Monday, March 31, 2025
Homeຂ່າວການເມືອງຂະແໜງຈັດຕັ້ງທຸກຂັ້ນ ຈົ່ງສືບຕໍ່ບຸກບືນກ້າວຂຶ້ນ ແລະ ມີຜົນງານໃໝ່ໃຫຍ່ຫຼວງກວ່າເກົ່າ

ຂະແໜງຈັດຕັ້ງທຸກຂັ້ນ ຈົ່ງສືບຕໍ່ບຸກບືນກ້າວຂຶ້ນ ແລະ ມີຜົນງານໃໝ່ໃຫຍ່ຫຼວງກວ່າເກົ່າ

ໃນໂອກາດເຂົ້າຮ່ວມພິທີສະເຫຼີມສະຫຼອງ 70 ປີ, ວັນສ້າງຕັ້ງ ຄະນະຈັດຄັ້ງສູນກາງພັກ (ຄຈສພ) ຈັດຂຶ້ນເມື່ອບໍ່ດົນມານີ້ສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ ປະທານປະເທດ ໄດ້ກ່າວສູນທອນພົດ. ສະຫາຍໄດ້ຮຽກຮ້ອງມາຍັງຂະແໜງຈັດຕັ້ງທຸກຂັ້ນ ຈົ່ງສືບຕໍ່ບຸກໜ້າບືນຕົວກ້າວຂຶ້ນ ແລະ ມີຜົນງານໃໝ່ທີ່ໃຫຍ່ຫຼວງກວ່າເກົ່າ ໂດຍເອົາໃຈໃສ່ບາງຈຸດສຳຄັນ ດັ່ງນີ້:

1). ພັກປະຊາຊົນປະຕິວັດລາວ ຍາມໃດກໍໃຫ້ຄວາມສໍາຄັນ ຕໍ່ການຈັດຕັ້ງຮາກຖານພັກສະເໜີມາແລະ ຖືເອົາການກໍ່ສ້າງ, ປັບປຸງການຈັດຕັ້ງຮາກຖານພັກ ເປັນໜ້າທີ່ຍຸດທະສາດຍາວນານ, ພົວ ພັນເຖິງການຄົງຕົວ, ການຂະຫຍາຍຕົວຂອງພັກ ແລະ ຂອງລະ ບອບການເມືອງຢູ່ປະເທດເຮົາ. ດັ່ງນັ້ນ, ການເອົາໃຈໃສ່ຊີ້ນໍາປັບປຸງເນື້ອໃນ, ວິທີການໃນການກໍ່ສ້າງ, ປັບປຸງການຈັດຕັ້ງຮາກຖານພັກ ຢ່າງຕໍ່ເນື່ອງ ເພື່ອສ້າງໃຫ້ການຈັດຕັ້ງຮາກຖານພັກ ມີຄວາມໜັກ ແໜ້ນ, ເຂັ້ມແຂງ, ສາມາດດໍາລົງບົດບາດເປັນແກນນໍາໃນລະບົບ ການເມືອງຢູ່ຂັ້ນຮາກຖານ ເພື່ອນໍາພາ-ຊີ້ນໍາ ການຈັດຕັ້ງປະຕິບັດໜ້າທີ່ການເມືອງຂອງຮາກຖານ ໃຫ້ປະກົດຜົນເປັນຈິງ. ພັກເຮົາ ໄດ້ວາງຍຸດທະສາດໃນການກໍ່ສ້າງ-ປັບປຸງໜ່ວຍພັກ ເປັນແຕ່ລະໄລຍະ ຊຶ່ງປັດຈຸບັນ, ທົ່ວພັກ ພວມນໍາພາຈັດຕັ້ງປະຕິບັດແຜນ ການກໍ່ສ້າງໜ່ວຍພັກ ປອດໃສ, ເຂັ້ມແຂງ, ໜັກແໜ້ນ.

ສະນັ້ນ, ຄະນະພັກ, ຂະແໜງຈັດຕັ້ງທຸກຂັ້ນ ຕ້ອງໄດ້ອອກແຮງສືບຕໍ່ເສີມຂະຫຍາຍມູນເຊື້ອອັນສະຫງ່າງາມ ໃນຕະຫຼອດໄລຍະ 70 ປີ ແຫ່ງການເຕີບໃຫຍ່ຂະຫຍາຍຕົວຂອງວຽກງານກໍ່ສ້າງພັກ- ພະນັກງານ ແລະ ປັບປຸງກົງຈັກການຈັດຕັ້ງ, ຍົກສູງຄວາມສາ ມາດໃນການເຄື່ອນໄຫວ ຢ່າງຫ້າວຫັນກວ່າ, ມີປະສິດທິຜົນກວ່າ ແມ່ນມີຄວາມສຳຄັນທີ່ສຸດ. ຄວາມຮຽກຮ້ອງຕ້ອງການໃນສະ ພາບການໃໝ່ ບໍ່ອະນຸຍາດໃຫ້ພັກເຮົາ, ພະນັກງານເຮົາຢູ່ໃນສະພາບຢ້ຳເທົ່າ ຫຼືຖອຍຫຼັງໄດ້. ຍົກສູງຄວາມຮັບຜິດຊອບໃນການ ປະຕິບັດພາລະບົດບາດກ່ຽວກັບວຽກງານກໍ່ສ້າງພັກ ໂດຍສະ ເພາະ ການກໍ່ສ້າງພັກ ປອດໃສ, ເຂັ້ມແຂງ, ໜັກແໜ້ນ ຕ້ອງບໍ່ແລ່ນນໍາປະລິມານ, ແຕ່ຖືຄຸນນະພາບເປັນກົກ. ອັນນີ້ ຍັງແມ່ນເປັນຫົວໃຈສຳຄັນໃນການປ່ຽນແປງໃໝ່ ກ່ຽວກັບວຽກງານຈັດ ຕັ້ງ ແລະ ພະນັກງານໃນຕໍ່ໜ້າ.

2). ພະນັກງານ ແມ່ນກໍາລັງການເມືອງຫຼັກແຫຼ່ງ ໃນພາລະກິດປະຕິວັດຂອງພັກເຮົາ, ເປັນຜູ້ຕັດສິນຜົນໄດ້-ຜົນເສຍ ຂອງການຈັດຕັ້ງປະຕິບັດແນວທາງ, ນະໂຍບາຍຂອງພັກ ແລະ ລັດ. ດັ່ງນັ້ນ, ການອົບຮົມບົ່ມເພາະຈາກພັກ ໃຫ້ເປັນຜູ້ຈົງຮັກພັກດີ, ຮັບໃຊ້ປະຊາຊົນ ແລະ ປະເທດຊາດ ດ້ວຍຄວາມບໍລິສຸດໃຈ ຍັງເປັນພາລະໜ້າທີ່ສຳຄັນຂອງວຽກງານຈັດຕັ້ງ ແລະ ພະນັກງານ. ສ້າງການຫັນປ່ຽນຢ່າງແຂງແຮງ ແລະ ເລິກເຊິິ່ງ ວຽກງານພະນັກງານ ຕ້ອງຕິດພັນກັບການແກ້ໄຂບັນຫາຢ່າງເປັນລະບົບ ນັບແຕ່ການຫຼຸດຜ່ອນຈໍານວນພະນັກງານດ້ວຍຫຼາຍວິທີ, ມີກົນໄກທີ່ສອດ ຄ່ອງ, ປັບປຸງກົງຈັກການຈັດຕັ້ງພັກ-ລັດ, ອົງການຈັດຕັ້ງມະຫາ ຊົນ, ລັດວິສາຫະກິດ, ການເມືອງ, ສັງຄົມ ແລະ ເປັນທັນສະໄໝ. ຍົກສູງຄວາມຮັບຜິດຊອບການເມືອງ, ຄວາມຮັບຜິດຊອບດ້ານວິໄນຂອງພະນັກງານທຸກລະດັບ, ທຸກພາກສ່ວນ. ເດັດດ່ຽວແກ້ ໄຂບັນຫາການເສື່ອມຖອຍດ້ານມານະຈິດປະຕິວັດ, ທາດແທ້ຄຸນທາດການເມືອງ, ຄຸນສົມບັດສິນທໍາປະຕິວັດ, ການຫັນປ່ຽນດ້ວຍຕົນເອງ ຕ້ານກົນອຸບາຍຫັນປ່ຽນໂດຍສັນຕິຂອງອິດທິກໍາ ລັງປໍລະປັກທີ່ສົ່ງຜົນກະທົບ ຕໍ່ຄວາມໝັ້ນຄົງຂອງຊາດ, ຂອງລະບອບການເມືອງ.

ສະນັ້ນ, ວຽກພະນັກງານ ແມ່ນຄວາມຮັບຜິດຊອບໂດຍກົງ ຂອງຄະນະພັກແຕ່ລະຂັ້ນ, ຕ້ອງຮັບປະກັນຫຼັກການລວມສູນປະຊາທິປະໄຕ ຕໍ່ກັບບັນຫາພະນັກງານ ແນໃສ່ຄັດຈ້ອນໃຫ້ໄດ້ຄົນດີ, ຄົນເກັ່ງ,ຜູ້ທີ່ມີຄວາມເສຍສະຫຼະ ເພື່ອວຽກງານ ເພື່ອສ່ວນລວມ. ເດັດດ່ຽວແກ້ໄຂປະກົດການຂອງລັດທິເອກະຊົນ, ອັດຕະວິໄສ, ພັກພວກ, ຈຸ້ມເຈື້ອ, ທ້ອງຖິ່ນ ແລະ ກຸ່ມຜົນປະ ໂຫຍດ. ໃນເວລາດຽວກັນ, ກໍເດັດດ່ຽວແກ້ໄຂຄວາມມີອະຄະຕິຕໍ່ພະນັກງານ… ສ້າງໃຫ້ພະນັກງານຮູ້ເສຍສະຫຼະເພື່ອສ່ວນລວມ, ນັບຖືກົດເກນເຂົ້າ-ອອກ, ຂຶ້ນ-ລົງ ໃຫ້ກາຍເປັນສະພາບປົກກະຕິ ແລະ ຕ້ອງເປັນໄປ.

3). ບັນດາສະຫາຍ ທີ່ເຮັດວຽກຈັດຕັ້ງ ແລະ ພະນັກງານ ເວລານີ້ຍິ່ງກວ່າເວລາໃດໝົດ ຕ້ອງເພີ່ມທະວີການປະສານສົມທົບ ຢ່າງແໜ້ນແຟ້ນ ລະຫວ່າງ ອົງການຂອງພັກ ກັບອົງການຈັດຕັ້ງລັດ, ອົງການຈັດຕັ້ງມະຫາຊົນ; ລະຫວ່າງອົງການຂອງສູນກາງ ແລະ ທ້ອງຖິ່ນ ສຸມໃສ່ປະຕິບັດມະຕິຂອງກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ ໂດຍເອົາການຜັນຂະຫຍາຍບັນດາມະຕິຂອງພັກ, ກົດ ໝາຍ ແລະ ນິຕິກໍາຂອງລັດ ກ່ຽວກັບວຽກງານປັບປຸງສັບຊ້ອນ ແລະ ຈັດວາງພະນັກງານ ໃຫ້ຮັບປະກັນປະສິດທິພາບ, ກະທັດຮັດ, ຮັດກຸມ ຕິດພັນກັບສະພາບຕົວຈິງ ແລະ ຕອບສະໜອງໄດ້ ຄວາມຮຽກຮ້ອງຕ້ອງການຂອງວຽກງານໃນໄລຍະໃໝ່. ສ້າງກົນ ໄກ ແລະ ລະບຽບການຢ່າງເຂັ້ມງວດໂປ່ງໃສ ແລະ ຍຸຕິທຳ ເພື່ອສະກັດກັ້ນ ແລະ ແກ້ໄຂການສໍ້ລາດບັງຫຼວງ, ປະກົດການຫຍໍ້ທໍ້ ໃນຖັນແຖວພະນັກງານ.

ມະຕິຂອງຄະນະບໍລິຫານງານສູນກາງພັກ ກຳນົດອອກຕໍ່ວຽກງານປັບປຸງກົງຈັກການຈັດຕັ້ງ, ວຽກງານປັບປຸງລະບົບການ ປົກຄອງທ້ອງຖິ່ນຄືນໃໝ່ ແລະ ວຽກງານສັບຊ້ອນ ຈັດວາງພະ ນັກງານຄັ້ງນີ້ ແມ່ນມີຄວາມໝາຍສຳຄັນ ເປັນຄວາມຮຽກຮ້ອງຕ້ອງການທີ່ຈຳເປັນພາວະວິໄສ ເພື່ອແກ້ໄຂບັນຫາຂອງພັກຂອງຊາດ.

ດັ່ງນັ້ນ, ຈຶ່ງເປັນພາລະໜ້າທີ່ຂອງທຸກການຈັດຕັ້ງ-ພະນັກງານ, ສະມາຊິກພັກທຸກຄົນ ຕ້ອງໄດ້ມີພັນທະເຂົ້າຮ່ວມໃນການຈັດຕັ້ງປະຕິບັດ. ທັງນີ້ ເພື່ອສ້າງຂະບວນການນຳໄປສູ່ກອງປະຊຸມໃຫຍ່ ຄັ້ງທີ XII ຂອງພັກເຮົາ ທີ່ຈະເປີດຂຶ້ນໃນຕໍ່ໜ້ານີ້.

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments