ຕາມການໃຫ້ຮູ້ຂອງ ສະຫາຍ ບຸນຈັນ ສີວົງພັນ ກໍາມະການສູນກາງພັກ, ເລຂາພັກແຂວງ, ເຈົ້າແຂວງຊຽງຂວາງ ເມື່ອມໍ່ໆນີ້ວ່າ: ເນື່ອງໃນໂອ ກາດວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 70 ປີອີກບໍ່ເທົ່າມື້ນີ້, ຕາງໜ້າອົງຄະນະພັກແຂວງ, ຄະນະນໍາຂອງແຂວງ, ສະມາຊິກພັກ, ພະນັກ ງານ-ລັດຖະກອນ, ທະຫານ, ຕໍາຫລວດ ແລະ ປະຊາຊົນລາວບັນດາເຜົ່າທົ່ວແຂວງຊຽງຂວາງ ຮູ້ສຶກເປັນກຽດ ແລະ ພາກພູມໃຈເປັນຢ່າງຍິງ ທີ່ສູນກາງພັກ ແລະ ລັດຖະບານໄດ້ເຫັນດີຕົກລົງເລືອກເອົາແຂວງຊຽງຂວາງ ເປັນໜຶ່ງໃນບັນດາແຂວງ ຈັດສໍາມະນາວິທະຍາສາດ ພາຍໃຕ້ຫົວຂໍ້ “70 ປີ ພາຍໃຕ້ການນໍາພາຂອງພັກທີ່ມີກຽດສະຫງ່າ” ເຊິ່ງແມ່ນໜຶ່ງໃນການສະເຫລີມສະຫລອງ 3 ວັນປະຫວັດສາດ ເປັນຕົ້ນ ແມ່ນວັນເກີດປະທານໄກສອນ ພົມວິຫານ ຄົບຮອບ 105 ປີ, ວັນສະຖາປານາ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ຄົບຮອບ 50 ປີ ແລະ ວັນສ້າງຕັ້ງພັກປະຊາຊົນ ປະຕິວັດລາວ ຄົບຮອບ 70 ປີ, ພ້ອມກັນນັ້ນ ກໍເປັນປີໝ້ວນທ້າຍ ການຈັດຕັ້ງຜັນຂະ ຫຍາຍມະຕິກອງປະຊຸມໃຫຍ່ຄັ້ງທີ XI ຂອງພັກ, ແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ 5 ປີ ຄັ້ງທີ IX, ມະຕິກອງປະຊຸມໃຫຍ່ ຄັ້ງທີ VIII ຂອງອົງຄະນະພັກ ແຂວງຊຽງຂວາງ, ແຜນພັດທະນາເສດຸກິດ-ສັງຄົມ ປີ 2020- 2025 ຕິດພັນກັບການກະກຽມດໍາເນີນກອງປະຊຸມຄັ້ງທີ IX ອົງຄະນະພັກແຂວງຊຽງຂວາງ ແລະ ກອງປະຊຸມໃຫຍ່ ຄັ້ງທີ XII ພັກ ປະຊາຊົນ ປະຕິວັດລາວ.
70 ປີ ພາຍໃຕ້ການນໍາພາຂອງພັກ ທີ່ມີກຽດສະຫງ່າ ເຊິ່ງແມ່ນສັດຈະທໍາທີ່ສຸດ ໂດຍຜ່າທິດສະດີ ແລະ ພຶດຕິກໍາຕົວຈິງ ຢູ່ແຂວງຊຽງຂວາງ ໄດ້ພິ ສູດໃຫ້ພວກເຮົາເຫັນວ່າ: ແຂວງຊຽງຂວາງ ເປັນສະໝໍລະພູມທີ່ມີການຕໍ່ສູ້ຢ່າງດຸເດືອດ, ຖືກສົງຄາມທໍາລາຍຢ່າງໜັກໜ່ວງ, ບ້ານເຮືອນຂອງປະຊາ ຊົນຖືກຈູດເຜົາຮາບກ້ຽງ, ພື້ນທີ່ທຳການຜະລິດຖືກທໍາລາຍ, ພື້ນທີ່ຂອງແຂວງຊຽງຂວາງ ມີລະເບີດຕົກຄ້າງຈາກການຖິ້ມທໍາລາຍລ້າງຜານຂອງພວກຈັກກະພັດເປັນຈຳນວນຫລວງຫລາຍ, ເຮັດໃຫ້ປະຊາຊົນສູນເສຍຊີວິດ, ເປັນຄົນພິການ, ທຸກຍາກຂາດເຂີນ, ປະສົບກັບໄພອຶດຫິວຢ່າງໜັກໜ່ວງ. ຢ່າງໃດກໍດີ ພາຍໃຕ້ການນໍາພາອັນປີຊາສາມາດ, ສະຫລາດສ່ອງໃສຂອງສູນກາງພັກ, ນັກຮົບປະຕິວັດ ແລະ ປະຊາຊົນລາວບັນດາເຜົ່າ ໄດ້ສາ ມັກຄີກັນຢຶດໝັ້ນຕໍ່ອຸດົມການສັງຄົມນິຍົມຂອງພັກ, ບົນຈິດໃຈຮັກຊາດ ແລະ ຄວາມເປັນທຳ, ຈຶ່ງໄດ້ພ້ອມກັນລຸກຂຶ້ນຕໍ່ສູ້ຢ່າງອົງອາດກ້າແກ່ນບໍ່ຍອມຈຳນົນຢູ່ໃນຫລາຍບັ້ນຮົບຢ່າງລະອິດລະອ້ຽວ ຈົນສາມາດຍາດເອົາໄຊຊະນະ, ອິດສະຫລະພາບ, ຄວາມເປັນເອກະລາດມາສູ່ກຳມືຂອງປະຊາຊົນໄດ້ຢ່າງສົມບູນ. ແຂວງຊຽງຂວາງຈຶ່ງໄດ້ຮັບນາມມະຍົດເປັນແຂວງຊຽງຂວາງວິ ທະຊົນ, ກົມກອງວິລະຊົນ, ຕາແສງວິລະຊົນ, ບ້ານວິລະຊົນ, ບຸກຄົນວິທະຊົນ ແລະ ນາມມະຍົດອື່ນໆຕື່ມອີກ. ສະຫາຍ ບຸນຈັນ ສີວົງພັນ ກ່າວ.

ສະຫາຍ ບຸນຈັນ ສີວົງພັນກ່າວຕື່ມວ່າ: ເປັນເວລາ 70 ປີ ພາຍໃຕ້ການນໍາພາຂອງພັກທີ່ມີກຽດສະຫງ່າ ເຊິ່ງພັກເຮົາຍາມໃດກໍຮັກສາໄດ້ຄຸນທາດການເມືອງ, ທາດແທ້ປະຕິວັດວິທະຍາສາດ; ຢຶດໝັ້ນລັດທິມາກ-ເລນິນ, ແນວຄິດ ໄກສອນ ພົມວິຫານ, ມູນເຊື້ອອັນດີງາມຂອງພັກ ຂອງຊາດ ແລະ ຈຸດພິເສດຂອງປະເທດເຮົາ. ພັກໄດ້ຢຶດໝັ້ນອຸດົມການ ຕາມເສັ້ນທາງກ້າວຂຶ້ນສັງຄົມນິຍົມ ຢ່າງໜັກແໜ້ນ ດ້ວຍການສ້າງ ແລະ ບູລະນະລະບອບປະຊາທິປະໄຕປະຊາຊົນ ຕາມເສັ້ນທາງກ້າວຂຶ້ນສັງຄົມນິຍົມ ແລະ ເພື່ອເຊີດຊູບົດບາດການນໍາພາຂອງພັກ ກາຍເປັນກອງນໍາໜ້າທີ່ມີການຈັດຕັ້ງການເມືອງສູງສຸດ ຂອງຊົນຊັ້ນກໍາມະກອນ ໃນລະບອບປະຊາທິປະໄຕປະຊາ ຊົນ, ເປັນຕົວແທນທີ່ຈົ່ງຮັກພັກດີ ຢ່າງສະເໝີຕົ້ນສະເໝີປາຍ ຕໍ່ສິດ ແລະ ຜົນປະໂຫຍດຂອງຊົນຊັ້ນກໍາມະກອນ, ຊາວຜູ້ອອກແຮງງານລາວບັນດາເຜົ່າ ແລະ ຂອງຊາດລາວ ທັງໝົດເຮັດໃຫ້ປະເທດເຮົາມີສະຖຽນລະພາບທາງດ້ານການເມືອງ, ເສດຖະກິດຂະຫຍາຍຕົວຢ່າງຕໍ່ເນື່ອງ, ສັງຄົມມີຄວາມສະຫງົບ, ປອດໄພ, ຍຸຕິທໍາ ແລະ ສີວິໄລຂຶ້ນເປັນກ້າວໆ.
ເນື່ອງໃນໂອກາດວັນສ້າງຕັ້ງພັກປະຊາຊົນ ປະຕິວັດລາວຄົບຮອບ 70 ປີນີ້, ຕາງໜ້າການນໍາແຂວງ, ພະນັກງານ-ລັດຖະກອນ, ທະຫານຕໍ່າຫລວດ ແລະ ປະຊາຊົນລາວ ບັນດາເຜົ່າທົ່ວແຂວງຊຽງຂວາງ ຂໍອວຍໄຊໃຫ້ພອນແດ່ການນໍາຂອງພັກ, ລັດ ແລະ ປະຊາຊົນລາວ ທົ່ວປະເທດ ຈົ່ງມີສຸຂະພາບແຂງແຮງ, ມີພະລາໄມສົມບູນ, ມີຜົນສໍາເລັດໃນໜ້າທີ່ການງານ, ຄອບຄົວ-ສ່ວນຕົວເປັນຢ່າງດີ, ພ້ອມກັນເປັນເຈົ້າການປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດໃຫ້ໝັ້ນຄົງ, ສີວິໄລ ແລະ ວັດຖະນະຖາວອນ.