ມູນຄ່າການນໍາເຂົ້າ ແລະ ສົ່ງອອກ ສິນຄ້າ (ບໍ່ລວມໄຟຟ້າ) ຂອງ ສປປ ລາວ ປະຈໍາເດືອນກຸມພາ 2025 ບັນລຸໄດ້ປະມານ 1.540 ລ້ານໂດລາສະຫະລັດ ທຽບໃສ່ ເດືອນມັງກອນ ຜ່ານມາ ເພີ່ມຂື້ນ 13,5%. ໃນນີ້, ມູນຄ່າການສົ່ງອອກບັນລຸໄດ້ 925 ລ້ານໂດລາສະຫະລັດ ເພີ່ມຂຶ້ນ 42,3% ແລະ ມູນຄ່າການນໍາເຂົ້າ ບັນລຸໄດ້ 615 ລ້ານໂດລາສະຫະລັດ ຫຼຸດລົງ 12,9% ທຽບໃສ່ ເດືອນ ມັງກອນທີ່ຜ່ານມາ.
ສິນຄ້າສົ່ງອອກຫຼັກ ປະກອບມີ: ເຄື່ອງໃຊ້ໄຟຟ້າ ແລະ ອຸປະກອນເຄື່ອງໃຊ້ໄຟຟ້າ 173 ລ້ານໂດລາສະຫະລັດ, ຮອງມາ ແມ່ນຄຳປະສົມ ແລະ ຄຳແທ່ງ 154 ລ້ານໂດລາສະຫະລັດ, ມັນຕົ້ນ 119 ລ້ານໂດລາສະຫະລັດ, ເກືອກາລີ 73 ລ້ານໂດລາສະຫະລັດ, ແຮ່ທອງ 38 ລ້ານໂດລາສະຫະລັດ, ເຈ້ຍ ແລະ ເຄື່ອງທີ່ເຮັດດ້ວຍເຈ້ຍ 37 ລ້ານໂດລາສະຫະລັດ, ເຍື່ອໄມ້ ແລະ ເສດເຈ້ຍ 25 ລ້ານໂດລາສະຫະລັດ, ຢາງພາລາ 25 ລ້ານໂດລາສະຫະລັດ, ແປ້ງມັນຕົ້ນ 22 ລ້ານໂດລາສະຫະລັດ, ເຄື່ອງນຸ່ງຫົ່ມ 19 ລ້ານໂດລາສະຫະລັດ.
ສິນຄ້ານໍາເຂົ້າຫຼັກ ປະກອບມີ: ນ້ຳມັນກາຊວນ 87 ລ້ານໂດລາສະຫະລັດ, ພາຫະ ນະທາງບົກ (ນອກຈາກລົດຈັກ,ລົດໄຖ) 72 ລ້ານໂດລາສະຫະລັດ, ຜະລິດ ຕະພັນເຄມີປະສົມສໍາເລັດຮູບ 58 ລ້ານໂດລາສະຫະລັດ, ອຸປະກອນກົນຈັກ (ນອກຈາກເຄື່ອງກົນ ຈັກພາຫະນະ) 41 ລ້ານໂດລາສະຫະລັດ, ນ້ຳຕານ 23 ລ້ານໂດລາສະຫະລັດ, ເຫຼັກ ແລະ ເຄື່ອງທີ່ເຮັດດ້ວຍເຫຼັກ/ ເຫຼັກກ້າ 19 ລ້ານໂດລາສະຫະ ລັດ, ເຄື່ອງໄຟຟ້າ ແລະ ອຸປະກອນໄຟຟ້າ 15 ລ້ານໂດລາສະຫະລັດ, ຝຸ່ນ (ປຸຍ) 15 ລ້ານໂດລາສະຫະລັດ, ລົດ ໄຖນາ 8 ລ້ານໂດລາສະຫະລັດ, ແລະ ເຄື່ອງນຸ່ງຫົ່ມ 3 ລ້ານໂດລາສະຫະລັດ.
ທີ່ມາ: ສູນຂໍ້ມູນຂ່າວສານທາງດ້ານການຄ້າ ຂອງ ສປປ ລາວ / Lao PDR Trade Portal