Friday, March 28, 2025
Homeຂ່າວການເມືອງສະເຫຼີມສະຫຼອງວັນສ້າງຕັ້ງ ຫ້ອງວ່າການສູນກາງພັກ ຄົບຮອບ 70 ປີ

ສະເຫຼີມສະຫຼອງວັນສ້າງຕັ້ງ ຫ້ອງວ່າການສູນກາງພັກ ຄົບຮອບ 70 ປີ

ພິທີສະເຫຼີມສະຫຼອງວັນສ້າງຕັ້ງຫ້ອງວ່າການສູນກາງພັກ ຄົບຮອບ 70 ປີ (24 ມີນາ 1955 – 24 ມີນາ 2025) ໄດ້ຈັດຂຶ້ນໃນຕອນບ່າຍວັນທີ 24 ມີນານີ້ ທີ່ສະໂມສອນຂອງຫ້ອງວ່າການສູນກາງພັກ ໂດຍການເຂົ້າຮ່ວມຂອງ ສະຫາຍ ບຸນທອງ ຈິດມະນີ ກໍາມະການກົມການເມືອງສູນກາງພັກ ຜູ້ປະຈໍາການ ຄະນະເລຂາທິການສູນກາງພັກ ຮອງປະທານປະເທດ, ມີບັນດາສະຫາຍການນໍາ, ອະດີດການນໍາຂອງຫ້ອງວ່າການສູນກາງພັກ, ບັນດາສະຫາຍແຂກທີ່ມີກຽດ, ບັນດາສະຫາຍພະນັກງານ-ລັດຖະກອນ ພາຍໃນຫ້ອງວ່າການສູນກາງພັກ.

ສະຫາຍ ທອງສະລິດ ມັງໜໍ່ເມກ ຄະນະເລຂາທິການສູນກາງພັກ ຫົວໜ້າຫ້ອງວ່າການສູນກາງພັກ ໄດ້ກ່າວເປີດພິທີຢ່າງເປັນທາງການ ແລະ ໄດ້ສະເໜີກ່ຽວກັບມູນເຊື້ອຂອງຫ້ອງວ່າການສູນກາງພັກ ວ່າ: ພາຍຫຼັງພັກປະຊາຊົນປະຕິວັດລາວ ໄດ້ຮັບການສ້າງຕັ້ງຂຶ້ນ ຢ່າງເປັນທາງການ ໃນວັນທີ 22 ມີນາ 1955, ສູນກາງພັກມີຄວາມຈໍາເປັນສ້າງບັນດາກົງຈັກຊ່ວຍວຽກ ເພື່ອບັນຊາ-ຊີ້ນຳ ການປະຕິວັດຢູ່ປະເທດເຮົາ. ສະນັ້ນ, ຫ້ອງວ່າການສູນກາງພັກ ຈຶ່ງໄດ້ຮັບການສ້າງຕັ້ງຂຶ້ນ ໃນວັນທີ 24 ມີນາ 1955, ຢູ່ສຳນັກງານແນວລາວອິດສະຫຼະ ບ້ານດ່ານ ເມືອງໂສຍ ແຂວງຫົວພັນ ໂດຍໃສ່ຊື່ລັບວ່າ “ກອງ 24” ແຕ່ມື້ນັ້ນຮອດມື້ນີ້ ອາດແບ່ງເປັນ 5 ໄລຍະ ຄື: ແຕ່ປີ 1955-1968 ເວລານັ້ນປະເທດຊາດຍັງຖືກຈັກກະພັດຕ່າງດ້າວຮຸກຮານ, ຫ້ອງວ່າການ ຈຶ່ງຕ້ອງເຄື່ອນໄຫວປິດລັບໃນລະດັບສູງ; ແຕ່ປີ 1968-1975 ໄລຍະນີ້ເອີ້ນຊື່ວ່າ “ຫ້ອງການຄົ້ນຄວ້າຂອງສູນກາງພັກ” ໃນໄລຍະນີ້ ຫ້ອງວ່າການໄດ້ແຍກຕົວອອກຈາກສໍານັກງານແນວລາວຮັກຊາດ ເພື່ອເຄື່ອນໄຫວເປີດເຜີຍຢ່າງເປັນເອກະລາດ; ແຕ່ປີ 1975-1992, ໄລຍະນີ້ມີຊື່ເອີ້ນວ່າ “ ຫ້ອງວ່າການສູນກາງພັກ-ສະພາລັດຖະມົນຕີ”; ປີ 1993-2016 ມີຊື່ເອີ້ນວ່າ: “ ຫ້ອງວ່າການສູນກາງພັກ” ໃນໄລຍະນີ້ ແມ່ນປະຕິບັດຕາມທິດຊີ້ນໍາ ພັກນໍາພາ ແລະ ລັດຄຸ້ມຄອງ ຈິ່ງໄດ້ແຍກ 2 ພາກສ່ວນອອກຈາກກັນ ເປັນຫ້ອງວ່າການສູນກາງພັກ ແລະ ຫ້ອງວ່າການສະພາລັດຖະມົນຕີ; ແຕ່ປີ 2016-ປະຈຸບັນ, ຫ້ອງວ່າການສູນກາງພັກ ສືບຕໍ່ໄດ້ຮັບການປັບປຸງກົງຈັກ-ການຈັດຕັ້ງ ແລະ ແບບແຜນວິທີເຮັດວຽກ ໃຫ້ສອດຄ່ອງກັບສະພາບການ ແລະ ຄວາມຮຽກຮ້ອງຕ້ອງການຂອງໜ້າທີ່ການເມືອງໃນໄລຍະໃໝ່. ຜ່ານຂະບວນວິວັດປະຫວັດສາດ ທີ່ລະອິດລະອ້ຽວ ເປັນເວລາ 70 ປີຜ່ານມາ, ຫ້ອງວ່າການສູນກາງພັກ ແມ່ນໄດ້ປະກອບສ່ວນອັນໃຫຍ່ຫຼວງຊ່ວຍສູນກາງພັກ ນໍາພາການປະຕິວັດ ຢູ່ປະເທດເຮົາ.

ໂອກາດນີ້, ສະຫາຍ ບຸນທອງ ຈິດມະນີ ກໍໄດ້ມີຄໍາເຫັນວ່າ: ຕະຫຼອດໄລຍະ 70 ປີ ແຫ່ງການສ້າງຕັ້ງ ແລະ ການເຕີບໃຫຍ່ຂະຫຍາຍຕົວ ຂອງຫ້ອງວ່າການສູນກາງພັກ ສາມາດສ້າງຜົນງານ ແລະ ເສີມຂະຫຍາຍໄດ້ທາດແທ້ປະຕິວັດ ທີ່ພັກເຮົາໄດ້ນໍາພາຝຶກຝົນ ແລະ ທົດສອບມານັ້ນ ຖືເປັນຄວາມເອກອ້າງທະນົງໃຈ ຂອງພວກເຮົາໝົດທຸກຄົນ. ດ້ວຍມູນເຊື້ອອັນດີງາມຂອງຫ້ອງວ່າການສູນກາງພັກ ຊຶ່ງນັບແຕ່ມື້ໄດ້ຮັບການສ້າງຕັ້ງຂຶ້ນມາຮອດປັດຈຸບັນ ເປັນເວລາ 70 ປີນັ້ນ ໄດ້ຜ່ານຫຼາຍໄລຍະແຫ່ງການທົດສອບ, ຝຶກຝົນ, ໄດ້ຮັບການບູລະນະ, ປັບປຸງ ແລະ ເຕີບໃຫຍ່ເຂັ້ມແຂງຂຶ້ນ; ຜ່ານບັນດາຍຸກສະໄໝ, ໄລຍະປະຫວັດສາດອັນລະອິດລະອ້ຽວ ຊຶ່ງຕິດພັນ ແລະ ພາຍໃຕ້ການຊີ້ນໍາ-ນໍາພາໂດຍກົງຂອງສູນກາງພັກ, ການນໍາສູງສຸດຂອງພັກນັ້ນ, ຫ້ອງວ່າການສູນກາງພັກ ລ້ວນແຕ່ໄດ້ເຮັດສຳເລັດພາລະບົດບາດ, ໜ້າທີ່ອັນຫຍຸ້ງຍາກ, ສັບສົນ, ແຕ່ມີກຽດສະຫງ່າງາມ ໄດ້ເປັນຢ່າງດີ, ຮັບປະກັນໃຫ້ແກ່ການນໍາພາ-ຊີ້ນໍາ ແລະ ຍົກສູງຄຸນນະພາບການເຄື່ອນໄຫວວຽກງານຂອງສູນກາງພັກ.

ສະຫາຍ ບຸນທອງ ຈິດມະນີ ຍັງກ່າວສະແດງຄວາມເຊື່ອໝັ້ນວ່າ: ມູນເຊື້ອດັ່ງກ່າວ ບວກກັບຄວາມຫ້າວຫັນ, ຄວາມຮັບຜິດຊອບຂອງຄະນະພັກ-ຄະນະນໍາ, ສະມາຊິກພັກ, ພະນັກງານ-ລັດຖະກອນ ຫ້ອງວ່າການສູນກາງພັກ, ວຽກງານຂອງຫ້ອງວ່າການສູນກາງພັກ ຈະມີຜົນສຳເລັດໃໝ່ ທີ່ນັບມື້ນັບໃຫຍ່ຫຼວງ ແລະ ໜັກແໜ້ນກວ່າເກົ່າ.

(ຂ່າວ-ພາບ: ສຸກສະຫວັນ)

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments