Friday, March 28, 2025
Homeຂ່າວໜ້າໜຶ່ງສະເຫຼີມສະຫຼອງວັນສ້າງຕັ້ງຫ້ອງວ່າການສູນກາງພັກ ຄົບຮອບ 70 ປີ

ສະເຫຼີມສະຫຼອງວັນສ້າງຕັ້ງຫ້ອງວ່າການສູນກາງພັກ ຄົບຮອບ 70 ປີ

ພິທີສະເຫຼີມສະຫຼອງວັນສ້າງຕັ້ງຫ້ອງວ່າການສູນກາງພັກ ຄົບຮອບ 70 ປີ (24 ມີນາ 1955 – 24 ມີນາ 2025) ໄດ້ຈັດຂຶ້ນໃນຕອນບ່າຍວັນທີ 24 ມີນານີ້ ທີ່ສະໂມ ສອນຂອງຫ້ອງວ່າການສູນກາງພັກ, ນະຄອນຫລວງວຽງຈັນ ໂດຍການເຂົ້າຮ່ວມຂອງ ສະຫາຍ ບຸນທອງ ຈິດມະນີ ກໍາມະການກົມການເມືອງສູນກາງພັກ, ຜູ້ປະຈໍາການ ຄະນະເລຂາທິການສູນກາງພັກ, ຮອງປະທານປະເທດ.

ສະຫາຍ ທອງສະລິດ ມັງໜໍ່ເມກ, ຄະນະເລຂາທິການສູນກາງພັກ ຫົວໜ້າຫ້ອງວ່າການສູນກາງພັກ ໄດ້ສະເໜີກ່ຽວກັບມູນເຊື້ອຂອງຫ້ອງວ່າການສູນກາງພັກ ວ່າ: ພາຍຫຼັງ ພັກປະຊາຊົນປະຕິວັດລາວ ໄດ້ຮັບການສ້າງຕັ້ງຂຶ້ນຢ່າງເປັນທາງການ ໃນວັນທີ 22 ມີນາ 1955, ສູນກາງພັກ ມີຄວາມຈໍາເປັນສ້າງບັນດາກົງຈັກຊ່ວຍວຽກ ເພື່ອບັນຊາ-ຊີ້ນຳ ການປະຕິວັດຢູ່ປະເທດເຮົາ.

ສະນັ້ນ, ຫ້ອງວ່າການສູນກາງພັກ ຈຶ່ງໄດ້ຮັບການສ້າງຕັ້ງຂຶ້ນ ໃນວັນທີ 24 ມີນາ 1955, ຢູ່ສຳນັກງານແນວລາວອິດສະຫຼະ ບ້ານດ່ານ, ເມືອງໂສຍ, ແຂວງຫົວພັນ ໂດຍໃສ່ຊື່ລັບວ່າ “ກອງ 24” ແຕ່ມື້ນັ້ນຮອດມື້ນີ້ ອາດແບ່ງເປັນ 5 ໄລຍະ ຄື: ແຕ່ປີ 1955-1968 ເວລານັ້ນປະເທດຊາດຍັງຖືກຈັກກະພັດຕ່າງດ້າວຮຸກຮານ, ຫ້ອງວ່າການ ຕ້ອງເຄື່ອນໄຫວປິດລັບໃນລະດັບສູງ; ແຕ່ປີ 1968-1975 ໄລຍະນີ້ເອີ້ນຊື່ວ່າ “ຫ້ອງການຄົ້ນຄວ້າຂອງສູນກາງພັກ” ໃນໄລຍະນີ້ ຫ້ອງວ່າການໄດ້ແຍກຕົວອອກຈາກສໍານັກງານແນວລາວຮັກຊາດ ເພື່ອເຄື່ອນໄຫວເປີດເຜີຍຢ່າງເປັນເອກະລາດ; ແຕ່ປີ 1975-1992, ໄລຍະນີ້ມີຊື່ເອີ້ນວ່າ “ ຫ້ອງວ່າການສູນກາງພັກ-ສະພາລັດຖະ ມົນຕີ”; ປີ 1993-2016 ມີຊື່ເອີ້ນວ່າ: “ ຫ້ອງວ່າການສູນກາງພັກ” ໃນໄລຍະນີ້ ແມ່ນປະຕິບັດຕາມທິດຊີ້ນໍາ ພັກນໍາພາ ແລະ ລັດຄຸ້ມຄອງ ຈິ່ງໄດ້ແຍກ 2 ພາກສ່ວນອອກຈາກກັນ ເປັນຫ້ອງວ່າການສູນກາງພັກ ແລະ ຫ້ອງວ່າການສະພາລັດຖະມົນຕີ; ແຕ່ປີ 2016-ປະຈຸບັນ, ຫ້ອງວ່າການສູນກາງພັກ ສືບຕໍ່ໄດ້ຮັບການປັບປຸງກົງຈັກ-ການຈັດຕັ້ງ ແລະ ແບບແຜນວິທີເຮັດວຽກ ໃຫ້ສອດຄ່ອງກັບສະພາບການ ແລະ ຄວາມຮຽກຮ້ອງຕ້ອງການຂອງໜ້າທີ່ການເມືອງໃນໄລຍະໃໝ່.

ຜ່ານຂະບວນວິວັດປະຫວັດສາດ ທີ່ລະອິດລະອ້ຽວ ເປັນເວລາ 70 ປີຜ່ານມາ, ຫ້ອງວ່າການສູນກາງພັກ ແມ່ນໄດ້ປະກອບສ່ວນອັນໃຫຍ່ຫຼວງຊ່ວຍສູນກາງພັກ ນໍາພາການປະຕິວັດ ຢູ່ປະເທດເຮົາ.

ໂອກາດນີ້, ສະຫາຍ ບຸນທອງ ຈິດມະນີ ໄດ້ມີຄໍາເຫັນວ່າ: ຕະຫຼອດໄລຍະ 70 ປີ ແຫ່ງການສ້າງຕັ້ງ ແລະ ການເຕີບໃຫຍ່ຂະຫຍາຍຕົວ ຂອງຫ້ອງວ່າການສູນກາງພັກ ສາມາດສ້າງຜົນງານ ແລະ ເສີມຂະຫຍາຍໄດ້ທາດແທ້ປະຕິວັດ ທີ່ພັກເຮົາໄດ້ນໍາພາຝຶກຝົນ ແລະ ທົດສອບມານັ້ນ ຖືເປັນຄວາມເອກອ້າງທະນົງໃຈ ຂອງພວກເຮົາໝົດທຸກຄົນ. ດ້ວຍມູນເຊື້ອອັນດີງາມຂອງຫ້ອງວ່າການສູນກາງພັກ ຊຶ່ງນັບແຕ່ມື້ໄດ້ຮັບການສ້າງຕັ້ງຂຶ້ນມາຮອດປັດຈຸບັນ ເປັນເວລາ 70 ປີນັ້ນ ໄດ້ຜ່ານຫຼາຍໄລຍະແຫ່ງການທົດສອບ, ຝຶກຝົນ, ໄດ້ຮັບການບູລະນະ, ປັບປຸງ ແລະ ເຕີບໃຫຍ່ເຂັ້ມແຂງຂຶ້ນ; ຜ່ານບັນດາຍຸກສະໄໝ, ໄລຍະປະຫວັດສາດອັນລະອິດລະອ້ຽວ ຊຶ່ງຕິດພັນ ແລະ ພາຍ ໃຕ້ການຊີ້ນໍາ-ນໍາພາໂດຍກົງຂອງສູນກາງພັກ, ການນໍາສູງສຸດຂອງພັກນັ້ນ, ຫ້ອງວ່າການສູນກາງພັກ ລ້ວນແຕ່ໄດ້ເຮັດສຳເລັດພາລະບົດບາດ, ໜ້າທີ່ອັນຫຍຸ້ງຍາກ, ສັບ ສົນ, ແຕ່ມີກຽດສະຫງ່າງາມ ໄດ້ເປັນຢ່າງດີ, ຮັບປະກັນໃຫ້ແກ່ການນໍາພາ-ຊີ້ນໍາ ແລະ ຍົກສູງຄຸນນະພາບການເຄື່ອນໄຫວວຽກງານຂອງສູນກາງພັກ.

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments