ພາຍໃຕ້ການນໍາພາຂອງພັກ ປປ ລາວ ຕະຫລອດໄລຍະ 70 ປີ ຜ່ານມາ, ພັກ ໄດ້ວາງນະໂຍບາຍການຕ່າງປະເທດ ທີ່ເເທດເໝາະກັບເເຕ່ລະຍຸກເເຕ່ລະສະໄໝ, ມີຄວາມສະຫລາດສ່ອງໃສ ໃນການປັບປ່ຽນນະໂຍ ບາຍ ໃຫ້ເເທດເໝາະກັບສະພາບການຕົວຈິງ, ພັກຍັງເປັນແກນນໍາທີ່ມີຄວາມເຂັ້ມແຂງ, ໜັກແໜ້ນ ເປັນເຈົ້າການນໍາພາປະເທດຊາດ ເຮັດວຽກງານການຕ່າງປະເທດ ສາມາດເຂົ້າຮ່ວມກັບທ່າອ່ຽງລວມຂອງຍຸກສະໄໝ, ເປັນເຈົ້າການເຊື່ອມໂຍງກັບພາກພື້ນ ແລະ ສາກົນ.
ສະຫາຍ ທອງສະຫວັນ ພົມວິຫານ ກຳມະການສູນກາງພັກ, ເລຂາຄະນະບໍລິຫານງານພັກກະຊວງ, ລັດ ຖະມົນຕີກະຊວງການຕ່າງປະເທດ ໃຫ້ສຳພາດໃນວັນທີ 19 ມີນາ 2025 ໂດຍໄດ້ຍົກໃຫ້ເຫັນມູນເຊື້ອແຫ່ງການເຕີບໃຫຍ່ຂະຫຍາຍຕົວຂອງພັກ ກໍຄື ມູນເຊື້ອແຫ່ງການຕໍ່ສູ້ປົກປ່ອຍປະເທດຊາດ ຂອງນັກຮົບປະຕິວັດ ພາຍໃຕ້ການນຳພາ-ຊີ້ນຳ ຂອງພັກ ປປ ລາວ ຈົນສາມາດຍາດໄດ້ໄຊຊະນະ ແລະ ສະຖາປານາ ສປປ ລາວ ໃນວັນທີ 2 ທັນວາ 1975 ຈົນຮອດປັດຈຸບັນ. ພ້ອມນີ້, ສະຫາຍ ຍັງໄດ້ຍົກໃຫ້ເຫັນການນໍາພາຂອງພັກ ຕໍ່ວຽກງານການຕ່າງ ປະເທດ ເຊິ່ງຕະຫລອດໄລຍະ 70 ປີ ຜ່ານມາ, ການເຄື່ອນໄຫວວຽກງານການຕ່າງປະເທດ ເເມ່ນໄດ້ຜັນຂະຫຍາຍແນວທາງການຕ່າງປະເທດຂອງພັກ ເຂົ້າໃນການເຄື່ອນໄຫວໃນເເຕ່ລະໄລຍະ ຢ່າງແທດເໝາະກັບສະພາບຄວາມເປັນຈິງ. ນັບແຕ່ມືສ້າງຕັ້ງ ພັກ ປປ ລາວ ເປັນຕົ້ນມາ ໄດ້ກຳນົດວຽກວຽກງານການຕ່າງປະເທດ ເປັນວຽກງານໜຶ່ງທີ່ສຳຄັນໃນການເຄື່ອນໄຫວຂອງພັກ, ໄດ້ຫັນເປັນອັນລະອຽດວຽກງານການຕ່າງປະເທດ ໃນແຕ່ລະໄລຍະ ແມ່ນມີຄວາມແຕກຕ່າງກັນ ໃນສະໄໝຕໍ່ສູ້ກູ້ຊາດ ຂະແໜງການຕ່າງປະເທດ ໄດ້ສຸມໃສ່ຮັກສາການພົວພັນທີ່ດີກັບບັນດາປະເທດ, ຍາດແຍ່ງເອົາການສະໜັບສະໜູນກັບບັນດາປະຊາຄົມຂອງໂລກ ຜູ້ຮັກຫອມສັນຕິພາບ ເພື່ອສະໜັບສະໜູນ ການຕໍ່ສູ້ອັນເປັນທຳຂອງປະຊາຊົນລາວ; ໄລຍະຫລັງການປົດປ່ອຍປະເທດຊາດ ເເຕ່ປີ 1975-1982 ພັກໄດ້ປະຕິບັດນະໂຍບາຍ ສັນຕິພາບ, ເອກະລາດ, ມິດຕະພາບ ແລະ ບໍ່ຮ່ວມກຸ່ມ ການທີ່ພັກເຮົາກຳນົດນະໂຍບາຍບໍ່ຮ່ວມກຸ່ມນັ້ນ ສະແດງໃຫ້ເຫັນທາງດ້ານຍຸດທະສາດ ກໍຄື ຍຸດໂທບາຍຂອງລາວ ເພື່ອແນໃສ່ຮັກສາສາຍພົວພັນສາມັກຄີກັບຂະບວນການບໍ່ຮ່ວມກຸ່ມ ເຊິ່ງເປັນກຸ່ມປະເທດທີ່ກ້າວໜ້າໃນໂລກ, ມີເປົ້າໝາຍຕ້ານຈັກກະພັດ ແລະ ລັດທິລ່າເມືອງຂຶ້ນ. ໄລຍະເເຕ່ປີ 1982-1986 ພັກ ໄດ້ອອກນະໂຍບາຍການຕ່າງປະເທດ ສັນຕິພາບ, ເອກະລາດ, ມິດຕະພາບ ແລະ ສັງຄົມນິຍົມ, ນັບແຕ່ກອງປະຊຸມໃຫຍ່ ຄັ້ງທີ IV ປີ 1986 ເປັນຕົ້ນມາ ພັກ ປປ ລາວ ໄດ້ຍຶດໝັ້ນໃນແນວທາງການຕ່າງປະເທດ ອັນສະເໝີຕົ້ນສະເໝີປາຍ ຄື: ສັນຕິພາບ, ເອກະລາດ, ມິດຕະພາບ ແລະ ການຮ່ວມມື ຈົນມາຮອດປັດຈຸບັນ ເຊິ່ງນະໂຍບາຍ ທີ່ໄດ້ກຳນົດໃນແຕ່ລະໄລຍະ ໂດຍສອດຄ່ອງກັບສະພາບຄວາມເປັນຈິງ ໃນພາກພື້ນ ແລະ ສາກົນ.
ສະຫາຍ ທອງສະຫວັນ ພົມວິຫານ ຍັງໃຫ້ຮູ້ອີກວ່າ: ຕະຫລອດໄລຍະ 70 ປີ ຜ່ານມາພາຍໃຕ້ການນຳພາຂອງພັກ ປປ ລາວ ເຮັດໃຫ້ວຽກງານການຕ່າງປະເທດ ມີຜົນສຳເລັດອັນພົ້ນເດັ່ນ ໃນຫລາຍດ້ານ ເປັນຕົ້ນ ດ້ານວຽກງານການທູດ ໄດ້ເປີດກວ້າງການພົວພັນກັບຕ່າງປະເທດ ເເບບຫລາຍທິດ, ຫລາຍຝ່າຍ, ຫລາຍຮູບການ ເປີດກ້ວາງເປັນແຕ່ລະບາດກ້າວຢ່າງເໝາະສົມ ຕາມເງື່ອນໄຂ ແລະ ຄວາມສາມາດຕົວຈິງ; ເອົາການພົວພັນດ້ານການເມືອງ, ການທູດ ຕິດພັນກັບການພົວພັນດ້ານເສດຖະກິດ, ປະຕິບັດນະໂຍບາຍການທູດເສດຖະກິດ, ການນທູດປ້ອງກັນເຫດ, ການທູດປະຊາຊົນ ຢ່າງເປີດກ້ວາງ ນັບແຕ່ຂັ້ນສູນກາງ ລົງເຖິງທ້ອງຖິ່ນ, ມາຮອດປັດຈຸບັນ ສປປ ລາວ ມີການພົວພັນທາງການທູດ ກັບ 151 ປະເທດ ແລະ ມີສຳນັກງານຕັ້ງຢູ່ຕ່າງປະເທດ 40 ກວ່າແຫ່ງ. ອັນພົ້ນເດັ່ນ ໃນຂົງເຂດພາກພືຶ້ນ ສປປ ລາວ ໄດ້ເຂົ້າເປັນສະມາຊິກອາຊຽນ ແລະ ໄດ້ເປັນເຈົ້າພາບຈັດກອງປະຊຸມສຸດຍອດອາຊຽນມາແລ້ວ 3 ຄັ້ງ. ນອກຈາກນັ້ນ, ໃນຂົງເຂດເສດຖະກິດ-ການຄ້າ-ການລົງທຶນ ຂະແໜງການຕ່າງປະເທດ ກໍໄດ້ປະກອບສ່ວນ ໃນການສ້າງເງື່ອນໄຂໂຄສະນາເຜີຍແຜ່ ເພື່ອດຶດດູດການລົງທຶນຈາກຕ່າງປະເທດ ແລະ ອື່ນໆ.
ໂອກາດດັ່ງກ່າວ, ສະຫາຍ ທອງສະຫວັນ ພົມວິຫານ ຍັງໄດ້ຕາງໜ້າໃຫ້ຄະນະພັກ ແລະ ສະມາຊິກພັກ-ພະນັກງານ ກະຊວງການຕ່າງປະເທດ ທຸກສະຫາຍ ສະແດງຄວາມຊົມເຊີຍ, ຍ້ອງຍໍສັນລະເສີນ ຕໍ່ການຊີ້ນໍາ-ນໍາພາອັນສະຫລາດສ່ອງໃສຢ່າງຮອບດ້ານ ຂອງບັນດາການນໍາພັກ ຕະຫລອດໄລຍະເວລາ 70 ປີ. ພ້ອມທັງ ສະແດງຄວາມຮູ້ບຸນຄຸນ ຕໍ່ການເສຍສະຫລະເລືອດເນື້ອ, ເຫື່ອແຮງ ແລະ ສະຕິປັນຍາ ຂອງບັນດາການນໍາພັກແຕ່ລະຮຸ່ນ ຕໍ່ການນໍາພາການປະຕິວັດລາວ ຈົນສາມາດເຕົ້າໂຮມຄວາມສາມັກຄີຊາດ-ຍາດໄດ້ທຸກໄຊຊະນະ, ພ້ອມທັງການສ້າງສາພັດທະນາປະເທດຊາດ ປະສົບຜົນສໍາເລັດຍິ່ງໃຫຍ່. ພ້ອມທັງ ອວຍພອນໃຫ້ບັນດາສະຫາຍການນໍາພັກ, ລັດ ຈົ່ງມີສຸຂະພາບເຂັ້ມແຂງ, ມີຜົນສໍາເລັດໃນໜ້າທີ່ການເມືອງ ອັນມີກຽດສະຫງ່າຂອງບັນດາສະຫາຍ ແລະ ສືບຕໍ່ໃຫ້ທິດຊີ້ນໍາ ແກ່ບັນດາສະມາຊິກພັກທົ່ວປະເທດ ນໍາເອົາຜົນສໍາເລັດອັນໃຫຍ່ຫລວງ ແລະ ສະຫງ່າງາມມາໃຫ້ປະເທດຊາດ.