Wednesday, March 26, 2025
Homeຂ່າວຕ່າງປະເທດຍ້ອນຫຍັງແນວຄິດການສ້າງປະຊາຄົມຮ່ວມຊາຕາກຳຂອງມວນມະນຸດ ຈຶ່ງສາມາດໄດ້ຮັບການຈັດຕັ້ງປະຕິບັດຢູ່ລາວ ເປັນຢ່າງດີ?

ຍ້ອນຫຍັງແນວຄິດການສ້າງປະຊາຄົມຮ່ວມຊາຕາກຳຂອງມວນມະນຸດ ຈຶ່ງສາມາດໄດ້ຮັບການຈັດຕັ້ງປະຕິບັດຢູ່ລາວ ເປັນຢ່າງດີ?

ວິທະຍຸໂທລະພາບສູນກາງຈີນ CMG ໄດ້ລາຍງານວ່າ: ການສ້າງປະຊາຄົມຮ່ວມຊາຕາກຳຂອງມວນມະນຸດ ເປັນການຄົ້ນຄວ້າ ຢ່າງເລິກເຊິ່ງຂອງຈີນ ຕໍ່ໂຈດແຫ່ງຍຸກສະໄໝ ແລະ ກຳລັງກາຍເປັນຄວາມ ຮັບຮູ້ທີ່ເປັນເອກະພາບກັນຢ່າງກວ້າງຂວາງຂອງປະຊາຄົມໂລກ. ສຳລັບຢູ່ ປະເທດລາວ, ແນວຄິດດັ່ງກ່າວ ກຳລັງໄດ້ຮັບການຈັດຕັ້ງປະຕິບັດ ແລະ ແຕກດອກອອກຜົນຢ່າງເປັນຮູບປະທຳ ໂດຍຜ່ານຈາກໂຄງການຮ່ວມມື ຕ່າງໆທີ່ຕິດແທດຕົວຈິງ ແລະ ມີຜົນດີຕໍ່ຊີວິດການເປັນຢູ່ຂອງປະຊາຊົນ ເຊິ່ງບໍ່ພຽງແຕ່ໄດ້ນຳເອົາຜົນປະໂຫຍດຕົວຈິງໃຫ້ແກ່ປະຊາຊົນສອງປະເທດເທົ່ານັ້ນ, ແຕ່ຍັງເປັນບົດຮຽນອັນລ້ຳຄ່າສຳລັບການຮ່ວມມືກັນໃນພາກພື້ນ ກໍຄືໃນທົ່ວໂລກອີກດ້ວຍ.

ການໄປມາຫາສູ່ກັນຢ່າງໃກ້ຊິດຂອງການນໍາຂັ້ນສູງ ແລະ ການເຊື່ອມຕໍ່ ທາງດ້ານຍຸດທະສາດ ລະຫວ່າງ ຈີນ-ລາວ ເປັນການຄ້ຳປະກັນອັນສຳຄັນ ທີ່ເຮັດໃຫ້ແນວຄິດການສ້າງປະຊາຄົມຮ່ວມຊາຕາກຳຂອງມວນມະນຸດ ສາມາດໄດ້ຮັບການຈັດຕັ້ງປະຕິບັດຢູ່ລາວ ເປັນຢ່າງດີ. ວັນທີ 23 ມີນາ ຂອງ 12 ປີກ່ອນ ກໍຄືວັນທີ 23 ມີນາ ປີ 2013, ທ່ານ ສີຈິ້ນຜິງ ປະທານປະເທດຈີນ ໄດ້ກ່າວປາຖະກະຖາຢູ່ສະຖາບັນການພົວພັນສາກົນມົດສະກູ ຂອງຣັດເຊຍ, ທ່ານ ໄດ້ສະເໜີແນວຄິດການສ້າງປະຊາຄົມຮ່ວມຊາຕາກຳຂອງມວນ ມະນຸດ ຕໍ່ທົ່ວໂລກເປັນຄັ້ງທຳອິດ. ໃນປີດຽວກັນ, ທ່ານ ຈູມມາລີ ໄຊຍະສອນ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກປະຊາຊົນປະຕິວັດລາວ ປະທານປະເທດລາວ ໃນເວລານັ້ນໄດ້ເດີນທາງມາຢ້ຽມຢາມປະເທດຈີນ. ສອງຝ່າຍໄດ້ຮ່ວມກັນສະເໜີໃນຖະແຫລງການຮ່ວມວ່າ: ຈີນ ແລະ ລາວ ເປັນຄູ່ຮ່ວມຊາຕາກຳທີ່ມີຜົນປະໂຫຍດຮ່ວມຢ່າງກວ້າງຂວາງ. ໃນປີ 2019, ຈີນ ແລະ ລາວ ໄດ້ຮ່ວມກັນລົງນາມໃນແຜນດຳເນີນງານ ລະຫວ່າງ ພັກຄອມມູນິດຈີນ ກັບ ພັກປະຊາຊົນປະຕິວັດລາວ ກ່ຽວກັບການສ້າງຄູ່ ຮ່ວມຊາຕາກຳ ຈີນ-ລາວ ເຊິ່ງໄດ້ກາຍເປັນເອກະສານການຮ່ວມມື ສະບັບທຳອິດ ກ່ຽວກັບການສ້າງຄູ່ຮ່ວມຊາຕາກຳ ຈີນ-ລາວ ທີ່ລົງນາມໂດຍ ການນຳສູງສຸດຂອງສອງປະເທດ. ຫລັງຈາກນັ້ນ, ຜູ້ນຳສອງປະເທດຈີນ ແລະ ລາວ ໄດ້ຈັດການພົບປະກັນຫລາຍຄັ້ງ, ລົງເລິກຄວາມຮັບຮູ້ທີ່ເປັນ ເອກະພາບກັນຢ່າງບໍ່ຢຸດຢັ້ງ ເພື່ອຊຸກຍູ້ການສ້າງຄູ່ຮ່ວມຊາຕາກຳ ຈີນ-ລາວ ໃຫ້ເຂົ້າສູ່ລວງເລິກຢ່າງແທ້ຈິງ. ການເຊື່ອມຕໍ່ທາງດ້ານຍຸດທະສາດທີ່ນຳພາ ໂດຍການນຳຂັ້ນສູງໄດ້ຊີ້ທິດເຍືອງທາງຢ່າງຈະແຈ້ງຕໍ່ການຮ່ວມມືສອງ ປະເທດ ແລະ ໄດ້ສ້າງພື້ນຖານການເມືອງອັນໜັກແໜ້ນໃຫ້ແກ່ການ ຈັດຕັ້ງປະຕິບັດແນວຄິດການສ້າງປະຊາຄົມຮ່ວມຊາຕາກຳຢູ່ລາວ.

ການຮ່ວມມືຕົວຈິງໃນຂົງເຂດເສດຖະກິດ ລະຫວ່າງ ຈີນ-ລາວ ເປັນຜົນງານອັນສຳຄັນຂອງການຈັດຕັ້ງປະຕິບັດແນວຄິດການສ້າງປະຊາຄົມຮ່ວມຊາຕາກໍາ ຢູ່ລາວ. ຈີນ ໄດ້ຄອງຖານະເປັນປະເທດທີ່ມີການ ລົງທຶນໃຫຍ່ອັນດັບໜຶ່ງ ແລະ ຄູ່ການຄ້າໃຫຍ່ອັນດັບສອງຂອງລາວ ຫລາຍປີຕິດຕໍ່ກັນ. ໃນຫລາຍປີມານີ້, ການຮ່ວມມືລະຫວ່າງ ຈີນ-ລາວ ໃນຂົງເຂດຄົມມະນາຄົມ, ຄວາມສາມາດການຜະລິດ, ກະສິກຳ, ການທ່ອງທ່ຽວ, ວັດທະນະທຳ ແລະ ຂົງເຂດອື່ນໆ ໄດ້ເຂົ້າສູ່ລວງເລິກຢ່າງ ບໍ່ຢຸດຢັ້ງ ແລະ ໄດ້ຮັບໝາກຜົນທີ່ອຸດົມສົມບູນ. ຍົກຕົວຢ່າງຄື: ການສ້າງ ແລວເສດຖະກິດ ຈີນ-ລາວ, ການດຳເນີນທຸລະກິດຂອງເຂດເສດຖະກິດ ພິເສດໄຊເສດຖາກວມລວມ, ໂຄງການປັບປຸງໂຮງໝໍຫລວງພະບາງ, ໂຄງການພັດທະນາພະລັງງານສະອາດ ແລະ ອື່ນໆ. ໂຄງການຮ່ວມມື ເຫລົ່ານີ້ບໍ່ພຽງແຕ່ໄດ້ຍົກລະດັບພື້ນຖານໂຄງລ່າງຂອງລາວ ເທົ່ານັ້ນ ຍັງໄດ້ ສ້າງໂອກາດໃນການສ້າງວຽກເຮັດງານທຳຈຳນວນຫລວງຫລາຍໃຫ້ແກ່ ທ້ອງຖິ່ນດັ່ງກ່າວ ແລະ ປັບປຸງຊີວິດການເປັນຢູ່ຂອງປະຊາຊົນໃຫ້ດີຂຶ້ນ ອີກດ້ວຍ. ປະຊາຊົນລາວ ໄດ້ຮັບຮູ້ເຖິງຜົນປະໂຫຍດທີ່ໄດ້ຈາກການຮ່ວມມື ຈີນ-ລາວ ແລະ ມີຄວາມເຫັນດີນຳແນວຄິດການສ້າງປະຊາຄົມຮ່ວມ ຊາຕາກຳຂອງມວນມະນຸດນັບມື້ນັບເພີ່ມຂຶ້ນ.

ການສ້າງສຳເລັດ ແລະ ເປີດນຳໃຊ້ເສັ້ນທາງລົດໄຟ ລາວ-ຈີນ ເປັນຜົນງານທີ່ເປັນສັນຍາລັກຂອງການຈັດຕັ້ງປະຕິບັດແນວຄິດການສ້າງປະຊາຄົມຮ່ວມຊາຕາກຳຂອງມວນມະນຸດຢູ່ລາວ. ທາງລົດໄຟສາຍນີ້ ບໍ່ພຽງແຕ່ໄດ້ເຮັດໃຫ້ລາວ ຫັນຈາກປະເທດທີ່ບໍ່ມີທາງອອກສູ່ທະເລ ກາຍເປັນປະເທດເຊື່ອມໂຍງເຊື່ອມຈອດ ເທົ່ານັ້ນ, ແຕ່ຍັງໄດ້ຊຸກຍູ້ ການໄປມາຫາສູ່ກັນດ້ານເສດຖະກິດ, ສັງຄົມ ແລະ ວັດທະນະທຳ ລະຫວ່າງ ສອງປະເທດຢ່າງຂະໜາດໃຫຍ່ອີກດ້ວຍ. ການເປີດນຳໃຊ້ເສັ້ນທາງລົດໄຟ ລາວ-ຈີນ ໄດ້ເຮັດໃຫ້ສິນຄ້າຈາກລາວ ສາມາດເຂົ້າສູ່ຕະຫລາດໃນ ປະເທດຈີນ ຢ່າງສະດວກສະບາຍກວ່າເກົ່າ, ພ້ອມກັນນັ້ນຍັງໄດ້ສ້າງໂອກາດ ໃນການຫາວຽກເຮັດງານທຳທີ່ຫລາຍກວ່າເກົ່າ ແລະ ພື້ນທີ່ດຳເນີນ ທຸລະກິດທີ່ກວ້າງຂວາງກວ່າເກົ່າໃຫ້ແກ່ປະຊາຊົນລາວ. ນອກນີ້, ທາງລົດໄຟ ສາຍນີ້ຍັງໄດ້ຊຸກຍູ້ການພັດທະນາດ້ານການທ່ອງທ່ຽວຢູ່ລຽບຕາມເສັ້ນທາງດັ່ງກ່າວອີກດ້ວຍ.

ທ່ານ ສົມມາດ ພົນເສນາ ຮອງປະທານສະພາແຫ່ງຊາດລາວ ເຄີຍໃຫ້ ສຳພາດຕໍ່ນັກຂ່າວວ່າ: ຜ່ານຈາກໂຄງການຮ່ວມມືຕ່າງໆ ລະຫວ່າງ ລາວ-ຈີນ, ປະຊາຊົນລາວ ໄດ້ຮັບຮູ້ເຖິງຄວາມໝາຍຂອງແນວຄິດການສ້າງ ປະຊາຄົມຮ່ວມຊາຕາກຳຂອງມວນມະນຸດຢ່າງເລິກເຊິ່ງ. ຄືດັ່ງກັບຄຳເວົ້າ ຂອງທ່ານ ປະທານ ສີຈິ້ງຜິງ ທີ່ວ່າ: ໂລກນີ້ພັດທະນາໃຫ້ດີແລ້ວ, ຈີນ ຈຶ່ງສາມາດພັດທະນາໃຫ້ດີ; ຈີນ ພັດທະນາໃຫ້ດີແລ້ວ, ໂລກນີ້ຈຶ່ງສາມາດດີ ຂຶ້ນກວ່າເກົ່າ.

ໃນອະນາຄົດ, ຈີນ ແລະ ລາວ ຈະສືບຕໍ່ຮ່ວມມືກັນກ້າວໄປຂ້າງໜ້າ, ລົງເລິກການຮ່ວມມືໃນຂົງເຂດຕ່າງໆ, ຮ່ວມກັນຊຸກຍູ້ແນວຄິດການສ້າງ ປະຊາຄົມຮ່ວມຊາຕາກຳຂອງມວນມະນຸດໃຫ້ແຕກດອກອອກຜົນຍິ່ງຂຶ້ນ ໃນຫລາຍຂົງເຂດກວ່າເກົ່າ ແລະ ໃນລະດັບທີ່ເລິກເຊິ່ງກວ່າເກົ່າ ເພື່ອສ້າງ ອະນາຄົດອັນດີງາມກວ່າເກົ່າໃຫ້ແກ່ປະຊາຊົນສອງປະເທດ.

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments