Friday, March 28, 2025
Homeຂ່າວໜ້າໜຶ່ງລັດຖະບານ ສະເໜີຄົ້ນຄວ້ານະໂຍບາຍພິເສດສົ່ງເສີມ-ດຶງດູດການລົງທຶນ ໃນນິຄົມອຸດສາຫະກຳອະມະຕະ

ລັດຖະບານ ສະເໜີຄົ້ນຄວ້ານະໂຍບາຍພິເສດສົ່ງເສີມ-ດຶງດູດການລົງທຶນ ໃນນິຄົມອຸດສາຫະກຳອະມະຕະ

ໃນວາລະດຳເນີນກອງປະຊຸມສະໄໝວິສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດຊຸດທີ IX ວັນທີ 20 ມີນາ 2025 ນີ້, ທ່ານ ສະເຫລີມໄຊ ກົມມະສິດ ຮອງນາຍົກລັດຖະມົນຕີ ໄດ້ສະເໜີກ່ຽວກັບການຄົ້ນຄວ້າໃຫ້ນະໂຍບາຍພິເສດ ເພື່ອສົ່ງເສີມ ແລະ ດຶງດູດການລົງທຶນໃນນິຄົມອຸດສາຫະກຳ ເພື່ອໃຫ້ສະມາຊິກສະພາແຫ່ງຊາດ ປະຈຳເຂດເລືອກຕັ້ງຕ່າງໆ ພິຈາລະນາ, ປະກອບຄຳຄິດຄຳເຫັນ ແລະ ໃຫ້ການສະໜັບສະໜູນ ຕໍ່ນະໂຍບາຍດັ່ງກ່າວເພື່ອໃຫ້ລັດຖະບານ ສາມາດນໍາໃຊ້ເປັນເຄື່ອງມື ໃນການສົ່ງເສີມ ແລະ ດຶງດູດເອົາການລົງທຶນ ໃນນິຄົມອຸດສາຫະກຳອະມະຕະ (ເຊິ່ງເປັນໂຄງການພັດທະນານິຄົມອຸດສາຫະກໍາ ຢູ່ເມືອງນາໝໍ້ ແຂວງອຸດົມໄຊ ແລະ ເຂດນາເຕີຍ ແຂວງຫລວງນໍ້າທາ), ທັງປະກອບສ່ວນສົ່ງເສີມການສົ່ງອອກ, ການສ້າງວຽກເຮັດງານທໍາ ແລະ ດຶງດູດແຮງງານກັບຄືນປະເທດ ແນໃສ່ຍູ້ແຮງການຫັນເປັນອຸດສາຫະກຳ, ການຜະລິດອຸດສາຫະກຳປຸງແຕ່ງ, ຫັນປ່ຽນໂຄງປະກອບເສດຖະກິດ ຈາກການຂາຍວັດຖຸດິບ-ຂາຍຊັບພະຍາກອນທໍາມະຊາດ ໄປສູ່ການສ້າງພື້ນຖານການຜະລິດຢ່າງແຂງແຮງ ໃນປະເທດເຮົາ.

ທ່ານ ສະເຫລີມໄຊ ກົມມະສິດ ໄດ້ໃຫ້ຮູ້ວ່າ: ລັດຖະບານ ໄດ້ກຳນົດນະໂຍບາຍສົ່ງເສີມພິເສດ ເປັນຕົ້ນ ແມ່ນ ການຂໍຍົກເວັ້ນອາກອນກຳໄລ ໄລຍະ 30 ປີ ໃຫ້ຜູ້ລົງທຶນ ທີ່ເຂົ້າມາລົງທຶນພາຍໃນ 7 ປີ ພາຍຫລັງທີ່ ດຳລັດ ວ່າດ້ວຍນິຄົມອຸດສາຫະກຳອະມະຕະ ມີຜົນສັກສິດ ແລະ ລົງທຶນໃນຂະແໜງການສົ່ງເສີມພິເສດ 4 ກຸ່ມ ກິດຈະ ການ ຄື: ອຸດສາຫະກຳປຸງແຕ່ງກະສິກຳ ທີ່ນໍາໃຊ້ວັດຖຸດິບພາຍໃນເປັນຕົ້ນຕໍ ເພື່ອສົ່ງອອກ ແລະ ຊົມໃຊ້ພາຍໃນ; ອຸດສາຫະກຳຜະລິດອຸປະກອນ ຂອງພະລັງງານທົດແທນລວມທັງແຜງ, ຊິ້ນສ່ວນພະລັງງານແສງອາທິດ; ອຸດສາຫະ ກຳຜະລິດລົດ ແລະ ອາໄຫລ່ ແລະ ອຸດສາຫະກຳຜະລິດອຸປະກອນໄຟຟ້າ ແລະ ເອເລັກໂຕຣນິກ ໄດ້ຮັບການຍົກເວັ້ນອາກອນກຳໄລ ໄລຍະເວລາ 30 ປີ ນັບແຕ່ມື້ອອກໃບຢັ້ງຢືນດໍາເນີນກິດຈະການໂຮງງານ. ນະໂຍບາຍດັ່ງກ່າວ ທີ່ລັດຖະບານສະເໜີ ແມ່ນໄດ້ຜ່ານຂະບວນການ ແລະ ຂັ້ນຕອນ ທີ່ກຳນົດໃນກົດໝາຍວ່າດ້ວຍ ການສ້າງນິຕິກຳ, ໄດ້ຜ່ານກອງປະຊຸມສໍາມະນາເປີດກວ້າງຫລາຍຄັ້ງ, ໄດ້ຜ່ານກອງປະຊຸມຄະນະປະຈໍາສະພາ 3 ຄັ້ງ, ໄດ້ຜ່ານກອງປະຊຸມກົມການເມືອງສູນກາງພັກ ແລະ ໄດ້ຜ່ານກອງປະຊຸມຍົກສູງຄຸນນະພາບເນື້ອໃນ ໃຫ້ແກ່ກອງ ປະຊຸມວິສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ IX. ສາມາດເວົ້າໄດ້ວ່າ ຂະບວນການຄົ້ນຄວ້າ, ປະກອບຄໍາເຫັນ ແລະ ການປັບປຸງນິຕິກຳສະບັບນີ້, ແມ່ນມີລັກສະນະເປີດກວ້າງ, ໂປ່ງໃສ, ເລິກເຊິ່ງ ແລະ ຖືກຕ້ອງຕາມຂັ້ນຕອນ. ກົມການເມືອງສູນກາງພັກ ຈຶ່ງໄດ້ຊີ້ນໍາໃຫ້ນໍາເອົານະໂຍບາຍພິເສດດັ່ງກ່າວ, ມາທາບທາມ, ອະທິບາຍ ແລະ ຊີ້ແຈງ ໃຫ້ສະມາຊິກສະພາ ມີຄໍາເຫັນ ກ່ອນສະພາແຫ່ງຊາດ ຈະຕົກລົງຮັບຮອງ.

ພາຍຫລັງນະໂຍບາຍສົ່ງເສີມການພັດທະນານິຄົມອຸດສາຫະກໍາດັ່ງກ່າວ ໄດ້ຖືກຮັບຮອງ, ສະມາຊິກສະພາແຫ່ງຊາດ ຕ້ອງໄດ້ຮ່ວມກັບລັດຖະບານ ຕິດຕາມ, ຊຸກຍູ້ ແລະ ປະເມີນການຈັດຕັ້ງປະຕິບັດຕົວຈິງ ເພື່ອຖອດບົດ ຮຽນ ແລະ ມີຄໍາເຫັນໃຫ້ລັດຖະບານ ນໍາໄປປັບປຸງນະໂຍບາຍ ແລະ ນິຕິກຳ ທີ່ກ່ຽວຂ້ອງ ແນໃສ່ຮັບປະກັນໃຫ້ການພັດທະນາອຸດສາຫະກຳ ແລະ ກິດຈະກຳທີ່ກ່ຽວຂ້ອງ ແທດເໝາະກັບສະພາບຄວາມເປັນຈິງຂອງປະເທດເຮົາ, ສອດຄ່ອງກັບກົດໝາຍ ແລະ ນິຕິກຳລຸ່ມກົດໝາຍທີ່ວາງອອກ, ຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ຢ່າງແຂງແຮງຕາມທິດສີຂຽວ-ຍືນຍົງ ທັງຮັບປະກັນຜົນປະໂຫຍດສູງສຸດຂອງປະເທດຊາດ ແລະ ຂອງປະຊາຊົນ.

ຄຽງຄູ່ກັນນີ້, ລັດຖະບານ ກໍໄດ້ກຳນົດເງື່ອນໄຂສະເພາະ ສໍາລັບ ຜູ້ພັດທະນາ ແລະ ຜູ້ຈະມາລົງທຶນໃນນິຄົມອຸດສາ ຫະກຳອະມະຕະ ຈະໄດ້ຮັບນະໂຍບາຍພິເສດ ຄື: ລົງທຶນໃນເຂດທີ່ໄດ້ເຊັນສັນຍາກັບລັດຖະບານ ເປັນຕົ້ນ ລົງທຶນຢູ່ເມືອງນາໝໍ້ ແຂວງອຸດົມໄຊ ແລະ ເຂດນາເຕີຍ ແຂວງຫລວງນໍ້າທາ; ລົງທຶນໃນ 4 ກິດຈະກຳສົ່ງເສີມພິເສດ ທີ່ລັດຖະບານ ກຳນົດ ຄື: ອຸດສາຫະກຳປຸງແຕ່ງກະສິກຳ ທີ່ນໍາໃຊ້ວັດຖຸດິບຈາກພາຍໃນເປັນຫລັກ ເພື່ອສົ່ງອອກ; ອຸດສາຫະກຳຜະລິດແຜງພະລັງງານແສງຕາເວັນ ແລະ ພະລັງງານທົດແທນ; ອຸດສາຫະກຳຜະລິດລົດ ແລະ ອາໄຫລ່; ອຸດສາຫະກຳຜະລິດອຸປະກອນໄຟຟ້າ ແລະ ເອເລັກໂຕຣນິກ; ລົງທຶນພາຍໃນ 7 ປີ ນັບແຕ່ມື້ດຳລັດ ວ່າດ້ວຍ ນິຄົມອຸດສາຫະກຳອະມະຕະ ມີຜົນສັກສິດເປັນຕົ້ນໄປ; ຜູ້ພັດທະນາຕ້ອງປະຕິບັດພັນທະ 14 ຂໍ້ ຕາມທີ່ໄດ້ກຳນົດໄວ້ ແລະ ຕ້ອງປະຕິບັດ ພັນທະເພີ່ມເຕີມ ຈໍານວນ 10 ຂໍ້ຕາມທີ່ໄດ້ກຳນົດໄວ້ໃນມາດຕາ 14 ຂອງດໍາລັດນິຄົມອຸດສາຫະກຳອະມະຕະ.

ສຳລັບ ນະໂຍບາຍຍົກເວັ້ນອາກອນກຳໄລ 30 ປີ ແມ່ນໃຫ້ສະເພາະຜູ້ລົງທຶນໃນນິຄົມ (ຜູ້ມາສ້າງຕັ້ງໂຮງ ຈັກ-ໂຮງງານ). ສ່ວນຜູ້ພັດທະນາແມ່ນໄດ້ຮັບນະໂຍບາຍສົ່ງເສີມ ຕາມກົດໝາຍວ່າດ້ວຍການ ສົ່ງເສີມການລົງທຶນກຳນົດ ແລະ ຕ້ອງດຶງດູດ, ລະດົມທຶນເຂົ້າມາເຂດນິຄົມອຸດສະຫະກຳ 4,5-5 ຕື້ໂດລາສະຫະລັດ ໃນໄລຍະ 5-7 ປີ ພາຍຫລັງເລີ່ມຕົ້ນການພັດທະນາ.

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments