ທ່ານ ມະໂນທອງ ວົງໄຊ ໄດ້ສະແດງຄວາມຍິນດີຕ້ອນຮັບ ທ່ານ Hu Yi (ຫຸ ຢີ), ຮອງເຈົ້າເມືອງຊາພິງປາ, ນະຄອນຊົງຊີ້ງ ພ້ອມດ້ວຍຄະນະ ທີ່ໄດ້ມາພົບປະຢ້ຽມຢາມ ເພື່ອປືກສາຫາລືກ່ຽວກັບການຮ່ວມມືທາງດ້ານເສດຖະກິດ, ການຄ້າ ແລະ ອຸດສາຫະກຳ ແລະ ອວຍພອນໃຫ້ທ່ານຈົ່ງປະສົບຜົນສຳເລັດໃນການປະຕິບັດວຽກງານຢູ່ລາວໃນຄັ້ງນີ້
ຈຸດປະສົງ ເພື່ອເຂົ້າຢ້ຽມຂໍ່ານັບ ເພື່ອຜັນຂະຫຍາຍແລວທາງເສດຖະກິດຕາເວັນຕົກ-ທະເລໃຫມ່ຢ່າງຄົບຖ້ວນ ແລະ ເພີ່ມທະວີການຮ່ວມມືດ້ານເສດຖະກິດການຄ້າ ແລະ ແລກປ່ຽນວັດທະນາທຳກັບລາວ ເພື່ອຜົນປະໂຫຍດເຊີ່ງກັນ ແລະ ກັນ.
ທັງສອງຝ່າຍໄດ້ລາຍງານສະພາບການຮ່ວມມືດ້ານເສດຖະກິດ-ສັງຄົມ ຂອງສອງປະເທດ ໂດຍສະເພາະ ການສົ່ງເສີມ ດ້ານການຄ້າ ແລະ ການລົງທຶນ ໃນໄລຍະຜ່ານມາ ໂດຍສະເພາະການໝູນໃຊ້ທາງລົດໄຟລາວ-ຈີນ. ປະຈຸບັນກະຊວງ ອຄ ລາວ ແລະ ຄະນະກຳມະທິການການຄ້າ ນະຄອນຊົງຊີງ ກຳລັງຮ່ວມກັນປຶກສາຫາລືຄົ້ນຄ້ວາຕໍ່ຮ່າງ MOU ການຮ່ວມມືດ້ານເສດຖະກິດ ແລະ ການຄ້າ ເພື່ອກະກຽມເຊັນ MOU ໃນຕໍ່ຫນ້າອັນໄກ້ນີ້. ທັງນີ້ກໍ່ເພື່ອເປັນກົນໄກປະ ສານງານຮ່ວມມືຊຸກຍູ້ສົ່ງເສີມການຮ່ວມມືດ້ານການຄ້າຂອງສອງຝ່າຍໃຫ້ເຕີບໃຫຍ່ຂະຫຍາຍຕົວຂື້ນ.
ມູນຄ່າການຄ້າລາວ-ຈີນ: ໂດຍລວມແລ້ວ ສະພາບການນຳເຂົ້າ ແລະ ສົ່ງອອກສິນຄ້າ ລະຫວ່າງ ລາວ-ຈີນ ແມ່ນປົກກະຕິ ແລະ ສອດຄ່ອງຕາມນິຕິກຳທີ່ນຳໃຊ້ເປັນບ່ອນອີງ ເຊັ່ນ ສິດທິພິເສດດ້ານອັດຕາພາສີ 0% ພາຍໃຕ້ຂອບສັນຍາອາຊຽນ-ຈີນ ແລະ GSP 98% ເຊິ່ງເຫັນໄດ້ຈາກ ມູນຄ່າການຄ້າສອງຝ່າຍ (ອີງຕາມຕົວເລກຂອງກົມພາສີລາວ) ແຕ່ເດືອນ 01 – 12 ປີ 2024 ບັນລຸໄດ້ປະມານ 5,393 ລ້ານໂດລາສະຫະລັດ; ໃນນັ້ນ, ມູນຄ່ານໍາເຂົ້າປະມານ 2,974 ລ້ານໂດລາສະຫະລັດ ສິນຄ້ານຳເຂົ້າປະກອບມີ ອຸປະກອນກົນຈັກ, ຜະລິດຕະພັນເຄມີປະສົມສໍາເລັດຮູບ, ພາຫະນະທາງບົກ (ນອກຈາກລັດຈັກ,ລົດໄຖ), ເຫຼັກ ແລະ ເຄືີ່ອງທີ່ເຮັດດວ້ຍເຫຼັກ (ເຫຼັກກ້າ), ເຄື່ອງໄຟຟ້າ ແລະ ອຸປະກອນໄຟຟ້າ, ຊີ້ນສ່ວນອາໄຫຼ່ລົດ (ຢາງລົດ, ແວ່ນ, ໂສ້…), ຝຸ່ນ (ປຸຍ) ແລະ ອື່ນໆ. ສ່ວນມູນຄ່າສົ່ງອອກ ປະມານ 2,419 ລ້ານໂດລາສະຫະລັດ ໂດຍສິນຄ້າສົ່ງອອກ ປະກອບມີ ຄໍາປະສົມ (ຄໍາແທ່ງ), ເກືອກາລີ, ເຈ້ຍ ແລະ ເຄື່ອງທີ່ເຮັດດ້ວຍເຈ້ຍ, ແຮ່ທອງ, ແຮ່ເຫຼັກ, ຢາງພາລາ, ໝາກກ້ວຍ, ເຍື່ອໄມ້ ແລະ ເສດເຈ້ຍ ແລະ ອື່ນໆ. ນອກນີ້, ສປ ຈີນ ຍັງສົ່ງອອກສິນຄ້າຜ່ານແດນ ສປປ ລາວ ໄປປະເທດທີ່ສາມ ຕົກເປັນມູນຄ່າປະມານ 262 ລ້ານໂດລາສະຫະລັດ ສ່ວນໃຫຍ່ຈະແມ່ນໝວດສິນຄ້າກະສິກຳ ແລະ ເຄື່ອງເອເລັກໂຕຼນິກ.

ມູນຄ່າການຄ້າລາວ-ຊົງຊີງ: ໃນປີ 2024, ມູນຄ່າການຄ້າ ລາວ-ຊົງຊີງ ບັນລຸໄດ້ 811.13 ລ້ານຢວນ ເພີ່ມຂື້ນ 30,6%, ໃນນີ້ມູນຄ່ານຳເຂົ້າແມ່ນ 758.62 ລ້ານຢວນ ເພີ່ມຂື້ນ 45%, ມູນຄ່າສົ່ງອອກໄປຊົງຊີງ ແມ່ນ 52.51 ລ້ານຢວນ ຫລຸດລົງ -46,2%