ໃນເວລາໃຫ້ສຳພາດຕໍ່ວິທະຍຸໂທລະພາບສູນກາງຈີນ ຫຼື CMG ໃນຫວ່າງມໍ່ໆມານີ້, ທ່ານ ກາວກິມຮຸນ, ເລຂາທິການອາຊຽນກ່າວວ່າ: ອາຊຽນ-ຈີນ ມີຜົນງານອັນອຸດົມສົມບູນໃນຂົງເຂດຕ່າງໆ ເຊັ່ນ: ເສດຖະກິດການຄ້າ, ການກໍ່ສ້າງພື້ນຖານໂຄງລ່າງ, ການປະດິດສ້າງດ້ານວິທະຍາສາດເຕັກໂນໂລຊີ, ການແລກປ່ຽນດ້ານວັດທະນະທຳ ແລະອື່ນໆ, ເຊິ່ງໄດ້ກາຍເປັນແບບຢ່າງດ້ານການຮ່ວມມືຕ່າງຝ່າຍຕ່າງໄດ້ຮັບຜົນປະໂຫຍດ ແລະຮ່ວມຊາຕາກຳໃຫ້ແກ່ພາກ ພື້ນອາຊີ-ປາຊີຟິກ ກໍຄືທົ່ວໂລກ.
ທ່ານກ່າວຕື່ມວ່າ: ໃນອະນາຄົດທີ່ບໍ່ດົນນີ້, ການຮ່ວມມືດ້ານເສດຖະກິດການຄ້າຈີນ-ອາຊຽນ ຈະກ້າວເຂົ້າສູ່ໜ້າໃໝ່ໃນປະຫວັດສາດ, ເຂດການຄ້າເສລີຈີນ-ອາຊຽນສະບັບ 3.0 ຈະກວມລວມບັນດາຂົງເຂດ, ໂດຍສະເພາະແມ່ນຂົງເຂດແບບບໍ່ແມ່ນດັ້ງເດີມ ຄື: ເສດຖະກິດດີຈີຕອນເປັນຕົ້ນຈະໄດ້ຮັບໂອກາດຮ່ວມມືຫຼາຍກວ່າເກົ່າ ເຊິ່ງຈະຊຸກຍູ້ໃຫ້ການໄປມາຫາສູ່ກັນດ້ານການຄ້າລະຫວ່າງອາຊຽນ-ຈີນມີຄວາມທັນສະໄໝ.
ທີ່ມາ: CMG