຫຍ່, ປະທານປະເທດ ເຂົ້າຮ່ວມພິທີສະເຫລີມສະຫລອງ 80 ປີ ໄຊຊະນະສົງຄາມປົກປ້ອງປິຕິພູມຂອງຣັດເຊຍ ແລະ ທ່ານ ນາຍົກລັດຖະມົນຕີ ໄປຮ່ວມກອງປະຊຸມ ໂບອ່າວ ທີ່ ສປ ຈີນ ແລະ ເຂົ້າຮ່ວມກອງປະຊຸມສຸດຍອດຄູ່ຮ່ວມມື ເພື່ອການເຕີບໂຕສີຂຽວ ແລະ ເປົ້າໝາຍສາກົນ 2030 ທີ່ຮ່າໂນ້ຍ, ສສ ຫວຽດນາມ. ພ້ອມນີ້, ກະກຽມຕ້ອນຮັບການມາຢ້ຽມຢາມ ສປປ ລາວ ຢ່າງເປັນທາງການ ຂອງຜູ້ນໍາປະເທດເພື່ອນມິດ.

ໃນຕອນທ້າຍ, ກອງປະຊຸມ ໄດ້ຮຽກຮ້ອງມາຍັງບັນດາທ່ານ ສະມາຊິກລັດຖະບານ ຈົ່ງນໍາເອົາແຜນວຽກຈຸດສຸມເດືອນເມສາ ໄປປັບປຸງເຂົ້າໃນແຜນຈັດຕັ້ງປະຕິບັດວຽກງານຂອງຂະແໜງການຕົນ ໃຫ້ລະອຽດ, ມີການແບ່ງຄວາມຮັບຜິດຊອບໃຫ້ການຈັດຕັ້ງ, ບຸກຄະລາກອນແຕ່ລະຂັ້ນ, ມີຄາດໝາຍເວລາສຳເລັດຊັດເຈນ ແລະ ສອດຄ່ອງກັບສະພາບຄວາມເປັນຈິງ.

ພາບ: ກົມປະຊາສໍາພັນ ຫສນຍ

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments