Friday, March 28, 2025
Homeຂ່າວໜ້າໜຶ່ງລັດຖະບານ ສະເໜີນະໂຍບາຍຍົກເວັ້ນການເກັບອາກອນກຳໄລໃຫ້ແກ່ນິຄົມອຸດສາຫະກຳອຳມະຕະ ເປັນເວລາ 30 ປີ

ລັດຖະບານ ສະເໜີນະໂຍບາຍຍົກເວັ້ນການເກັບອາກອນກຳໄລໃຫ້ແກ່ນິຄົມອຸດສາຫະກຳອຳມະຕະ ເປັນເວລາ 30 ປີ

ໃນວາລະການດຳເນີນກອງປະຊຸມສະໄໝວິສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 20 ມີນາ 2025 ໂດຍການເປັນປະທານຂອງທ່ານ ໄຊສົມພອນ ພົມວິຫານ ປະທານສະພາແຫ່ງຊາດ ມີບັນດາການນຳຂັ້ນສູງ, ບັນດາສະມາຊິກສະພາແຫ່ງຊາດແຕ່ລະເຂດເລືອກຕັ້ງເຂົ້າຮ່ວມ.

ທ່ານ ສະເຫຼີມໄຊ ກົມມະສິດ ຮອງນາຍົກລັດຖະມົນຕີ ໄດ້ຂຶ້ນສະເໜີ ກ່ຽວກັບນະໂຍບາຍສົ່ງເສີມພິເສດ ແກ່ການລົງທຶນໃນນິຄົມອຸດສາຫະກຳ ບາງຕອນວ່າ: ນິຄົມອຸດສາຫະກໍາອໍາ ມະຕະ ເຊິ່ງເປັນໂຄງການພັດທະນານິຄົມອຸດສະຫະກໍາ ທີ່ຕັ້ງຢູ່ເມືອງນາໝໍ້, ແຂວງອຸດົມໄຊ ແລະ ນາເຕີຍ, ເມືອງຫຼວງນໍ້າທາ, ແຂວງຫຼວງນໍ້າທາ ນັ້ນເເມ່ນນະໂຍບາຍທີ່ກ່ຽວພັນກັບການຍົກເວັ້ນອາກອນກຳໄລ ໃນໄລຍະ 30 ປີ ໃຫ້ແກ່ຜູ້ລົງທຶນໃນນິຄົມອຸດສາຫະກໍາດັ່ງກ່າວ. ນະໂຍບາຍຍົກເວັ້ນການເກັບອາກອນກຳໄລ 30 ປີ ດັ່ງກ່າວ ເປັນນະໂຍບາຍສູງ ເມື່ອທຽບໃສ່ການໃຫ້ນະໂຍບາຍດັ່ງກ່າວ ຢູ່ປະເທດໃນພາກພື້ນອາຊຽນ, ແຕ່ເປັນຫຍັງລັດຖະບານຈຶ່ງເຫັນວ່າມີຄວາມຈໍາເປັນ? ທັງນີ້ກໍ່ຍ້ອນວ່າ:

1) ປະເທດເຮົາມີຂໍ້ຈໍາກັດຫຼາຍດ້ານ ເມື່ອທຽບກັບປະເທດເພື່ອບ້ານ, ເປັນຕົ້ນ: ທີ່ຕັ້ງພູມສັນຖານຂອງໂຄງການບໍ່ເອື້ອອຳນວຍ; ໃນຄະນະດຽວກັນ ພື້ນຖານໂຄງລ່າງຍັງບໍ່ໄດ້ຮັບການພັດທະນາ, ຜູ້ພັດທະນານິຄົມ ຈຳເປັນຕ້ອງໄດ້ລົງທຶນຫຼາຍ.

2) ຕະຫຼາດພາຍໃນຂອງເຮົາມີຈຳກັດ, ໃນຂະນະທີ່ຄວາມສະດວກຂອງການລົງທຶນໃນປະເທດເຮົາ ກໍ່ຢູ່ໃນອັນດັບທີ່ຕໍ່າຫຼາຍ (154 ຈາກ 190 ປະເທດ).

3) ປະເທດເຮົາຍັງສືບຕໍ່ປະເຊີນກັບຄວາມຫຍຸ້ງຍາກທາງດ້ານເສດຖະກິດ-ການເງິນ, ແຫຼ່ງທຶນມາກະຕຸ້ນເສດຖະກິດຍັງຈຳກັດ, ແຮງງານໜຸ່ມເຄື່ອນຍ້າຍໄປເຮັດວຽກຢູ່ຕ່າງປະເທດ ເປັນຈຳນວນຫຼວງຫຼາຍອັນ ເຮັດໃຫ້ຂາດແຄນແຮງງານ; ໃນຂະນະດຽວກັນ, ຫຼາຍປີມານີ້ ການລົງທຶນຂອງຕ່າງປະເທດ ໃນຂົງເຂດອຸດສາຫະກຳປຸງແຕ່ງ ຂອງພວກເຮົາມີຈຳກັດ, ສ່ວນໃຫຍ່ເເມ່ນສຸມໃສ່ຂະເເໜງພະລັງງານ ເເລະ ບໍ່ແຮ່ ເທົ່ານັ້ນ. ດັ່ງນັ້ນ, ການຍົກເວັ້ນການເກັບອາກອນກໍາໄລດັ່ງກ່າວນີ້ ຈຶ່ງເປັນເຄື່ອງມືທີ່ສຳຄັນຂອງລັດຖະບານ ເພື່ອດຶງດູດ ແລະ ກະຕຸ້ນການລົງທຶນໃນຂະແໜງອຸດສາຫະກຳປຸງແຕ່ງ, ສ້າງວຽກເຮັດງານທຳ ເເລະ ດຶງດູດເເຮງງານກັບຄືນປະເທດ, ດຶງເມັດເງິນເຂົ້າປະເທດ ເພື່ອປະກອບສ່ວນສ້າງຄວາມໝັ້ນຄົງ ເເລະ ສະຖຽນລະພາບທາງດ້ານການເງິນ ເເລະ ເງິນຕາໃຫ້ເເກ່ປະເທດເຮົາ.

4) ປະເທດເຮົາຕ້ອງແຂ່ງຂັນ ກັບປະເທດອື່ນໃນການສົ່ງເສີມ ແລະ ຍາດແຍ່ງການລົງທຶນຕ່າງປະເທດ. ພາຍຫຼັງການແຜ່ລະບາດພະຍາດໂຄວິດ-19, ການລົງທຶນຂອງຕ່າງປະເທດ ໃນອາຊຽນກໍ່ຟື້ນຕົວ, ແຕ່ການລົງທຶນສ່ວນໃຫຍ່ແມ່ນໄຫຼໄປສູ່ປະເທດ ທີ່ມີເງື່ອນໄຂພາຍໃນດີກວ່າ ເຊັ່ນ: ສິງກະໂປ, ອິນໂດເນເຊຍ ແລະ ຫວຽດນາມ ເຊິ່ງສາມາດຍາດແຍ່ງໄດ້ຫລາຍກວ່າໝູ່, ໃນຂະນະທີ່ມາເລເຊຍ, ໄທ ແລະ ຟິລິບປິນ ກໍ່ກຳລັງປັບປຸງນະໂຍບາຍ ແລະ ປັດໃຈພາຍໃນຢ່າງແຂ່ງຂັນ. ສຳລັບປະເທດເຮົາ, ການໃຫ້ນະໂຍບາຍຍົກເວັ້ນອາກອນກຳໄລ ສູງສຸດ 30 ປີ ໃນເຂດນິຄົມອຸດສາຫະກຳອຳມະຕະ ແມ່ນນະໂຍບາຍສູງສຸດກວ່າປະເທດອື່ນກໍ່ຈິງ, ແຕ່ກໍ່ເພື່ອທົດແທນຈຸດດ້ອຍທີ່ເຮົາຍັງບໍ່ສາມາດແຂ່ງຂັນກັບປະເທດເພື່ອນບ້ານອາຊຽນໄດ້.

5) ປະເທດເຮົາຄວນຈັບເອົາໂອກາດ ຂອງການເຄື່ອນຍ້າຍການລົງທຶນຕ່າງປະເທດ ໃນສະພາບການປ່ຽນແປງ ທາງດ້ານພູມສາດການເມືອງ ແລະ ເສດຖະກິດທີ່ກຳລັງນັບມື້ນັບຮຸນແຮງ ແລະ ຄາດຄະເນໄດ້ຍາກ ເຊິ່ງເຮັດໃຫ້ນັກລົງທຶນຢູ່ຫລາຍປະເທດໄດ້ເຄື່ອນຍ້າຍ ຫຼື ກໍາລັງພິຈາລະນາຈະເຄື່ອນຍ້າຍຖານການຜະລິດຂອງຕົນ ຈາກປະເທດໜຶ່ງໄປສູ່ພາກພື້ນ ຫລື ປະເທດອື່ນ. ຖ້າເຮົາບໍ່ຍາດແຍ່ງເອົາໂອກາດດັ່ງກ່າວ, ນັກລົງທຶນກໍ່ຈະໄປລົງທຶນຢູ່ບ່ອນອື່ນ ເພາະນັກລົງທຶນມີທາງເລືອກ ແລະ ທຸກປະເທດຢາກໄດ້ນັກລົງທຶນ.

6) ບໍລິສັດອຳມະຕະ ເປັນບໍລິສັດມະຫາຊົນ, ມີຜົນສຳເລັດສູງໃນການພັດທະນານິຄົມອຸດສາຫະກຳ ຢູ່ປະເທດໄທ ເເລະ ຫວຽດນາມ. ພ້ອມກັນນີ້ ກໍມີຄວາມຕັ້ງໃຈ ແລະ ພະຍາຍາມເຮັດໃຫ້ໂຄງການດັ່ງກ່າວນີ້ເກີດຂຶ້ນແທ້. ບໍລິສັດໄດ້ເຊັນ MOU ກັບລັດຖະບານ ໃນປີ 2018, ໄດ້ຮ່ວມກັບບໍລິສັດຊັ້ນນຳຂອງຕ່າງປະເທດ ສຶກສາຄວາມເປັນໄປໄດ້ ຂອງໂຄງການ, ໄດ້ເຊັນສັນຍາພັດທະນາໂຄງການໃນປີ 2022 ເເລະ ມາຮອດປັດຈຸບັນ ແມ່ນໄດ້ຊົດເຊີຍເນື້ອທີ່ດິນທັງໝົດໄດ້ 887 ເຮັກຕາ, ຄິດເປັນເງິນ 406 ຕື້ກີບ ຕາມອັດຕາຊົດເຊີຍ ທີ່ໄດ້ເປັນເອກະພາບ ກັບອົງການປົກຄອງແຂວງທີ່ກ່ຽວຂ້ອງ. ດັ່ງນັ້ນ, ລັດຖະບານຈຶ່ງມີຄວາມເຊື່ອໝັ້ນວ່າ ຖ້ານະໂຍບາຍດັ່ງກ່າວໄດ້ຮັບການພິຈາລະນາ ແລະ ມີນັກລົງທຶນທີ່ມີຄຸນນະພາບແລ້ວ, ໂຄງການພັດທະນານິຄົມອຸດສາຫະກຳອຳມະຕະ ກໍເກີດຂຶ້ນ ແລະ ສ້າງການປ່ຽນແປງ.

7) ອຳນາດການປົກຄອງເເຂວງອຸດົມໄຊ ບ່ອນທີ່ໂຄງການດັ່ງກ່າວຕັ້ງຢູ່ ໃຫ້ການສະໜັບສະໜຸນຢ່າງແຂງແຮງ ເເລະ ມີຄວາມມຸ້ງຫວັງ ຢາກໃຫ້ໂຄງການນີ້ເກີດ.

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments