Monday, March 31, 2025
Homeຂ່າວໜ້າໜຶ່ງສພຊ ສະເໜີລັດຖະບານ ອອກນິຕິກຳ-ຊຸກຍູ້ ຜູ້ລົງທຶນໃຫ້ແທດເໝາະກັບຈຸດພິເສດ ຂອງນິຄົມອຸດສາຫະກຳ

ສພຊ ສະເໜີລັດຖະບານ ອອກນິຕິກຳ-ຊຸກຍູ້ ຜູ້ລົງທຶນໃຫ້ແທດເໝາະກັບຈຸດພິເສດ ຂອງນິຄົມອຸດສາຫະກຳ

ໃນກອງປະຊຸມສະໄໝວິສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດຊຸດທີ IX ວັນທີ 20 ມີນາ 2025 ນີ້, ທ່ານ ສົມມາດ ພົນເສນາ ຮອງປະທານສະພາແຫ່ງຊາດ ໄດ້ຕາງໜ້າໃຫ້ຄະນະປະຈຳສະພາແຫ່ງຊາດ ປະກອບຄຳຄິດຄຳເຫັນ ຕໍ່ບົດລາຍງານ ກ່ຽວກັບການຄົ້ນຄວ້າໃຫ້ນະໂຍບາຍພິເສດ ເພື່ອສົ່ງເສີມ ແລະ ດຶງດູດການລົງທຶນໃນນິຄົມອຸດສາຫະກຳ ທີ່ສະເໜີໂດຍ ທ່ານ ສະເຫລີມໄຊ ກົມມະສິດ ຮອງນາຍົກລັດຖະມົນຕີ ໂດຍເນັ້ນໃຫ້ລັດຖະບານ ເອົາໃຈໃສ່ຫລາຍບັນຫາສຳຄັນ ເປັນຕົ້ນ ໃຫ້ຄົ້ນຄວ້າອອກນິຕິກຳ, ກົນໄກຄຸ້ມຄອງ, ຊຸກຍູ້ຜູ້ລົງທຶນ ແລະ ຜູ້ພັດທະນາ ເພື່ອຮັບປະກັນໃຫ້ແກ່ການຊຸກຍູ້ ແລະ ສົ່ງເສີມ ດຶງດູດການລົງທຶນຈາກພາຍໃນ ແລະ ຕ່າງປະເທດ ໂດຍມີນິຕິກຳ ເປັນບ່ອນອີງໃນການຈັດຕັ້ງປະຕິບັດນະໂຍບາຍ ແນໃສ່ການພັດທະນານິຄົມອຸດສາຫະກຳ ອະມະຕະ ໃຫ້ມີຄວາມເຂັ້ມແຂງ ແລະ ຂະຫຍາຍຕົວ, ພ້ອມທັງຮັບປະກັນການຄຸ້ມຄອງການຈັດເກັບລາຍຮັບ ເຂົ້າງົບປະມານແຫ່ງລັດ.

ທ່ານ ສົມມາດ ພົນເສນາ ໄດໃຫ້ຮູ້ວ່າ: ເພື່ອຊຸກຍູ້, ສົ່ງເສີມ, ດຶງດູດການລົງທຶນຈາກພາຍໃນ ແລະ ຕ່າງປະ ເທດ ສະເໜີໃຫ້ລັດຖະບານ ເອົາໃຈໃສ່ ຄົ້ນຄວ້າອອກນິຕິກຳ ໃຫ້ເປັນອັນລະອຽດ ມີຄວາມຊັດເຈນ, ຮັດກຸມ ແລະ ແທດເໝາະກັບຈຸດພິເສດ ຂອງນິຄົມອຸດສາຫະກຳ ບົນພື້ນຖານຄວາມສອດຄ່ອງກັບນະໂຍບາຍສົ່ງເສີມພິເສດ ແລະ ນິຕິກຳທີ່ ກ່ຽວຂ້ອງ; ຄົ້ນຄວ້າໃຫ້ມີກົນໄກ ຄຸ້ມຄອງ, ໄລ່ລຽງ ແລະ ຈັດເກັບ ພາສີ, ອາກອນ, ຄ່າທໍານຽມ ແລະ ຄ່າບໍລິການ ຈາກຜູ້ພັດທະນາ ແລະ ຜູ້ລົງທຶນ ໃນນິຄົມອຸດສາຫະກຳ ໃຫ້ຄົບຖ້ວນ, ຖືກຕ້ອງ, ຮັບປະກັນ ຄວາມ ໂປ່ງໃສ ແລະ ສອດຄ່ອງກັບນິຕິກຳກ່ຽວຂ້ອງ; ຊຸກຍູ້ໃຫ້ຜູ້ລົງທຶນ ເຂົ້າໃນນິຄົມອຸດສາຫະກຳອະມະຕະ ນໍາທຶນເຂົ້າມາລົງທຶນ ໃຫ້ບັນລຸຕາມຕົວເລກຄາດໝາຍດຶງດູດການລົງທຶນ 5 ຕື້ໂດລາສະຫະລັດ; ຊຸກຍູ້ຜູ້ລົງທຶນມີການປະກອບ ສ່ວນໃນການພັດທະນາຂະແໜງອຸດສາຫະກຳ ເປັນຕົ້ນ ອຸດສາຫະກຳປຸງແຕ່ງຢູ່ພາຍໃນ ດ້ວຍການສ້າງສູນຄົ້ນຄວ້າ, ຖ່າຍທອດຄວາມຮູ້, ເຕັກໂນໂລຊີ ແລະ ນະວັດຕະກຳໃໝ່ ເພື່ອພັດທະນາສິນຄ້າ ທີ່ຜະລິດຢູ່ໃນນິຄົມອຸດສາຫະກຳ ໃຫ້ເປັນຜະລິດຕະພັນລາວ (Made in Laos) ທີ່ໄດ້ຮັບມາດຕະຖານສາກົນ; ຊຸກຍູ້ໃຫ້ຜູ້ພັດທະນາຈັດຕັ້ງປະຕິບັດການຊົດເຊີຍ, ຈັດສັນທີ່ດິນປຸກສ້າງ, ທີ່ດິນທຳການຜະລິດ ແລະ ອາຊີບຄົງທີ່ ໃຫ້ປະຊາຊົນຜູ້ທີ່ໄດ້ຮັບຜົນກະທົບ ຈາກການພັດທະນາໂຄງການ ລວມທັງການປະກອບສ່ວນໃນການພັດທະນາຊຸມຊົນ ແລະ ທ້ອງຖິ່ນ ທີ່ນິຄົມອຸດສາຫະກຳຕັ້ງຢູ່.

ພ້ອມນີ້, ກໍໃຫ້ຊຸກຍູ້ຜູ້ພັດທະນາ ແລະ ຜູ້ລົງທຶນ ໃຫ້ບຸລິມະສິດ ແລະ ນໍາໃຊ້ແຮງງານພາຍໃນ, ຍົກລະດັບ ແລະ ພັດທະນາສີມືແຮງງານ ໃນການນໍາໃຊ້ເຕັກໂນໂລຊີ ໃຫ້ແຮງງານດັ່ງກ່າວ ຮັບປະກັນທັງປະລິມານ ແລະ ຄຸນນະພາບ ໃນການສະໜອງຕາມຄວາມຕ້ອງການ ຂອງຕະຫລາດແຮງງານພາຍໃນ; ຕ້ອງມີກົນໄກການບໍລິການປະຕູດຽວ ຮັບປະກັນໃຫ້ມີ ຄວາມສະດວກ, ວ່ອງໄວ, ໂປ່ງໃສ ແລະ ກວດສອບໄດ້; ຕ້ອງມີກົນໄກການປະສານງານ ໃນການຄຸ້ມຄອງນິຄົມອຸດສາຫະກຳ ລະຫວ່າງ ສູນກາງ ແລະ ທ້ອງຖິ່ນ, ຂະແໜງການສູນກາງ ແລະ ທ້ອງຖິ່ນ ດ້ວຍກັນ ໃຫ້ມີຄວາມໂລ່ງລ່ຽນ, ມີປະສິດທິພາບ ແລະ ມີປະສິດທິຜົນ; ມີກົນໄກ ຕິດຕາມ, ກວດກາ ແລະ ປະເມີນຜົນການເຄື່ອນໄຫວລົງທຶນພັດທະນານິຄົມອຸດສາຫະກຳ ໃນທຸກໆປີ 7 ປີທໍາອິດ ແລ້ວສະຫລຸບລາຍງານຜົນການປະເມີນດັ່ງກ່າວ ຕໍ່ຄະນະປະຈຳສະພາແຫ່ງຊາດ ເພື່ອພິຈາລະນາ; ຊຸກຍູ້ໃຫ້ຜູ້ພັດທະນາ ແລະ ຜູ້ລົງທຶນ ໃຫ້ການຮ່ວມມື ແລະ ປະກອບສ່ວນ ເຂົ້າໃນວຽກງານ ປ້ອງກັນຄວາມສະຫງົບ, ຄວາມປອດໄພ ແລະ ຄວາມເປັນລະບຽບຮຽບຮ້ອຍພາຍໃນນິຄົມອຸດສາຫະກຳ.

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments