Wednesday, March 26, 2025
Homeຂ່າວຕ່າງປະເທດກອງປະຊຸມເວທີປຶກສາຫາລືຂັ້ນສູງການພັດທະນາຈີນ ປະຈຳປີ 2025

ກອງປະຊຸມເວທີປຶກສາຫາລືຂັ້ນສູງການພັດທະນາຈີນ ປະຈຳປີ 2025

ຂ່າວສານຊີອາໄອລາຍງານວ່າ: ໃນວັນທີ 23 ມີນາ ຜ່ານມາ, ກອງປະຊຸມເວທີປຶກສາຫາລືຂັ້ນສູງການພັດທະນາຈີນ ປະຈຳປີ 2025 ໄດ້ເປີດຂຶ້ນຢູ່ນະຄອນຫຼວງປັກກິ່ງ ຂອງຈີນ.

ຂ່າວລະບຸວ່າ: ກອງປະຊຸມດັ່ງກ່າວຈະດຳເນີນເປັນເວລາ 2 ວັນ, ໂດຍມີຜູ້ຕາງໜ້າຝ່າຍຕ່າງປະເທດ 100 ກວ່າທ່ານ ທີ່ມາຈາກອົງການຈັດຕັ້ງສາກົນ, ວິສາຫະກິດຂ້າມຊາດໃນບັນຊີລາຍຊື່ 500 ວິສາຫະກິດທີ່ເຂັ້ມແຂງທີ່ສຸດໃນໂລກ ພ້ອມດ້ວຍວົງການອຸດສາຫະກຳ ແລະ ການຄ້າທົ່ວໂລກ ໄດ້ເຂົ້າຮ່ວມກອງປະຊຸມດັ່ງກ່າວ. ບັນດາແຂກພາຍໃນ ແລະ ຕ່າງປະເທດ ຈະແລກປ່ຽນ ແລະ ປຶກສາຫາລືກັນໂດຍປິ່ນອ້ອມຫົວຂໍ້ຕ່າງໆ ເຊັ່ນ: ນະໂຍບາຍມະຫາພາກ ແລະ ການເຕີບໂຕຂອງເສດຖະກິດ, ການປະຕິຮູບຊຸກຍູ້ແຮງຂັບເຄື່ອນໃໝ່ດ້ານການເຕີບໂຕຂອງເສດຖະກິດ, ການກະຕຸກຊຸກຍູ້ການບໍລິໂພກ ແລະ ເປີດກວ້າງຄວາມຕ້ອງການພາຍໃນ, ການນຳພາການພັດທະນາຂອງກຳລັງຜະລິດໃນຄຸນນະພາບໃໝ່ດ້ວຍການປະດິດສ້າງດ້ານວິທະຍາສາດເຕັກໂນໂລຊີ, ການພັດທະນາປັນຍາປະດິດແບບມີຜົນປະໂຫຍດທົ່ວເຖິງ, ກວມລວມ ແລະ ຫົວຂໍ້ອື່ນໆ.

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments