ເມື່ອບໍ່ດົນມານີ້, ຢູ່ສໍານັກງານປະທານາທິບໍດີ ແຫ່ງ ສາທາລະນະລັດ ບູນກາລີ, ທີ່ ນະຄອນຫລວງ ໂຊເຟຍ, ທ່ານ ໄມບົວ ໄຊຍະວົງ ໄດ້ເຂົ້າຍື່ນສານຕາຕັ້ງຕໍ່ ທ່ານ ຣູເມນ ຣາເດັບ (H.E Mr. Rumen RADEV) ປະທານາທິບໍດີ ແຫ່ງ ສາທາລະນະລັດ ບູນກາລີ ເພື່ອດຳລົງຕຳແໜ່ງ ເປັນເອກອັກຄະລັດຖະທູດ ວິສາມັນ ຜູ້ມີ ອຳນາດເຕັມ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ຄົນໃໝ່ ປະຈຳ ສາທາລະນະລັດ ບູນກາລີ, ຊຶ່ງມີສໍານັກງານຕັ້ງ ຢູ່ ນະຄອນຫລວງ ແບກແລງ, ປະເທດ ເຢຍລະມັນ.
ໃນໂອກາດດັ່ງກ່າວ, ທ່ານເອກອັກຄະລັດຖະທູດ ໄດ້ພົບປະກັບ ທ່ານ ປະທານາທິບໍດີ ຣູເມນ ຣາເດັບ ຊຶ່ງທ່ານໄດ້ສະແດງຄວາມຍິນດີຕ້ອນຮັບ ແລະ ຊົມເຊີຍ ທ່ານ ໄມບົວ ໄຊຍະວົງ ທີ່ໄດ້ຮັບການແຕ່ງຕັ້ງຈາກປະທານ ປະເທດ ແຫ່ງ ສປປ ລາວ ໄປດຳລົງຕຳແໜ່ງ ເປັນເອກອັກຄະລັດຖະທູດວິສາມັນ ຜູ້ມີອຳນາດເຕັມ ແຫ່ງ ສປປ ລາວ ຄົນໃໝ່ ປະຈຳ ສາທາລະນະລັດ ບູນກາລີ ແລະ ສະແດງຄວາມຫວັງວ່າໃນໄລຍະການປະຕິບັດໜ້າທີ່ ທ່ານ ເອກອັກຄະລັດຖະທູດ ຈະສາມາດຊ່ວຍສືບຕໍ່ເສີມຂະຫຍາຍ ການພົວພັນຮ່ວມມືສອງຝ່າຍຫລາຍຂົງເຂດໃນຕໍ່ໜ້າ, ພ້ອມທັງອວຍພອນ ທ່ານເອກອັກຄະລັດຖະທູດ ປະສົບຜົນສຳເລັດໃນການປະຕິບັດໜ້າທີ່ວຽກງານອັນມີ ກຽດຂອງ ຕົນຢູ່ ສາທາລະນະລັດ ບູນກາລີ ແລະ ບັນດາປະເທດ ທີ່ຮັບຜິດຊອບ.
ທ່ານເອກອັກຄະລັດຖະທູດ ໄດ້ສະແດງຄວາມຂອບໃຈ ຕໍ່ຄໍາເວົ້າອັນຈົບງາມ ແລະ ຖືໂອກາດດັ່ງກ່າວ ນຳ ເອົາຄວາມຢື້ຢາມຖາມຂ່າວອັນອົບອຸ່ນ ແລະ ພອນໄຊອັນປະເສີດ ຈາກ ທ່ານ ທອງລຸນ ສີສຸລິດ ປະທານປະເທດ ແຫ່ງ ສປປ ລາວ ເຖິງ ທ່ານ ປະທານາທິບໍດີ ຣູເມນ ຣາເດັບ ແລະ ຜ່ານທ່ານໄປຍັງລັດຖະບານ ແລະ ປະຊາຊົນ ບູນກາລີ ທຸກຖ້ວນໜ້າ, ພ້ອມທັງໄດ້ຕີລາຄາສູງຕໍ່ການພົວພັນ ທີ່ມີມູນເຊື້ອອັນດີງາມມາແຕ່ດົນນານ ລະຫວ່າງ ສປປ ລາວ ແລະ ສາທາລະນະລັດ ບູນກາລີ ນັບແຕ່ສ້າງຕັ້ງສາຍພົວພັນການທູດນໍາກັນໃນປີ 1962 ເປັນຕົ້ນມາ. ພ້ອມກັນນັ້ນ, ທ່ານທູດ ກໍໄດ້ຕາງໜ້າລັດຖະບານລາວ ສະແດງຄວາມຂອບໃຈຢ່າງຈິງໃຈ ຕໍ່ລັດຖະບານ ແລະ ປະຊາຊົນ ບູນກາລີ ທີ່ໄດ້ໃຫ້ການສະໜັບສະໜູນ ແລະ ການຊ່ວຍເຫລືອ ສປປ ລາວ ໄລຍະຜ່ານມາ ເປັນຕົ້ນ ດ້ານການສຶກສາ ແລະ ອື່ນໆ ເຊິ່ງຖືເປັນກໍາລັງແຮງສໍາຄັນປະກອບສ່ວນເຂົ້າໃນການສ້າງສາພັດທະນາເສດຖະກິດ-ສັງຄົມ ຂອງ ສປປ ລາວ. ພ້ອມກັນນັ້ນ, ຍັງໄດ້ແລກປ່ຽນຂໍ້ມູນ ແລະ ທ່າແຮງການຊຸກຍູ້ສົ່ງເສີມການພົວພັນຮ່ວມມື ໃນຂະແໜງການຄ້າ, ການລົງທຶນ, ການສຶກສາ ແລະ ການທ່ອງທ່ຽວ ລະຫວ່າງ ສອງປະເທດ ໃນອະນາຄົດ. ນອກນັ້ນ, ທ່ານເອກອັກຄະ ລັດຖະທູດ ໄດ້ອວຍພອນ ທ່ານປະທານາທິບໍດີ ຣູເມນ ຣາເດັບ ພ້ອມດ້ວຍຄອບຄົວ ມີພະລານາໄມສົມບູນ, ມີຄວາມຜາສຸກ ແລະ ປະສົບຜົນສໍາເລັດໃນໜ້າທີ່ວຽກງານອັນສູງສົ່ງ ຂອງທ່ານ.
ພາຍຫລັງສໍາເລັດການຍື່ນສານຕາຕັ້ງ, ທ່ານເອກອັກຄະລັດຖະທູດ ຍັງໄດ້ໄປວາງພວງມາລາ ທີ່ສຸສານນັກ ຮົບນິລະນາມ ຢູ່ນະຄອນຫລວງໂຊເຟຍ ຮ່ວມກັບເອກອັກຄະລັດຖະທູດ ຈາກປະເທດ ມົວຣິຕາເນຍ, ຊັງມາລິໂນ, ນອກແວ ແລະ ຊໍາບີ ທີ່ໄດ້ສໍາເລັດການຢືນສານຕາຕັ້ງຕໍ່ປະທານາທິບໍດີ ບູນກາລີ ໃນຄັ້ງນີ້.
ໃນໂອກາດໄປຍື່ນສານຄັ້ງນີ້, ທ່ານເອກອັກຄະລັດຖະທູດ ໄດ້ພົບປະເຮັດວຽກກັບ ຫົວໜ້າກົມພິທີການທູດ ແລະ ເຂົ້າຢ້ຽມຂໍ່ານັບ ທ່ານ ນາງ Maria Angueliava ຮອງລັດຖະມົນຕີກະຊວງການຕ່າງປະເທດ ບູນກາລີ ເພື່ອຍື່ນສໍາເນົາສານຕາຕັ້ງ, ແນະນໍາຕົວ ແລະ ແລກປ່ຽນຄໍາຄິດຄໍາເຫັນ ກ່ຽວກັບ ຊ່ອງທາງເສີມຂະຫຍາຍການພົວ ພັນຮ່ວມມື ລາວ-ບູນກາລີ ໃນຂະແໜງການທີ່ສອງປະເທດ ມີທ່າແຮງ ແລະ ຄວາມສົນໃຈຮ່ວມກັນໃນຕໍ່ໜ້າ.