ຕາມການລາຍງານຂອງວາລະສານກວດກາ ໃຫ້ຮູ້ວ່າ: ຫວ່າງມໍ່ໆມານີ້ອົງການກວດກາແຫ່ງລັດ, ອົງການຕ້ານການສໍ້ລາດບັງຫຼວງຂັ້ນສູນກາງ ໄດ້ສົມທົບກັບກະຊວງປ້ອງກັນຄວາມສະຫງົບ ດຳເນີນການກວດກາ ແລະ ສອບສວນຄະດີສໍ້າລາດບັງຫຼວງ ພົບເຫັນການກະທຳຜິດຂອງເຈົ້າໜ້າທີ່ລັດ ແລະ ໄດ້ນໍາໃຊ້ມາດຕະການກັກຕົວພະນັກງານທີ່ມີສ່ວນກ່ຽວຂ້ອງ ຢູ່ໃນທະນາຄານແຫ່ງ ສປປ ລາວ ແລະ ທະນາຄານການຄ້າຕ່າງປະເທດລາວມະຫາຊົນຈຳນວນ 11 ຄົນ, ຍິງ 5 ຄົນ. ໃນນີ້, ພະນັກງານ ຂັ້ນ ຫົວໜ້າກົມ 3 ຄົນ, ຂັ້ນຫົວໜ້າພະແນກ 1 ຄົນ, ຂັ້ນຫົວໜ້າຂະແໜງ 1 ຄົນ, ຂັ້ນຮອງຫົວໜ້າຂະແໜງ 2 ຄົນ ແລະ ພະນັກງານວິຊາການ 4 ຄົນ. ໃນຂໍ້ກ່າວຫາ: ການສໍ້ລາດບັງຫຼວງ, ການສວຍໃຊ້ຖານະຕໍາແໜ່ງ, ສິດອໍານາດ, ໜ້າທີ່ ເພື່ອຫາຜົນປະໂຫຍດສ່ວນຕົວ ສ້າງຄວາມເສຍຫາຍທາງດ້ານຊັບສິນໃຫ້ແກ່ລັດ.
ປະຈຸບັນ ເຈົ້າໜ້າທີ່ ພວມດໍາເນີນການສືບສວນ-ສອບສວນ ເພີ່ມເຕີມເພື່ອສະຫຼຸບສໍານວນຄະດີສົ່ງຕໍ່ໃຫ້ອົງການໄອຍະການປະຊາຊົນເພື່ອສັ່ງຟ້ອງຂຶ້ນສານ.