Tuesday, March 25, 2025
Homeຂ່າວໜ້າໜຶ່ງຜົນສໍາເລັດການດໍາເນີນກອງປະຊຸມສະໄໝວິສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ IX

ຜົນສໍາເລັດການດໍາເນີນກອງປະຊຸມສະໄໝວິສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ IX

ທ່ານ ນາງ ອຳໄພວອນ ລ້ອມບຸນແພງ ກຳມະການສຳຮອງສູນກາງພັກ ຄະນະປະຈໍາສະພາແຫ່ງຊາດ ເລຂາທິການສະພາແຫ່ງຊາດ ຫົວໜ້າກອງເລຂານຸການກອງປະຊຸມສະໄໝວິສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ IX ໄດ້ຖະແຫຼງຂ່າວຜົນສໍາເລັດການດໍາເນີນກອງປະຊຸມດັ່ງກ່າວ ວ່າ:

ກອງປະຊຸມສະໄໝວິສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ IX ໄດ້ພິຈາລະນາ ຮັບຮອງເອົາບັນຫາສຳຄັນພື້ນຖານຂອງປະເທດຊາດ ໂດຍໄດ້ອອກເປັນ ມະຕິສະພາແຫ່ງຊາດ ຈໍານວນ 5 ສະບັບ ດັ່ງນີ້: ມະຕິ ວ່າດ້ວຍການຮັບຮອງເອົາການປັບປຸງລັດຖະທໍາມະນູນ ສະບັບປີ 2025, ມະຕິ ວ່າດ້ວຍການຮັບຮອງເອົາກົດໝາຍວ່າດ້ວຍ ການປົກຄອງທ້ອງຖິ່ນ ສະບັບປັບປຸງປີ 2025, ມະຕິ ວ່າດ້ວຍການຮັບຮອງເອົາກົດໝາຍວ່າດ້ວຍ ພະນັກງານ-ລັດຖະກອນ ສະບັບປັບປຸງປີ 2025, ມະຕິ ວ່າດ້ວຍການຮັບຮອງເອົາ ການປັບປຸງກົງຈັກການຈັດຕັ້ງຂອງລັດຖະບານ, ມະຕິ ວ່າດ້ວຍການຮັບຮອງເອົານະໂຍບາຍສົ່ງເສີມພິເສດສະເພາະ ໃຫ້ຜູ້ລົງທຶນໃນນິຄົມອຸດສາຫະກໍາ ອະມະຕະ.

ທ່ານນາງ ອຳໄພວອນ ລ້ອມບຸນແພງ ກ່າວຕື່ມວ່າ: ການປັບປຸງກົງຈັກການຈັດຕັ້ງຂອງລັດຖະບານ ຄືໂຮມກະຊວງແຜນການ ແລະ ການລົງທຶນ ເຂົ້າກັບ ກະຊວງການເງິນ ແລະ ເອີ້ນຊື່ວ່າ: “ກະຊວງການເງິນ”; ໂຮມກະຊວງພະລັງງານ ແລະ ບໍ່ແຮ່ ເຂົ້າກັບ ກະຊວງອຸດສາຫະກຳ ແລະ ການຄ້າ ແລະ ເອີ້ນຊື່ວ່າ: “ກະຊວງອຸດສາຫະກຳ ແລະ ການຄ້າ”; ໂຮມກະຊວງຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ເຂົ້າກັບ ກະຊວງກະສິກຳ ແລະ ປ່າໄມ້ ແລະ ເອີ້ນຊື່ວ່າ: “ກະຊວງກະສິກຳ ແລະ ສິ່ງແວດລ້ອມ”; ໂຮມກະຊວງພາຍໃນ ຂຶ້ນກັບຄະນະຈັດຕັ້ງສູນກາງພັກ, ເອົາວຽກຄຸ້ມຄອງລັດຖະກອນ, ວຽກແຂ່ງຂັນຍ້ອງຍໍ ແລະ ວຽກອື່ນໆ ທີ່ສອດຄ່ອງກັບພາລະບົດບາດຂອງ ຄະນະຈັດຕັ້ງສູນກາງພັກ ພ້ອມທັງຍົກຍ້າຍບຸກຄະລາກອນທີ່ເຮັດວຽກງານດັ່ງກ່າວ ໄປຂຶ້ນກັບຄະນະຈັດຕັ້ງສູນກາງພັກ; ໂອນວຽກປົກຄອງ, ວຽກແຜນທີ່, ວຽກຄຸ້ມຄອງມະຫາພາກດ້ານສາສະໜາ ແລະ ວຽກອື່ນໆ ພ້ອມທັງບຸກຄະລາກອນທີ່ເຮັດວຽກງານດັ່ງກ່າວ ໄປຂຶ້ນກັບຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ແລະ ກະຊວງ-ອົງການ ທີ່ເຫັນວ່າມີຄວາມສອດຄ່ອງ; ໂອນວຽກສື່ມວນຊົນ (ວຽກຖະແຫຼງຂ່າວ) ພ້ອມທັງຍົກຍ້າຍບຸກຄະລາກອນ ອອກຈາກກະຊວງຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ ໄປຂຶ້ນກັບຄະນະໂຄສະນາອົບຮົມສູນກາງພັກ ແລະ ປ່ຽນຊື່ກະຊວງຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ ເປັນຊື່ໃໝ່ເອີ້ນວ່າ: “ກະຊວງວັດທະນະທຳ ແລະ ທ່ອງທ່ຽວ”.

ສຳລັບ, ນະໂຍບາຍສົ່ງເສີມພິເສດສະເພາະ ໃຫ້ຜູ້ລົງທຶນໃນນິຄົມອຸດສາຫະກໍາ ອະມະຕະ ແມ່ນໄດ້ຮັບຮອງການຍົກເວັ້ນອາກອນກຳໄລ ໄລຍະເວລາ 30 ປີ ນັບແຕ່ມື້ອອກໃບຢັ້ງຢືນດໍາເນີນກິດຈະການ ສໍາລັບຜູ້ທີ່ມາລົງທຶນພາຍໃນ 7 ປີ ທໍາອິດ ພາຍຫຼັງທີ່ດຳລັດ ວ່າດ້ວຍນິຄົມອຸດສາຫະກຳ ອະມະຕະ ມີຜົນສັກສິດ ແລະ ລົງທຶນໃນຂະແໜງການສົ່ງເສີມພິເສດ ໃນ 4 ກຸ່ມ ກິດຈະການ ຄື: ອຸດສາຫະກຳປຸງແຕ່ງກະສິກຳ ທີ່ນໍາໃຊ້ວັດຖຸດິບພາຍໃນເປັນຕົ້ນຕໍ ເພື່ອສົ່ງອອກ ແລະ ຊົມໃຊ້ພາຍໃນ, ອຸດສາຫະກຳຜະລິດອຸປະກອນຂອງພະລັງງານທົດແທນ ລວມທັງແຜງ, ຊິ້ນສ່ວນພະລັງງານແສງອາທິດ, ອຸດສາຫະກຳຜະລິດລົດຍົນ ແລະ ອາໄຫຼ່, ອຸດສາຫະກຳຜະລິດອຸປະກອນໄຟຟ້າ ແລະ ເອເລັກໂຕຣນິກ.

ຄຽງຄູ່ກັບການພິຈາລະນາ ແລະ ຮັບຮອງເອົາບັນຫາສຳຄັນພື້ນຖານຂອງປະເທດຊາດດັ່ງກ່າວ, ໃນໄລຍະດຳເນີນກອງປະຊຸມ ມີປະຊາຊົນບັນດາເຜົ່າ ໄດ້ສົ່ງຄຳຄິດຄຳເຫັນຜ່ານໂທລະສັບສາຍດ່ວນ (156) ມາຍັງກອງປະຊຸມສະພາແຫ່ງຊາດ ມີທັງໝົດຈໍານວນ 282 ສາຍ, 134 ເລື່ອງ ຊຶ່ງພົວພັນເຖິງການພັດທະນາເສດຖະກິດ-ສັງຄົມ, ການຄຸ້ມຄອງບໍລິຫານລັດ, ການຊົດເຊີຍຜົນກະທົບຈາກໂຄງການພັດທະນາຕ່າງໆ. ຕໍ່ຄໍາຄິດເຫັນຂອງປະຊາຊົນທີ່ສົ່ງມານັ້ນ ສະພາແຫ່ງຊາດ, ກອງເລຂາກອງປະຊຸມຈະໄດ້ສັງລວມ ແລະ ມອບໃຫ້ກຳມາທິການທີ່ກ່ຽວຂ້ອງ ເພື່ອປະສານສົມທົບກັບ ກະຊວງ, ອົງການ, ອົງການປົກຄອງທ້ອງຖິ່ນ ໃນການຄົ້ນຄວ້າພິຈາລະນາແກ້ໄຂໃຫ້ຖືກຕ້ອງສອດຄ່ອງຕາມກົດໝາຍ ແລະ ລະບຽບການ.

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments