Friday, March 28, 2025
Homeຂ່າວພາຍໃນ"ຝຶກອົບຮົມວຽກງານສະກັດກັ້ນ ແລະ ຕ້ານອັກຄີໄພໃຫ້ພະນັກງານ ໂຮງແຮມເສດຖາປາລາສ"

“ຝຶກອົບຮົມວຽກງານສະກັດກັ້ນ ແລະ ຕ້ານອັກຄີໄພໃຫ້ພະນັກງານ ໂຮງແຮມເສດຖາປາລາສ”

ພະແນກຕໍາຫຼວດສະກັດກັ້ນ ແລະ ຕ້ານອັກຄີໄພ ຫ້ອງຕໍາຫຼວດ ກອງບັນຊາການປ້ອງກັນຄວາມສະຫງົບ ນະຄອນຫຼວງວຽງຈັນ, ໄດ້ຈັດຝຶກອົບຮົມວຽກງານສະກັດກັ້ນ ແລະ ຕ້ານອັກຄີໄພ ໃຫ້ພະນັກງານ ໂຮງແຮມເສດຖາປາລາສ, ໃນວັນທີ 22 ມີນາ 2025 ນີ້, ໂດຍມີ ພັທ ບຸນຍົງ ໄຊປັນຍາ ຮອງຫົວໜ້າພະແນກຕຳຫຼວດສະກັດກັ້ນ ແລະ ຕ້ານອັກຄີໄພ, ຫ້ອງຕຳຫຼວດກອງບັນຊາການປ້ອງກັນຄວາມສະຫງົບ ນະຄອນຫຼວງວຽງຈັນ, ມີ ທ່ານ ນາງ ບົວສອນ ຄົງສະຫວາດ ຜູ້ຈັດການຕະຫຼາດ ໂຮງແຮມເສດຖາປາລາສ ພ້ອມພະນັກງານ ພະແນກການຕ່າງໆ ຂອງໂຮງແຮມເຂົ້າຮ່ວມ.

ໃນໂອກາດນີ້, ພັທ ບຸນຍົງ ໄຊປັນຍາ ຮອງຫົວໜ້າພະແນກຕຳຫຼວດສະກັດກັ້ນ ແລະ ຕ້ານອັກຄີໄພ ໄດ້ຍົກໃຫ້ເຫັນສະພາບການເກີດອັກຄີໄພໃນປະຈຸບັນ ເຊິ່ງເກີດມາຈາກຫລາຍສາເຫດເປັນຕົ້ນ ການປະໝາດຂາດຕິໃນການນຳໄຊ້ໄຟຟ້າ, ອຸປະກອນຮັບໃຊ້ໃນຄົວເຮືອນບໍ່ໄດ້ມາດຖານ, ຂາດການກວດກາເຄື່ອງໃຊ້ ແລະ ສາເຫດອື່ນໆ ເຊິ່ງມັນໄດ້ສ້າງຜົນເສຍຫາຍຢ່າງໃຫຍ່ຫຼວງແກ່ຊັບສິນຂອງລັດ ຂອງລວມໝູ່ ແລະ ບຸກຄົນ.

ພ້ອມນີ້ ທ່ານຍັງໄດ້ອະທິບາຍກ່ຽວ ຄວາມຮູ້ພື້ນຖານຂອງວຽກງານສະກັດກັ້ນ ແລະ ຕ້ານອັກຄີໄພ, ແນະນຳ ກົດໝາຍວ່າດ້ວຍການສະກັດກັ້ນ ແລະ ຕ້ານອັກຄີໄພ, ແນະນໍາການນໍາໃຊ້ອຸປະກອນມອດໄຟ, ວິທີກວດກາ ແລະ ບຳລຸງຮັກສາ, ຝຶກຊ້ອມການດັບມອດໄຟຕົວຈິງໂດຍນຳໃຊ້ມືເປົ່າ ແລະ ອຸປະກອນບັ້ງມອດໄຟ. ສາທິດການໜີເອົາຕົວລອດ, ການຊ່ວຍເຫຼືອຜູ້ປະສົບໄພອອກຈາກສະຖານທີ່ເກີດເຫດ, ການປະຖົມພະຍາບານຂັ້ນເບື້ອງຕົ້ນໃຫ້ແກ່ຜູ້ຖືກເຄາະຮ້າຍ ແລະ ອື່ນໆ.

ການຝຶກອົບຮົມໃນຄັ້ງນີ້ຈຸດປະສົງ ເພື່ອໃຫ້ນັກສໍາມະນາກອນ ໄດ້ຮັບຮູ້ຄວາມໝາຍ, ຄວາມສໍາຄັນຂອງວຽກງານສະກັດກັ້ນ ແລະ ຕ້ານອັກຄີໄພ, ຮັບຮູ້ກ່ຽວກັບ ລະບຽບກົດໝາຍ ວ່າດ້ວຍການສະກັດກັ້ນ ແລະ ຕ້ານອັກຄີໄພ, ຮັບຮູ້ກ່ຽວກັບຄວາມອັນຕະລາຍ, ຜົນຮ້າຍ ແລະ ສາເຫດທີ່ຈະພາໃຫ້ເກີດອັກຄີໄພ, ມີຄວາມຮູ້ພື້ນຖານກ່ຽວກັບວຽກງານສະກັດກັ້ນ ແລະ ຕ້ານອັກຄີໄພ. ເພື່ອເປັນການປ້ອງກັນ, ສະກັດກັ້ນບັນຫາອັກຄີໄພທີ່ອາດຈະເກີດຂື້ນ ແລະ ທັງເປັນການເຕືອນສະຕິໃຫ້ແກ່ພະນັກງານພາຍໃນໂຮງແຮມເສດຖາປາລາສ, ໃຫ້ມີຄວາມຮັບຮູ້ ແລະ ເຂົ້າໃຈຢ່າງເລີກເຊິ່ງ, ເມື່ອມີເຫດການເກີດຂື້ນໃຫ້ສາມາດຊ່ວຍເຫຼືອຕົນເອງ ແລະ ຊວຍໝູ່ເພື່ອນຮ່ວມງານ ຢູ່ພາຍໃນໂຮແຮມ ໄດ້ທັນເວລາ ແລະ ມີຄວາມປອດໄພ.

ພ້ອມນີ້ ພະແນກຕໍາຫຼວດສະກັດກັ້ນ ແລະ ຕ້ານອັກຄີໄພ ຫ້ອງຕໍາຫຼວດ ກອງບັນຊາການປ້ອງກັນຄວາມສະຫງົບ ນະຄອນຫຼວງວຽງຈັນ, ໄດ້ມອບໃບຢັ້ງຢືນທີ່ສໍາເລັດການຝຶກອົບຮົມໃນຄັ້ງນີ້ໃຫ້ ໂຮງແຮມເສດຖາປາລາສ, ໃຫ້ກຽດມອບໂດຍ ພັທ ບຸນຍົງ ໄຊປັນຍາ ຮອງຫົວໜ້າພະແນກຕຳຫຼວດສະກັດກັ້ນ ແລະ ຕ້ານອັກຄີໄພ.

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments